ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກຸມພາ ຜ່ານມາວ່າ: ຫ້ອງການບໍລິການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ: ເດືອນມັງກອນ 2026 ແມ່ນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ ແລະ ພົບອຸນຫະພູມທີ່ແຕກຕ່າງກັນຮຸນແຮງລະຫວ່າງສອງຊີກໂລກ. ໂດຍອຸນຫະພູມສະເລ່ຍທົ່ວໂລກແມ່ນ 12.95 ອົງສາ, ຕໍ່າກວ່າສະຖິຕິສູງສຸດໃນເດືອນມັງກອນ 2025 ຢູ່ 0.28 ອົງສາ, ແຕ່ຍັງຄົງເປັນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ເທົ່າທີ່ເຄີຍມີການບັນທຶກໄວ້.

 

ຊີກໂລກເໜືອ ແລະ ຊີກໂລກໃຕ້ ໄດ້ປະສົບກັບສະພາບອາກາດຮຸນແຮງທີ່ແຕກຕ່າງກັນຢ່າງຫຼວງຫຼາຍໃນເດືອນມັງກອນຜ່ານມາ. ໂດຍຊີກໂລກເໜືອໄດ້ປະສົບກັບຄື້ນຄວາມໜາວເຢັນທີ່ຮຸນແຮງ, ໂດຍສະເພາະໃນເອີຣົບ ແລະ ອາເມລິກາເໜືອ ຊຶ່ງເຮັດໃຫ້ເອີຣົບປະເຊີນກັບເດືອນມັງກອນທີ່ໜາວເຢັນທີ່ສຸດນັບຕັ້ງແຕ່ປີ 2010, ໂດຍມີອຸນຫະພູມສະເລ່ຍ -2.34 ອົງສາ. ຂະນະດຽວກັນ, ໃນຊີກໂລກໃຕ້, ອຸນຫະພູມທີ່ເພີ່ມສູງຂຶ້ນທຳລາຍສະຖິຕິໄດ້ເຮັດໃຫ້ເກີດໄຟ ໄໝ້ປ່າຮຸນແຮງໃນອົສຕຣາລີ ແລະ ປາຕາໂກເນຍ, ລວມທັງນໍ້າຖ້ວມທີ່ເກີດຈາກຝົນຕົກໜັກໃນພາກໃຕ້ຂອງອາຟຣິກາໃນທ້າຍເດືອນ.

ທ່ານ ຊາແມນທາ ເບີເຈສ ຫົວໜ້າຍຸດທະສາດດ້ານສະພາບອາກາດຂອງສູນພະຍາກອນອາກາດລະດັບກາງຂອງເອີຣົບ ກ່າວວ່າ: ເດືອນມັງກອນ 2026 ເປັນການເຕືອນທີ່ຊັດເຈນວ່າລະບົບສະພາບອາກາດສາມາດເຮັດໃຫ້ເກີດຄວາມໜາວເຢັນທີ່ສຸດໃນພາກພື້ນໜຶ່ງ, ໃນຂະນະທີ່ກໍ່ໃຫ້ເກີດຄວາມຮ້ອນທີ່ສຸດໃນເວລາດຽວກັນໃນອີກພາກພື້ນໜຶ່ງ.

ເຖິງແມ່ນວ່າກິດຈະກຳຂອງມະນຸດຍັງຄົງເປັນຕົວຂັບເຄື່ອນຫຼັກຂອງພາວະໂລກຮ້ອນໃນໄລຍະຍາວ, ແຕ່ເຫດ ການທີ່ຜ່ານມາໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນທີ່ຈະຕ້ອງເສີມສ້າງຄວາມພ້ອມ ແລະ ເລັ່ງການປັບຕົວເຂົ້າກັບສະພາບອາກາດທີ່ຮ້າຍແຮງຂຶ້ນເລື້ອຍໆ. ເພື່ອກຽມຄວາມພ້ອມໃຫ້ສັງຄົມໃນການຮັບມືກັບຄວາມສ່ຽງດ້ານສະພາບອາກາດໃນອະນາຄົດ.

ອຸນຫະພູມໜ້ານ້ຳທະເລສະເລ່ຍໃນເດືອນມັງກອນ 2026 ລະຫວ່າງເສັ້ນຂະໜານ 60 ອົງສາໃຕ້ ແລະ ເສັ້ນຂະໜານ 60 ອົງສາເໜືອ ແມ່ນ 20.68 ອົງສາ ຊຶ່ງເປັນອຸນຫະພູມສູງສຸດອັນດັບ 4 ຂອງສະຖິຕິເດືອນມັງກອນ, ໂດຍຕ່ຳກວ່າສະຖິຕິເດືອນມັງກອນ 2024 ຢູ່ 0.29 ອົງສາ. ຂະນະທີ່ປະລິມານນ້ຳກ້ອນທະເລອາກຕິກຕ່ຳກວ່າລະດັບສະເລ່ຍ 6% ຊຶ່ງເປັນລະດັບຕໍ່າສຸດອັນດັບ 3 ຂອງສະຖະຕິເດືອນດຽວກັນ, ສ່ວນປະລິມານນ້ຳກ້ອນໃນທະເລອັນຕາກຕິກຕ່ຳກວ່າລະດັບສະເລ່ຍ 8%.

