ຂ່າວລະບຸວ່າ: ຜູ້ຊ່ຽວຊານທີ່ກ່ຽວຂ້ອງເຫັນວ່າ, ປັດຈຸບັນເປັນເດືອນຕຸລາທີ່ເປັນໄລຍະມີການຜະ ລິດຢ່າງຟົດຟື້ນ, ຄຽງຄູ່ກັບນະໂຍບາຍຕ່າງໆເພື່ອຊຸກຍູ້ການເຕີບໂຕຂອງລັດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ຕະຫຼາດສິນຄ້າລາຍໃຫຍ່ຈະສືບຕໍ່ຮັກສາການເຄື່ອນໄຫວຢ່າງໝັ້ນທ່ຽງ ແລະ ມີທ່າອ່ຽງດີຂຶ້ນຕື່ມອີກ. ພ້ອມກັນນັ້ນຍັງຕ້ອງຮັບຮູ້ວ່າ ການຟື້ນຟູເສດຖະກິດໃນຂອບເຂດທົ່ວໂລກຍັງຄົງຜະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເຊັ່ນ: ການເມືອງພູມີພາກ, ຄວາມຂັດແຍ້ງດ້ານການຄ້າ ແລະ ອື່ນໆ, ຄວາມຕ້ອງການທີ່ມີປະສິດທິພາບຂອງບາງຂະແໜງການຍັງບໍ່ພຽງພໍ. ຖ້າຢາກປັບປຸງທ່າອ່ຽງການຟື້ນຟູດີຂຶ້ນຂອງເສດຖະກິດ, ຍັງຕ້ອງເພີ່ມທະວີການດັດສົມເສດຖະກິດມະຫາພາກຕື່ມອີກ, ສຸມໃສ່ການກະຕຸ້ນຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ຂອງວິສາຫະກິດ ແລະ ປ່ອຍກຳລັງບົ່ມຊ້ອນດ້ານຄວາມຕ້ອງການພາຍໃນ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