ເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ເຄືອນໄຫວເຮັດວຽກຢູ່ແຂວງຊຽງຂວາງ

ເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ເຄືອນໄຫວເຮັດວຽກຢູ່ແຂວງຊຽງຂວາງ

ເອກອັກຄະລັດຖະທູດ ຫວຽດນາມປະຈຳລາວ ເຄືອນໄຫວເຮັດວຽກຢູ່ແຂວງຊຽງຂວາງ
ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ, ເຮັດວຽກຢູ່ແຂວງຊຽງຂວາງ ວາງພວງມາລາຢູ່ອານຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ,

ຈູບທູບກາຍໄຫ້ວຢູ່ຫໍບູຊາ ນັກຮົບປະຕິວັດຫວຽດນາມ-ລາວໃນວັນທີ 26 ມີນາ 2025 ຊຶ່ງໄດ້ເຂົ້າພົບປະ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທີ່ຫ້ອງວ່າການແຂວງ ຊຶ່ງທ່ານ ຫງວຽນ ມິງເຕີມ ໄດ້ກ່າວຈຸດປະສົງຂອງການມາຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້ ເພື່ອແນະນຳໂຕ, ສົ່ງເສີມການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ກ້ວາງຂວາງເຂົ້າສູ່ລວງເລິກຮອບດ້ານ, ເພີ່ມພູນຄູນສ້າງຄວາມສາມັກຄີພິເສດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແຕ່ບູຮານນະການເຖິງທຸກວັນນີ້, ຫວຽດນາມຈະຈັດຝຶກອົບຮົມໃຫ້ບັນດາເລຂາພັກເມືອງຂອງແຂວງ ເປັນຕົ້ນແມ່ນ: ວຽກງານໂຄສະນາຂ່າວສານ, ກວດກາ, ການພົວພັນການຮ່ວມມື ແລະ ອື່ນໆ, ຍົກສູງການຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ານອາດສະຍາກຳຂ້າມຊາດ, ຢາເສບຕິດ, ຊຸກຍູ້ນັກທຸລະກິດຊາວຫວຽດນາມເຂົ້າມາລົງທຶນຢູ່ລາວກໍຄືແຂວງຊຽງຂວາງ.

ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະແດງຄວາມຊົມເຊີຍ ໃນການຮັບໜ້າທີ່ໃໝ່ອັນມີກຽດ ພ້ອມດຽວກັນນີ້ ທ່ານກໍໄດ້ລານງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວຂອງ ສສ ຫວຽດນາມ, ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຮ່ວມມືກັບນັກລົງທຶນຊາວຫວຽດນາມທີ່ມາລົງທຶນຢູ່ແຂວງຊຽງຂວາງ. ໃນວັນດຽວກັນນີ້, ທ່ານເອກອັກຄະລັດຖະທູດ ພ້ອມຄະນະຍັງໄດ້ເຮັດວຽກກັບການນຳແຂວງຊຽງຂວາງເພື່ອເກັບກຳຂໍ້ມູນໃນການພົວພັນຮ່ວມມືຊ່ວຍເຫຼືອໃນຕໍ່ໜ້າເປັນຕົ້ນແມ່ນ: ເສັ້ນທາງ, ພັດທະນາກຸ່ມບ້ານ, ພື້ນຖານໂຄງລ່າງ ແລະ ພັດທະນາຊັບພະຍາກອນມະນຸດ. ນອກນີ້, ກໍຍັງໄດ້ໄປຢ້ຽມຢາມໂຮງຮຽນພອນສະຫັວນ ຊຶ່ງແມ່ນທຶນການຊ່ວຍເຫຼືອລ້າ ຈາກລັດຖະບານ ແລະ ປະຊາຊົນຊາວຫວຽດນາມ.

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວການຮ່ວມມື

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນຕອນເຊົ້າຂອງວັນທີ2 ມິຖຸນານີ້ທີ່ສະໜາມບິນສາກົນປາກເຊນະຄອນປາກເຊແຂວງຈໍາປາສັກໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຄັ້ງທີ 4ປະຈໍາສົກປີ2024-2025 ຢູ່ເຂດເມືອງດາກຈຶງ ແຂວງເຊກອງ.
ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບອຸນຫະພູມເຄື່ອງປັ້ນຈືຊ່າ ຊຶ່ງເປັນກິດຈະກໍາສໍາຜັດວັດທະນະທໍາຈີນໃນບຸນຕ່ວນຫວູ ຂຶ້ນໃນວັນທີ 1 ມິຖຸນາຜ່ານມາໂດຍການເຂົ້າຮ່ວມຂອງທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ,ມີແຂກຖືກເຊີນ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ໂດຍຕອບສະໜອງຕາມການເຊີນຂອງສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປ ຈີນ ແຕ່ວັນທີ 28/5-4/6 2025.
ລມຕ ກະຊວງພາຍໃນ ຕ້ອນຮັບທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່

ລມຕ ກະຊວງພາຍໃນ ຕ້ອນຮັບທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່

ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສວາ ສັງວານ (Mr.Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຄົນໃໝ່ ຫວ່າງບໍ່ດົນມານີ້ ທີ່ກະຊວງພາຍໃນ.
ຫຼວງພະບາງ ແລະ ເຊີນລາ ແລກປ່ຽນບົດຮຽນວຽກງານໄອຍະການປະຊາຊົນ

