ທະວີບເອີຣົບໄດ້ປະສົບກັບຄື້ນຄວາມຮ້ອນທີ່ທຳລາຍສະຖິຕິ ເຮັດໃຫ້ມີຜູ້ເສຍຊີວິດ, ໄຟຟ້າດັບ ແລະ ສ້າງຄວາມກົດດັນຕໍ່ລະບົບການດູແລສຸຂະພາບ, ລວມທັງສະຖານທີ່ສຳຄັນບາງແຫ່ງຕ້ອງປິດ ຫຼື ຫຼຸດຊົ່ວໂມງເຮັດວຽກ. ທ່ານ ໂຟລເບິຣກຮາເກນ ກ່າວວ່າ: ພາວະໂລກຮ້ອນຍັງປະກົດໃນສະພາບອາກາດທີ່ຮຸນແຮງອື່ນໆ ເຊັ່ນ: ຝົນຕົກໜັກ, ລົມແຮງ, ພາຍຸໄຕ້ຝຸ່ນ ແລະ ພະຍຸເຮີຣິເຄນທີ່ກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຫຼາຍຂຶ້ນ ຊຶ່ງບັນທຶກຂໍ້ມູນສະພາບອາກາດໄລຍະຍາວ ແລະ ສະຖິຕິຈາກອາວະກາດ ຄືຫຼັກຖານທີ່ຊັດເຈນກ່ຽວກັບເລື່ອງນີ້.
ທ່ານ ໂຟລເບິຣກຮາເກນ ໄດ້ຮຽກຮ້ອງໃຫ້ມີການສົ່ງຂໍ້ມູນສະພາບອາກາດຈາກດາວທຽມທີ່ມີປະສິດທິພາບຫຼາຍຂຶ້ນໃຫ້ແກ່ຜູ້ວາງນະໂຍບາຍໃນລະດັບເມືອງ, ພາກພື້ນ ແລະ ລະດັບຊາດ ເພື່ອສະໜັບສະໜູນການກະທຳທີ່ເປັນຮູບປະທຳໃນການແກ້ໄຂບັນຫາອຸນຫະພູມທີ່ເພີ່ມຂຶ້ນ ແລະ ສະພາບອາກາດທີ່ຮຸນແຮງຫຼາຍຂຶ້ນ. ໂດຍອະວະກາດບໍ່ພຽງແຕ່ໃຫ້ຂໍ້ມູນເທົ່ານັ້ນ ແຕ່ຍັງມີບົດບາດໃນການແກ້ໄຂອີກດ້ວຍ.
ຄໍາເຫັນ