ເດັກນ້ອຍເກີດໃໝ່ 75 ລ້ານຄົນໃນປີຜ່ານມາ

ເດັກນ້ອຍເກີດໃໝ່ 75 ລ້ານຄົນໃນປີຜ່ານມາ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິແຫ່ງຊາດອາເມຣິກາໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າໃນປີ 2023 ທົ່ວໂລກມີອັດຕາປະຊາກອນເກີດໃໝ່ເພີ່ມຂຶ້ນປະມານ 75 ລ້ານ ຄົນ ຊຶ່ງຈະສົ່ງຜົນໃຫ້ໃນປີ 2024 ປະຊາກອນໂລກບັນລຸຫຼັກ 8.000 ລ້ານຄົນເປັນຄັ້ງທຳອິດຢູ່ທີ່ 8.019.876.189 ຄົນ.
    ເຖິງຢ່າງໃດກໍຕາມ, ອັດຕາປະຊາກອນເກີດໃໝ່ໃນປີນີ້ຍັງຖືວ່າຢູ່ໃນລະດັບຕ່ຳໂດຍເພີ່ມຂຶ້ນບໍ່ເຖິງ 1% ແລະ ຄາດວ່າໃນປີ 2024 ທຸກໆວິນາທີຈະມີເດັກເກີດໃໝ່ໂດຍສະເລ່ຍທີ່ 4,3 ຄົນ ແລະ ມີຜູ້ເສຍຊີວິດສະເລ່ຍທີ່ 2 ຄົນທົ່ວ. ຂະນະທີ່ອັດຕາປະຊາກອນເກີດໃໝ່ໃນອາເມຣິການັ້ນຂະຫຍາຍຕົວພຽງ 0,53% ຫຼື ເພີ່ມຂຶ້ນພຽງ 1,7 ລ້ານຄົນໃນປີນີ້ ຊຶ່ງຈະເຮັດໃຫ້ອາເມຣິກາເລີ່ມຕົ້ນປີໃໝ່ 2024 ກັບຈຳນວນປະຊາກອນທັງໝົດ 335,8 ລ້ານຄົນໃນປະເທດ. ທັງນີ້, ສຳນັກງານສະຖິຕິຂອງອາເມຣິກາລະບຸວ່າ ຍັງເປັນເລື່ອງຍາກທີ່ຈະປະເມີນໂຕເລກປະຊາກອນໂລກໄດ້ຢ່າງແນ່ນອນຊັດເຈນ ເພາະມີຄວາມບໍ່ແນ່ນອນຈາກແຫຼ່ງທີ່ມາຂອງຂໍ້ມູນໃນຫຼາຍບ່ອນ ໂດຍໃນຫຼາຍປະເທດທີ່ມີປະຊາກອນຈຳນວນຫຼາຍເຊັ່ນ ອິນເດຍ ແລະ ໄນຈີເຣຍບໍ່ມີການສຳຫຼວດສຳມະໂນປະຊາກອນເກີນ 10 ປີແລ້ວ ແລະ ອີກຫຼາຍປະເທດກໍຍັງຂາດລະບົບທະບຽນປະຊາກອນ ແລະ ລະບົບສະຖິຕິສຳຄັນທີ່ບັນທຶກການເກີດ ແລະ ການເສຍຊີວິດໃນກຸ່ມປະເທດເຫຼົ່ານີ້.    ທ່ານ ວິນລຽມ ເຟຣ ນັກປະຊາກອນສາດແຫ່ງສະຖາບັນບຣູກກິງລະບຸວ່າ ດ້ວຍອັດຕາການຂະຫຍາຍຕົວຂອງປະຊາກອນເກີດໃໝ່ທີ່ຊ້າລົງແບບນີ້ຈຶ່ງຄາດວ່າ ຈະເຮັດໃຫ້ພາຍໃນທ້າຍທົດສະວັດນີ້ຈະເປັນທົດສະວັດທີ່ອັດຕາເດັກນ້ອຍເກີດໃໝ່ຂະຫຍາຍຕົວຕ່ຳທີ່ສຸດໃນປະຫວັດສາດຂອງອາເມຣິກາ ໂດຍຄາດວ່າ ຈະມີອັດຕາການຂະຫຍາຍຕົວສະເລ່ຍ ໃນ10 ປີນີ້ບໍ່ເຖິງ 4% ລະຫວ່າງປີ 2020-2030.