ຄື້ນຂອງສະພາບອາກາດທີ່ຮຸນແຮງໄດ້ພັດຜ່ານເອີຣົບໃນອາທິດທີ່ຜ່ານມາ, ໂດຍມີພາຍຸຮຸ່ນແຮງຈາກມະຫາສະໝຸດອັດລັງຕິກ ເຮັດໃຫ້ເກີດນ້ຳຖ້ວມໃນບັນດາປະເທດພາກໃຕ້ ແລະ ມວນອາກາດເຢັນຈາກອາກຕິກໄດ້ເຂົ້າປົກຄຸມພື້ນທີ່ບາງສ່ວນຂອງເອີຣົບກາງ ແລະ ເໜືອ. ເຮັດໃຫ້ມີຜູ້ເສຍຊີວິດຫຼາຍສິບຄົນ, ປະຊາຊົນນັບພັນຄົນຕ້ອງຍົກຍ້າຍ ແລະ ເກີດຄວາມບໍ່ສະຫງົບຢ່າງກວ້າງຂວາງ.

ຄໍາເຫັນ

ຂ່າວຕ່າງປະເທດ

ມາເລເຊຍ ປັບປຸງແຮງຈູງໃຈດ້ານລົດ EV ເພື່ອເລັ່ງການຂະຫຍາຍສະຖານີສາກໄຟ

ມາເລເຊຍ ປັບປຸງແຮງຈູງໃຈດ້ານລົດ EV ເພື່ອເລັ່ງການຂະຫຍາຍສະຖານີສາກໄຟ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ຊິມຈືຊິນ ຮອງລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກຳລັງປັບປຸງມາດຕະການຈູງໃຈເພື່ອເລັ່ງການເຕີບໂຕຂອງລະບົບນິເວດລົດໄຟຟ້າ (EV) ຂອງປະເທດ. ລວມທັງສົ່ງເສີມການເປີດພື້ນຖານໂຄງລ່າງດ້ານການສາກໄຟ ແລະ ສະໜັບສະໜູນການນຳໃຊ້ລົດໄຟຟ້າທີ່ກວ້າງຂວາງ. ໂດຍມາເລເຊຍມີເປົ້າໝາຍທີ່ຈະຕິດຕັ້ງສະຖານີສາກລົດໄຟຟ້າ 30,000 ແຫ່ງທົ່ວປະເທດພາຍໃນປີ 2030.
ເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໃຊ້ Gen AI

ເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໃຊ້ Gen AI

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດອົສຕຣາລີ ແລະ ຄູ່ຮ່ວມງານຂອງຕົນໄດ້ເຜີຍແຜ່ບົດລາຍງານກ່ຽວກັບການນໍາໃຊ້ປັນຍາປະດິດ (AI) ໃນອົສຕຣາລີ, ໂດຍອີງໃສ່ການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 3,500 ຄົນ ແລະ ການສໍາພາດຜູ້ນໍາອົງກອນຕ່າງໆ ຊຶ່ງບົດລາຍງານຊີ້ໃຫ້ເຫັນວ່າເກືອບເຄິ່ງໜຶ່ງຂອງຜູ້ໃຫຍ່ອົສຕຣາລີໄດ້ໃຊ້ປັນຍາປະດິດທີ່ສ້າງສັນ (Generative AI), ໂດຍຫຼາຍຄົນລະບຸວ່າຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ ແລະ ການສຶກສາ.
3 ເດືອນ ມຽນມາສົ່ງອອກພືດຕະກຸນຖົ່ວຫຼາຍກວ່າ 1 ລ້ານໂຕນ

3 ເດືອນ ມຽນມາສົ່ງອອກພືດຕະກຸນຖົ່ວຫຼາຍກວ່າ 1 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະມາຄົມຜູ້ຄ້າຂາຍພືດຕະກຸນຖົ່ວ, ໝາກຖົ່ວຝັກຍາວ, ສາລີ ແລະ ງາຂອງມຽນມາລາຍງານວ່າ, ການສົ່ງອອກພືດຕະກຸນຖົ່ວ, ໝາກຖົ່ວຝັກຍາວ, ສາລີ ແລະ ງາໃນໄລຍະສາມເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ສູງເກີນ 1 ລ້ານໂຕນ, ສ້າງລາຍຮັບໄດ້ຫຼາຍກວ່າ 538 ລ້ານໂດລາ.
ນະວັດຕະກຳດ້ານເຕັກໂນໂລຊີພະລັງງານໄຟຟ້າຂອງຈີນເປັນອັນດັບໜຶ່ງຂອງໂລກ

