ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານຕາຕັ້ງ ຕໍ່ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ

ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານຕາຕັ້ງ ຕໍ່ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ

ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່  ຍື່ນສານຕາຕັ້ງ ຕໍ່ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ
​ໃນຕອນເຊົ້າຂອງວັນ​ທີ30ເມສາ ຜ່ານມາ ທີ່ກອງ​ເລ​ຂາ​ອາ​ຊຽນ ນະຄອນຫຼວງຈາກາກຕາ ປະເທດອິນໂດເນເຊຍ, ທ່ານ ສິດສັງຄົມ ສີສະເກດ ໄດ້​ຍື່ນ​ສານ​ຕາຕັ້ງ​ ຕໍ່ທ່ານ ກາວ ກິມ ຮູນ (Kao Kim Hourn)ເລ​ຂາ​ທິ​ການ​ໃຫຍ່​ອ​າ​ຊຽນ​ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ

 

 ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ, ທັງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ອາຊຽນ.

ໃນໂອກາດດັ່ງກ່າວ,ທ່ານເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະລັດຖະທູດສິດສັງຄົມ ສີສະເກດ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງແໜ່ງ ເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອາຊຽນ, ພ້ອມທັງ ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະເຊື່ອໝັ້ນຢ່າງຍິ່ງວ່າທ່ານເອກອັກຄະລັດຖະທູດ ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນກໍຄື ໃນວຽກງານການສ້າງປະຊາຄົມອາຊຽນ.

ທ່ານ ເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ມາຍັງທ່ານ ເລຂາທິການໃຫຍ່ອາຊຽນ ແລະ ສະແດງຄວາມຂອບໃຈ ມາຍັງກອງເລຂາອາຊຽນ ໃນການປະກອບສ່ວນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ຕໍ່ວຽກງານອາຊຽນ ໂດຍສະເພາະ ແມ່ນການຜັນຂະຫຍາຍບັນດາບຸລິມະສິດ ສຳລັບການເປັນປະທານອາຊຽນຂອງສປປ ລາວ ໃນປີ 2024 ໃຫ້ປະກົດຜົນເປັນຈິງ.

ພ້ອມນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ຢໍ້າຄືນຄວາມກຽມພ້ອມ ທີ່ຈະເຮັດວຽກຮ່ວມກັບ ທ່ານ ເລຂາທິການໃຫຍ່ ແລະ ບັນດາຜູ້ໜ້າຖາວອນ ຈາກປະເທດສະມາຊິກອາຊຽນ ເພື່ອຮັດແໜ້ນປະຊາຄົມອາຊຽນ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045ເພື່ອເຮັດໃຫ້ປະຊາຊົນອາຊຽນໄດ້ຮັບຜົນປະໂຫຍດຈາກຂະບວນການເສີມສ້າງປະຊາຄົມອາຊຽນ ແລະ ໄດ້ສະແດງຄວາມຫວັງວ່າ ກອງເລຂາອາຊຽນ ຈະສືບຕໍ່ໃຫ້ການສະໜັບສະໜູນໃນການປະຕິບັດໜ້າທີ່ດັ່ງກ່າວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສລັດ ລາວ-ຫວຽດນາມ

ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ເປັນສວນທີ່ໃຫ້ທຸກຊັ້ນຄົນເຂົ້າມາທ່ຽວຊົມໄດ້ ໂດຍບໍໄດ້ເສຍຄ່າຜ່າປະຕູ ສະຫາຍ ຄໍາຜາ ພິມມະສອນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຮັບຜິດຊອບໂຄງການຝ່າຍລາວ ໄດ້ກ່າວວ່າ: ໂຄງການສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການຕົວແບບຂອງການຮ່ວມືຂອງສອງພັກສອງລັດ ລາວ-ຫວຽດນາມ ໂຄງການດັ່ງກ່າວແມ່ນໄດ້ມືການປຶກສາຫາລືກັນຕັ້ງແຕ່ປີ 2015 ແລະ ເລີມຈັດຕັ້ງປະຕິບັດຕົວຈິ່ງປີ 2022 , ມີການສໍາລວດອອກແບບ ແລະ ມີເນື້ອທີປະມານ 3 ແຮັກຕາກວ່າ ແລະ ໃນສວນແຫ່ງນີ້ ເປັນເອກະລັກແມ່ນກຸ່ມຮູບປັ້ນ 3 ທ່ານຜູ້ນຳ ຄື ປະທານ ໂຮ່ຈີມິນ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພາ ນຸວົງ ອັນນີ້ແມ່ນສະແດງໃຫ້ເຫັນເຖິງຄວາມສາມັກຄືມິດຕະພາບຂອງລາວເຮົາມາແຕ່ດຶກດຳບັນ ສວນນີ້ເປັນ
ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ມອບ-ຮັບ ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມທີ່ແຂວງຫົວພັນ

ໃນຕອນເຊົ້າວັນທີ 4 ທັນວາຜ່ານມານີ້, ທີ່ເມືອງຊໍາເໜືອ, ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ- ສັງຄົມ ແລະ ສະຫາຍ ຫງວຽນ ຈີ ຢຸ່ງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ມີສະຫາຍ ເຈົ້າແຂວງຫົວພັນ, ສະຫາຍ ປະທານຄະນະກຳມະການປົກຄອງແຂວງແທັງຮວ່າ ສສ ຫວຽດນາມ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມດ້ວຍການນຳແຂວງຫົວພັນ, ແຂວງແທັງຮວ່າ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື

ການ​ພົບ​ປະສອງຝ່າຍລະຫວ່າງ​ ສະພາ​ທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະ ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ນະຄອນຫຼວງວຽງຈັນ,ຝ່າຍລາວນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຊວນ ຖັ້ງ, ກໍາມະ​ການ​ກົມ​ການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມກອມມູນິດຫວຽດນາມ.
ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