DP World ຊື້ກິດຈະການ Savan Logistics ຜູ້ໃຫ້ບໍລິການທ່າບົກໃນແຂວງສະຫວັນນະເຂດ

DP World ຊື້ກິດຈະການ Savan Logistics ຜູ້ໃຫ້ບໍລິການທ່າບົກໃນແຂວງສະຫວັນນະເຂດ
ການເຂົ້າຊື້ກິດຈະການ Savan Logistics ເຮັດໃຫ້ DP World ຈະໄດ້ບໍລິຫານພື້ນທີ່ກວ່າ 140.456 ຕາແມັດ ເຊິ່ງລວມເຖິງຄັງສິນຄ້າ ໃນໂຊນ C ຂອງເສດຖະກິດພິເສດສະຫວັນນະເຂດ (SEZ) ເຊິ່ງເປັນເຂດເສດຖະກິດພິເສດແຫ່ງທຳອິດຂອງປະເທດລາວ.
ນະຄອນຫຼວງວຽງຈັນ ວັນທີ 6 ພຶດສະພາ 2024: DP World ໄດ້ຮັບສິດໃນການດຳເນີນກິດຈະການໃນແຂວງສະຫວັນນະເຂດໃນເຂດເສດຖະກິດພິເສດສະຫວັນນະເຂດ (SEZ) ໃນ ສປປ ລາວ ເຊິ່ງເປັນເຂດເສດຖະກິດພິເສດ ແຫ່ງທຳອິດຂອງປະເທດລາວ. ໂດຍການເຂົ້າຊື້ກິດຈະການຂອງ Savan Logistics ເຊິ່ງເປັນຜູ້ດຳເນີນກິດຈະການທ່າເຮືອບົກພາຍໃນປະເທດມາຕັ້ງແຕ່ປີ 2016.
ທ່າເຮືອບົກຂະໜາດ 140.456 ຕາແມັດນີ້ ຕັ້ງຢູ່ທາງຝັ່ງຕາເວັນຕົກຂອງລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກທີ່ມີຄວາມຍາວ 1.450 ກິໂລແມັດ ເຊິ່ງເຊື່ອມຕໍ່ປະເທດລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ພື້ນທີ່ແຫ່ງນີ້ຖືກໃຊ້ປະໂຫຍດໂດຍເຈົ້າຂອງສິນຄ້າ ແລະ ບໍລິສັດໂລຈິສຕິກທີ່ສຳຄັນໃນລະດັບພາກພື້ນ ເພື່ອເຊື່ອມໂຍງ8jv’3lhອຸປະທານຕ່າງໆ ຕະຫຼອດແນວລະບຽງເສດຖະກິດ. ນອກຈາກນີ້, ຍັງມີຄັງສິນຄ້າຂະໜາດປະມານ 23.000 ຕາແມັດ ເຊິ່ງລວມເຖິງພື້ນທີ່ປອດອາກອນຂະໜາດ 11.000 ຕາແມັດນຳອີກ.
DP World ບໍ່ໄດ້ພຽງແຕ່ໃຫ້ບໍລິການທ່າບົກ ແລະ ຄັງສິນຄ້າເທົ່ານັ້ນ ແຕ່ຍັງດູແລການຂົນສົ່ງຂ້າມແດນ, ການຂົນສົ່ງສິນຄ້າ ແລະ ໂຊລູຊັ່ນໂລຈິສຕິກແບບຄົບວົງຈອນນຳອີກ.
ທ່ານ Glen Hilton ໃນຖານະ CEO & Managing Director, Asia Pacific, DP World ໄດ້ກ່າວວ່າ: “ນີ້ເປັນບາດກ້າວສຳຄັນຂອງພວກເຮົາໃນການຍົກລະດັບການເຊື່ອມໂຍງຂອງພາກພື້ນນີ້ ພື້ນທີ່ທ່າບົກແຫ່ງນີ້ຕັ້ງຢູ່ໃນທຳເລເຊີງກົນລະຍຸດໃກ້ກັບທ່າເຮືອ ປາຍທາງ ແລະ ສິ່ງອຳນວຍຄວາມສະດວກເທິງຝັ່ງທີ່ມີຢູ່ຂອງພວກເຮົາຕາມແນວລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກໃນປະເທດໄທ ແລະ ຫວຽດນາມ ພວກເຮົາຈະນຳຄວາມຊ່ຽວຊານ ແລະ ຊັບພະຍາກອນຂອງພວກເຮົາ ມາພັດທະນາໂຄງສ້າງພື້ນຖານຂອງທ່າບົກແຫ່ງນີ້ ໂດຍອາໄສຂໍ້ໄດ້ປຽບທາງພູມສາດເພື່ອສົ່ງເສີມການຄ້າໃຫ້ກັບລູກຄ້າຂອງພວກເຮົາ ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງການຍົກລະດັບສະພາບເສດຖະກິດ
ຂອງຊຸມຊົນທີ່ອາໄສເສັ້ນທາງການຄ້າສຳຄັນນີ້ ໃນການດຳລົງຊີວິດປະຈຳວັນຂອງ​ປະ​ຊາ​ຊົນ”.
ຕາມການຄາດຄະ​ເນຂອງ ທະນາຄານພັດທະນາເອເຊຍ (ADB) ເສດຖະກິດຂອງຂອງ ສປປ ລາວ ມີທ່າ​ອ່ຽງຈະເຕີບໂຕຂຶ້ນປະມານ 4% ໃນປີ 2024 ໂດຍ​ໄດ້ແຮງຂັບເຄື່ອນທີ່ສຳຄັນມາຈາກ​ການຮ່ວມມືທາງກົນລະຍຸດ ແລະ ນະໂຍບາຍທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຂອງພາກລັດ. ນອກຈາກນີ້, ການທີ່ ສປປ ລາວ ເປັນປະທານອາຊຽນໃນ​ປີ 2024 ຈະຊ່ວຍຍົກລະດັບຄວາມສຳພັນລະຫວ່າງປະເທດໃນເວທີໂລກ ສົ່ງເສີມການລົງທຶນຈາກຕ່າງປະເທດ ແລະ ກະຕຸ້ນການຮ່ວມມືທາງເສດຖະກິດກັບປະເທດເພື່ອນບ້ານ.
ການພັດທະນາສຳຄັນນີ້ເປັນຄວາມມຸ່ງໝັ້ນຂອງ DP World ໃນການຜັກດັນການຄ້າໃນພາກພື້ນອາຊີ-ປາຊີຟິກ ດ້ວຍການຂະຫຍາຍເຄືອຂ່າຍໄປຍັງພື້ນທີ່ຍຸດທະສາດ ໃນຊ່ວງອາທິດທີ່ຜ່ານມາ ບໍລິສັດໄດ້ປະກາດຄວາມຮ່ວມມືກັບ Sabah Ports Sdn. Bhd ຂອງມາເລເຊຍ ແລະ Asian Terminals Inc (ATI) ເພື່ອບໍລິຫານຈັດການທ່າເຮືອຕູ້ຄອນເທນເນີ້ອ່າວຊາປັງກາ ໃນມາເລເຊຍຕາເວັນອອກ ແລະ ທ່າເຮືອບາຣ໌ຈທ່າຊາ ໃນຟີລິບປິນຕາມລຳດັບ.

ຄໍາເຫັນ

ຂ່າວເສດຖະກິດ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
ເພີ່ມເຕີມ