ນະວັດຕະກຳດ້ານເຕັກໂນໂລຊີພະລັງງານໄຟຟ້າຂອງຈີນເປັນອັນດັບໜຶ່ງຂອງໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍການວ່າ: ຫວ່າງມໍ່ໆມານີ້ ເວທີປຶກສາຫາລືການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ໄດ້ເຜີຍແຜ່ບົດລາຍງານຄົ້ນຄວ້າ "ຕົວຊີ້ວັດການພັດທະນາພະລັງງານໄຟຟ້າທົ່ວໂລກ (2026)".
ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ຈາກຖ້ຳຫີນເກົ່າແກ່ຮອດໂຮງງານທັນສະໄໝ, ຈາກເຂດພາກເໜືອທີ່ມີຫິມະ ແລະ ນ້ຳກ້ອນ ຮອດ ເມືອງແຄມນ້ຳທາງພາກແມ່ນ້ຳຢາງຊີກ້ຽງ, ຈີນກຳລັງບຸກເບີກເສັ້ນທາງພັດທະນາການທ່ອງທ່ຽວທີ່ມີເອກະລັກຂອງຕົນ, ສຳລັບການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວຢ່າງເລິກເຊິ່ງ, ແມ່ນສັນຍາລັກພົ້ນເດັ່ນທີ່ສຸດຂອງເສັ້ນທາງດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າການລະບາດຂອງພະຍາດອີໂບລາ ສາຍພັນ Bundibugyo ໃນພາກຕາເວັນອອກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ຍັງສືບຕໍ່ແຜ່ລະບາດ, ໂດຍຍັງບໍ່ສາມາດຢືນຢັນຂອບເຂດທີ່ແນ່ນອນຂອງການລະບາດໄດ້ ແລະ ສະຖານະການຍັງຄົງບໍ່ແນ່ນອນ.
ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ການສຶກສາທີ່ສຳຄັນທີ່ນຳພາໂດຍມະຫາ ວິທະຍາໄລຊິດນີຂອງອົສຕຣາລີ ຊຶ່ງໄດ້ຕີພິມໃນວາລະສານສະຖາບັນຈິດຕະແພດເດັກ ແລະ ໄວໜຸ່ມ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍວ່າ: ສະພາບອາກາດຮ້ອນຮຸນແຮງເຮັດໃຫ້ໄວໜຸ່ມສ່ຽງຕໍ່ການເຂົ້າໂຮງໝໍຍ້ອນບັນຫາສຸຂະພາບຈິດ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນດ້ານສາທາລະນະສຸກທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໄຊເບລ ເດ ນັກຈິດຕະແພດເດັກ ແລະ ໄວໜຸ່ມຈາກໂຮງໝໍເດັກຊິດນີ ໄດ້ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດກຳລັງສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງເດັກນ້ອຍ ແລະ ໄວໜຸ່ມໃນຫຼາຍດ້ານ.
ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ, ປີກາຍນີ້ ຍອດມູນຄ່າອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນມີຫຼາຍກວ່າ 1,000 ຕື້ຢວນ, ອີງຕາມການຄາດຄະເນໃນເບື້ອງຕົ້ນ, ຈັງຫວະການເຕີບໂຕຂອງອຸດສາຫະກໍາດັ່ງກ່າວໃນປີນີ້ຈະບັນລຸຫຼາຍກວ່າ 30%.​ ພ້ອມດຽວກັນນີ້, ຈີນຈະຕິດຕາມຜົນສະທ້ອນຂອງປັນຍາປະດິດຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ອາຊີບດັ້ງເດີມ, ລວມເຖິງການສົ່ງເສີມການປະຍຸກໃຊ້ປັນຍາປະດິດໃນອາຊີບທີ່ “ອັນຕະລາຍ, ເປີະເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.
5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ກະຊວງບໍ່ແຮ່ ແລະ ພະລັງງານຂອງກຳປູເຈຍລາຍງານວ່າ, ກຳປູເຈຍສາມາດຜະລິດຄຳແທ່ງບໍລິສຸດ ໄດ້ປະມານ 20 ໂຕນພາຍໃນ 5 ປີ ຫຼັງຈາກເລີ່ມການຂຸດຄົ້ນຄຳໃນເດືອນມິຖຸນາ 2021 ແລະ ປັດຈຸບັນ, ມີບໍລິສັດ 7 ແຫ່ງໄດ້ຮັບໃບອະນຸຍາດໃຫ້ຂຸດຄົ້ນຄຳໃນຫຼາຍແຂວງ, ລວມທັງແຂວງມົນທົນຄີຣີ, ກຣະແຈະ, ພຣະວິຫານ ແລະ ກຳປົງທົມ.
ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັ​ນ​ທີ 8 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ນະ​ຄອນຫຼວງຮ່າ​ໂນ້ຍ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່ 6 ເດືອນ​ຕົ້ນ​ປີ; ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຮັບ​ປະ​ກັນ​ປະ​ຕິ​ບັດ​ໜ້າ​ທີ່ປີ 2026; ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນຫຼວງຮ່າ​ໂນ້ຍ ໃນ​ສັງ​ກາດ​ໃໝ່.
ເພີ່ມເຕີມ