ຂ່າວລະບຸວ່າ: ທ່ານນາງ ຄຣິສຕິນ ລາເກຣດ ກ່າວວ່າ: ເສດຖະກິດພາກພື້ນພວມເຂົ້າໃກ້ເປົ້າໝາຍເງິນເຟີ້ 2% ທີ່ ECB ວາງອອກ. ຖ້າຂໍ້ມູນອັດຕາເງິນເຟີ້ທີ່ຈະມາເຖິງປະຕິບັດຕາມທ່າອ່ຽງນີ້, ECB ຄາດວ່າຈະສືບຕໍ່ປັບຫຼຸດອັດຕາດອກເບ້ຍ.
ໃນວັນທີ 12 ທັນວາ ຜ່ານມາ, ECB ໄດ້ຕັດສິນໃຈຫຼຸດອັດຕາດອກເບ້ຍ 0.25% ແລະ ສືບຕໍ່ທີ່ຈະຜ່ອນຄາຍຕື່ມອີກໃນປີ 2025 ຖ້າການຂະຫຍາຍຕົວຂອງເສດຖະກິດໄດ້ຮັບຜົນກະທົບຈາກປັດໄຈພູມສາດທາງດ້ານການເມືອງໃນພາກພື້ນແລະຄວາມສ່ຽງຂອງສົງຄາມການຄ້າໃໝ່ກັບອາເມຣິກາ.
ນີ້ແມ່ນການປັບຫຼຸດ 3 ຄັ້ງຕິດຕໍ່ກັນຂອງ ECB ແລະ ຄັ້ງທີສີ່ນັບຕັ້ງແຕ່ເດືອນມິຖຸນາເມື່ອທະນາຄານໄດ້ເລີ່ມຮອບການຜ່ອນຄາຍນະໂຍບາຍການເງິນຂອງຕົນ.
ຄໍາເຫັນ