ຫຼວງພະບາງ ແລະ ເຊີນລາ ແລກປ່ຽນບົດຮຽນວຽກງານໄອຍະການປະຊາຊົນ

ເມື່ອບໍ່ດົນມານີ້, ຢູ່ແຂວງເຊີນລາ ສສ ຫວຽດນາມ, ຄະນະນຳອົງການໄອຍະການປະຊາຊົນແຂວງຫຼວງພະບາງ ສປປ ລາວ ນຳພາໂດຍ ທ່ານ ຄໍາປະສົງ ດິດຍະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອົງການໄອຍະການປະຊາຊົນ ແຂວງເຊີນລາ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຟຸງ ແມງ ຮຸງ ຫົວໜ້າອົງການໄອຍະການປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະ.
ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ  (ໂອກາດສະເຫຼີມສະຫຼອງວັນເກີດ ຂອງປະທານ ໂຮ່ຈິມິນຄົບຮອບ 135 ປີ,19/5/1890-19/5/2025)

ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ (ໂອກາດສະເຫຼີມສະຫຼອງວັນເກີດ ຂອງປະທານ ໂຮ່ຈິມິນຄົບຮອບ 135 ປີ,19/5/1890-19/5/2025)

ໂດຍ: ທ່ານຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ. ປະທານ ໂຮ່ຈິມິນ ແມ່ນຜູ້ນໍາທີ່ສະຫຼາດສ່ອງໃສ, ເປັນຄູສອນທີ່ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ, ເປັນນັກເຄື່ອນໄຫວທີ່ດີເດັ່ນໃນຂະບວນການກອມມູນິດສາກົນ ແລະ ຂະບວນການຕໍ່ສູ້ປົດປ່ອຍຊາດ, ເປັນພໍ່ທີ່ເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ນັກປາດວັດທະນະທຳໂລກ, ນັກຕໍ່ສູ້ກອມມູນິດທີ່ເປັນແບບຢ່າງ, ເປັນເພື່ອນສະໜິດສະໜົມ ແລະ ສະຫາຍທີ່ຮັກແພງຂອງປະຊາຊົນ ລາວອ້າຍນ້ອງ ດ້ວຍຄໍາເວົ້າທີ່ວ່າ: “ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ”.
ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວຕ້ອນຮັບຮອງເຈົ້າຄອງນະຄອນຊຽງໄຮ້

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວຕ້ອນຮັບຮອງເຈົ້າຄອງນະຄອນຊຽງໄຮ້

ໃນລະຫວ່າງວັນທີ 28-29 ພຶດສະພາ ນີ້, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຊຽງໄຮ້ ແລະ ເຊີນເຈີນ ສປ ຈີນ ຊຶ່ງໄລຍະເຄື່ອນໄຫວຢູ່ນະຄອນຊຽງໄຮ້ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ເຊ້ຍ ຕົ່ງຮອງເຈົ້າຄອງນະຄອນຊຽງໄຮ້; ພ້ອມນີ້ ກໍໄດ້ຢ້ຽມຢາມທັດສະນະສຶກສາ ແລະ ພົບປະກັບ ຮອງຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດຜະລິດເຮືອບິນ ການຄ້າ ຂອງ ສປ ຈີນ ຫຼື(Commercial Aircraft Corporation of China, Ltd, COMAC).
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ ແຟງລັງ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ ແຟງລັງ

ເມື່ອທ້າຍເດືອນພຶດສະພານີ້ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງແຮນຊິງກີ ປະເທດແຟງລັງ; ທ່ານ ບຸນທະວີ ວິລະວົງ ໄດ້ເດີນທາງໄປຍື່ນສານຕາຕັ້ງຕໍ່ ທ່ານ ອາເລັກຊານເດີ ສະຕາບ (Alexander Stubb) ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ (ສ ແຟງລັງ) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ສ ແຟງລັງ.
ກະຊວງ​ ສສກ ຮ່ວມກັບສະຖານທູດອົສຕຣາລີ ສະຫຼອງ​ວັນ​ເດັກສາກົນ

ກະຊວງ​ ສສກ ຮ່ວມກັບສະຖານທູດອົສຕຣາລີ ສະຫຼອງ​ວັນ​ເດັກສາກົນ

ກະຊວງ​ສຶກສາ​ທິການ ​ແລະ ກິລາ(ສສກ)ຮ່ວມກັບສະຖານທູດອົສຕຣາລີ ປະຈໍາ ສປປ ລາວ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກສາກົນ ຂຶ້ນໃນວັນທີ 29 ພຶດສະພາ ນີ້ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພິທີດັ່ງກ່າວຈັດຄຽງຄູ່ກັບກິດຈະກໍາເຜີຍແຜ່ເອກະສານ ແລະ ຄໍາຂວັນວັນເດັກສາກົນປີ 2025 ຄື:ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ: ສິດເທົ່າທຽມກັນ,
30-4-2025

30-4-2025

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເພີ່ມເຕີມ