ທັງນີ້, ນັກວິເຄາະສ່ວນໃຫຍ່ຄາດຄະເນວ່າອັດຕາເງິນເຟີ້ປະຈຳປີມີທ່າອ່ຽງທີ່ຈະຊ້າລົງເປັນ 23% ພາຍໃນທ້າຍປີ, ແຕ່ຈະຍັງຄົງຢູ່ໃນລະດັບສູງ.
ສຳລັບອັດຕາເງິນເຟີ້ປະຈຳເດືອນໄດ້ເພີ່ມຂຶ້ນເປັນ 4.84% ຈາກ 0.89% ຂອງເດືອນທັນວາ ຊຶ່ງເກີນຄວາມຄາດຫວັງຂອງນັກວິເຄາະໄວ້ທີ່ 4.32%. ໂດຍປັດໄຈຫຼັກແມ່ນການເພີ່ມຂຶ້ນຂອງລາຄາອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ 6.59%.
ທາງດ້ານນະໂຍບາຍເງິນຕາ, ທະນາຄານກາງຕວັກກີໄດ້ຫຼຸດອັດຕາດອກເບ້ຍນະໂຍບາຍລົງ 100 ຈຸດພື້ນຖານ (bps) ເປັນ 37% ໃນເດືອນມັງກອນ ຊຶ່ງເປັນການຫຼຸດລົງໜ້ອຍກວ່າຄວາມຄາດຫວັງຂອງຕະຫຼາດ. ໂດຍທະນາຄານກາງໄດ້ກ່າວເຖິງຄວາມຈຳເປັນໃນການຄວບຄຸມອັດຕາເງິນເຟີ້, ລວມທັງພຶດຕິກຳການກຳນົດລາຄາ ແລະ ຄວາມຄາດຫວັງຂອງຕະຫຼາດທີ່ອາດຈະເປັນອຸປະສັກຕໍ່ຂະບວນການຫຼຸດອັດຕາເງິນເຟີ້.
ທະນາຄານກາງຕວັກກີໄດ້ສືບຕໍ່ຫຼຸດອັດຕາດອກເບ້ຍອີກຄັ້ງໃນເດືອນກໍລະກົດຂອງປີກາຍນີ້, ຫຼັງຈາກໄດ້ປ່ຽນແປງນະໂຍບາຍຊົ່ວຄາວໃນຕົ້ນປີນີ້ເນື່ອງຈາກຄວາມບໍ່ສະຫງົບທາງການເມືອງ. ໂດຍອັດຕາດອກເບ້ຍໄດ້ຖືກຫຼຸດລົງຢ່າງຕໍ່ເນື່ອງຈາກ 300 bps ໃນເດືອນກໍລະກົດ, ຕາມດ້ວຍ 250 bps ແລະ ອີກ 100 bps ໃນເດືອນຕຸລາ ທ່າມກາງວິກິດການລາຄາອາຫານ. ກ່ອນທີ່ຈະຫຼຸດລົງຕື່ມອີກ 150 bps ໃນເດືອນທັນວາ ແລະ ລ້າສຸດ ທີ່ 100 bps ໃນເດືອນມັງກອນ.
ນອກຈາກນັ້ນ, ຂໍ້ມູນຍັງຊີ້ໃຫ້ເຫັນວ່າດັດຊະນີລາຄາຜູ້ຜະລິດພາຍໃນປະເທດ (PPI) ສຳລັບເດືອນມັງກອນເພີ່ມຂຶ້ນ 2.67% ເມື່ອທຽບກັບເດືອນກ່ອນ, ສົ່ງຜົນເຮັດໃຫ້ເພີ່ມຂຶ້ນ 27.17% ເມື່ອທຽບໃສ່ປີກ່ອນ.
ຄໍາເຫັນ