ທ່ານ ເຈົ້າແຂວງໆຫຼວງນໍ້າທາ ໄດ້ກ່າວຕ້ອນຮັບທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ດ້ວຍຄວາມອົບອຸ່ນ, ພ້ອມທັງລາຍງານຈຸດພິເສດຂອງແຂວງໂດຍສັງເຂບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ, ຂອບໃຈຢ່າງສູງ ຕໍ່ລັດຖະບານ ກໍຄືປະຊາຊົນຈີນ ເວົ້າລວມ, ເວົ້າສະເພາະ ທ່ານເອກອັກຄະລັດຖະທູດ ແຫ່ງ ສປຈີນ ປະຈໍາລາວ ທີ່ໄດ້ໃຫ້ການສະໜັບສະໜູນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືແຂວງຫຼວງນໍ້າທາມາໂດຍຕະຫຼອດ, ຊຶ່ງການພົບປະຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ຕໍ່ການພັດທະນາຊັບພະຍາກອນມະນຸດ, ການພັດທະນາເສດຖະກິດສັງຄົມ, ການຄ້າ ແລະ ໂລຈິດສະຕິກ ທັງເປັນການອຳນວຍຄວາມສະດວກຕໍ່ການໄປມາຫາສູ່ຂອງສອງຝ່າຍ.
(ຂ່າວ: ແກ້ວ ກວ໋າງບັນແຄັດ)
ຄໍາເຫັນ