ຄໍາເຫັນ

ຂ່າວຕ່າງປະເທດ

ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ຂ່າວຕ່າງປະເທດລາຍງານວ່າ: ອົງການສະຖິຕິຂອງຕວັກກີໄດ້ເປີດເຜີຍຂໍ້ມູນໃນວັນທີ 3 ກຸມພາ ຜ່ານມາຊຶ່ງສະແດງໃຫ້ເຫັນວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ສຳລັບເດືອນມັງກອນຊ້າລົງເລັກນ້ອຍເປັນ 30.65% ເມື່ອທຽບກັບປີກ່ອນ, ຫຼຸດລົງຈາກ 30.89% ໃນເດືອນທັນວາ. ຢ່າງໃດກໍຕາມ, ໂຕເລກນີ້ສູງກວ່າຄວາມຄາດຫວັງຂອງນັກວິເຄາະໄວ້ທີ່ 30.00% ຊຶ່ງໄດ້ຮັບແຮງກົດດັນຈາກການເພີ່ມຂຶ້ນຂອງຄ່າແຮງງານຂັ້ນຕໍ່່າປະຈໍາປີ, ການຂຶ້ນລາຄາສິນຄ້າ ແລະ ການບໍລິການຫຼາຍຢ່າງໃນຕົ້ນປີ.
ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການການທ່ອງທ່ຽວສິງກະໂປໄດ້ເປີດເຜີຍໃນວັນທີ 3 ກຸມພາ ຜ່ານມາວ່າ, ລາຍຮັບຈາກການທ່ອງທ່ຽວຂອງສິງກະໂປໃນສາມໄຕມາດທຳອິດຂອງປີ 2025 ໄດ້ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ປີກ່ອນໜ້າ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 23.9 ຕື້ໂດລາສິງກະໂປ (ປະມານ 18.8 ຕື້ໂດລາ) ແລະ ມີທ່າອ່ຽງທີ່ຈະສ້າງລາຍຮັບໄດ້ຕະຫຼອດປີ 2025 ສູງກວ່າເປົ້າໝາຍທີ່ຄາດຄະເນໄວ້ ທີ່ 29-30.5 ຕື້ໂດລາສິງກະໂປ.
ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ສີລັງກາ ໄດ້ປະກາດອະນຸຍາດໃຫ້ແມ່ຍິງສາມາດເຮັດວຽກກະກາງຄືນໃນຕຳແໜ່ງພະນັກງານເຮັດຄວາມສະອາດ ແລະ ພະນັກງານບໍລິການອາຫານ, ໂດຍມີຈຸດປະສົງເພື່ອເພີ່ມການມີສ່ວນຮ່ວມຂອງແຮງງານ, ຍ້ອນວ່າອັດຕາການເຂົ້າສູ່ຕະຫຼາດແຮງງານຂອງແມ່ຍິງໃນສີລັງກາຍັງຢູ່ໃນລະດັບ ຕໍ່າ ຢູ່ທີ່ປະມານ 30%.

ອິນເດຍ ປະກາດຍົກເວັ້ນພາສີ 20 ປີ ເພື່ອດຶງດູດນັກລົງທຶນສູນຂໍ້ມູນທົ່ວໂລກ

ອິນເດຍ ປະກາດຍົກເວັ້ນພາສີ 20 ປີ ເພື່ອດຶງດູດນັກລົງທຶນສູນຂໍ້ມູນທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ອິນເດຍໄດ້ປະກາດມາດຕະການຈູງໃຈຄັ້ງສຳຄັນ, ໂດຍການຍົກເວັ້ນພາສີ (Tax Holiday) ສູງເຖິງ 20 ປີໃຫ້ແກ່ບໍລິສັດຂ້າມຊາດທີ່ເຂົ້າມາໃຫ້ການບໍລິການສູນຂໍ້ມູນລະດັບໂລກໃນອິນເດຍ, ໂດຍຫວັງຈະເລັ່ງດຶງດູດນັກລົງທຶນເຂົ້າສູ່ຂະແໜງພື້ນຖານໂຄງລ່າງດີຈີຕອນທີ່ເຕີບໂຕຢ່າງໄວວາ.
ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ເບົາ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ເພີ່ມ​ຂຶ້ນ 5,3%

ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ເບົາ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ເພີ່ມ​ຂຶ້ນ 5,3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 3 ກຸມ​ພາ​ ຜ່ານມາ, ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ເບົາ​ຂອງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025, ​ສະ​ພາບ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດອຸດ​ສາ​ຫະ​ກຳ​ເບົາ​ຂອງ​ຈີນ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.
ທ່ານ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ ຊູ​ແອັດ ແລະ ເອີ​ຣົບ ລົງ​ທຶນ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ຫວຽດ​ນາມ

ທ່ານ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ ຊູ​ແອັດ ແລະ ເອີ​ຣົບ ລົງ​ທຶນ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບທ່ານ ປ.ອ ຟີລິບ ຣອສເລີ ປະທານເວທີປາໄສເສດຖະກິດຊູແອັດ - ຫວຽດນາມ ພ້ອມກັບບັນດາວິສາຫະກິດ ຊູແອັດ ແລະ ເອີຣົບ ທີ່ມາຊອກຫາໂອກາດລົງທຶນຢູ່ຫວຽດນາມ.
ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມຂອງເອທິໂອປີ ເລີ່ມການຜະລິດໄຟຟ້າ

ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມຂອງເອທິໂອປີ ເລີ່ມການຜະລິດໄຟຟ້າ

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມອາຢີຊານຂອງເອທິໂອປີ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດພິທີເປີດການຜະລິດໄຟຟ້າຢູ່ລັດໂຊມາລີຂອງເອທິໂອປີ, ໂດຍມີທ່ານ ອາບີ ອາເມັດ ອາລີ ນາຍົກລັດຖະມົນຕີເອທິໂອປີ, ທ່ານ ອິສເມວ ໂອມາ ກູເອລເລ ປະທານາທິບໍດີບູຕິ, ທ່ານ ຮາສຊານ ເຊກໂມຮາມຸດ ປະທານາທິບໍດີໂຊມາລີ ແລະ ທ່ານອື່ນໆ ເຂົ້າຮ່ວມພິທີດັ່ງກ່າວ.
ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ຂ່າວຕ່າງປະເທດລາຍງານວ່າ: ສິງກະໂປ ກຳລັງຢູ່ໃນຂັ້ນຕອນການສ້າງຕັ້ງອົງການອະວະກາດຂອງຕົນ ເພື່ອພະຍາຍາມຍາດເອົາສ່ວນແບ່ງຂອງອຸດສາຫະກຳອະວະກາດທົ່ວໂລກ ຊຶ່ງຄາດວ່າຈະບັນລຸ 1.8 ພັນຕື້ໂດລາ ໃນເວລາບໍ່ຮອດ 10 ປີ. ໂດຍກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດໃນວັນທີ 2 ກຸມພາ ຜ່ານມາວ່າ: ອົງການອະວະກາດແຫ່ງຊາດສິງກະໂປ (National Space Agency of Singapore ຫຼື NSAS) ຈະຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 1 ເມສາ ນີ້ ໂດຍມີຈຸດປະສົງເພື່ອດຶງດູດບໍລິສັດອະວະກາດຈາກທົ່ວໂລກ ໃຫ້ມາສ້າງຕັ້ງຖານການດໍາເນີນງານໃນສິງກະໂປ.
ຈີນສືບຕໍ່ຄອງຖານະນຳໜ້າໂລກໃນຕະຫຼາດສາກົນຂອງການຕໍ່ກຳປັ່ນ

ຈີນສືບຕໍ່ຄອງຖານະນຳໜ້າໂລກໃນຕະຫຼາດສາກົນຂອງການຕໍ່ກຳປັ່ນ

ຂ່າວສານຊີອາໄອລາຍງານວ່າ: ກະຊວງອຸດສາຫະກຳ ແລະ ຫັນເປັນຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ຂໍ້ມູນໃນວັນທີ 1 ກຸມພາ ຜ່ານມາ ສະແດງໃຫ້ເຫັນວ່າ: ໃນປີ 2025, ອັດຕາສ່ວນໃນຕະຫຼາດສາກົນຂອງຈີນໃນຕົວຊີ້ວັດຫຼັກ 3 ຢ່າງຂອງການຕໍ່ກຳປັ່ນໄດ້ຮັກສາຕຳແໜ່ງຜູ້ນຳໜ້າຂອງໂລກ 16 ປີລຽນຕິດ.
ເພີ່ມເຕີມ