ຂ່າວລະບຸວ່າ: ໃນລະຫວ່າງການກ່າວຄໍາປາໄສໃນກອງປະຊຸມສຸດຍອດລັດຖະບານໂລກ (World Government Summit) ທີ່ນະຄອນດູໄບ, ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ: ມາດຕະການດັ່ງກ່າວມີວັດຖຸປະສົງເພື່ອປົກປ້ອງເຍົາວະຊົນຈາກຄວາມສ່ຽງທີ່ເພີ່ມຂຶ້ນໃນແພລັດຟອມເວທີດີຈີຕອນ ຊຶ່ງທ່ານເຊື່ອວ່າແພລັດຟອມເຫຼົ່ານີ້ເລີ່ມມີຄວາມປອດໄພໜ້ອຍລົງສຳລັບກຸ່ມຜູ້ໃຊ້ທີ່ເປັນເຍົາວະຊົນ.
ລັດຖະບານແອັດສະປາຍວາງແຜນທີ່ຈະນຳສະເໜີຮ່າງກົດໝາຍສະບັບໃໝ່ນີ້ໃນອາທິດໜ້າ ເພື່ອກຳນົດຄວາມຮັບຜິດຊອບທາງກົດໝາຍຂອງຜູ້ໃຫ້ບໍລິການສື່ສັງຄົມອອນລາຍໃຫ້ເຂັ້ມງວດກວ່າເກົ່າ ຊຶ່ງອາດຈະລວມເຖິງການກຳນົດການລົງໂທດສຳລັບຜູ້ບໍລິຫານລະດັບສູງຫາກລະເລີຍຕໍ່ການລຶບເນື້ອຫາທີ່ຜິດກົດໝາຍອອກຈາກລະບົບ.
ທ່ານນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ບໍລິສັດ ເຕັກໂນໂລຊີ ມີຄວາມຮັບຜິດຊອບຕໍ່ສັງຄົມຫຼາຍຂຶ້ນ, ໂດຍເນັ້ນໜັກວ່າ ລັດຖະບານບໍ່ສາມາດເມີນເສີຍຕໍ່ການລະເມີດທີ່ເກີດຂຶ້ນໃນແພລັດຟອມສື່ສັງຄົມອອນລາຍໄດ້ອີກຕໍ່ໄປ. ນອກຈາກນັ້ນ, ແອັດສະປາຍ ຈະພັດທະນາເຄື່ອງມືເພື່ອຕິດຕາມການເຜີຍແຜ່ເນື້ອຫາທີ່ສ້າງຄວາມກຽດຊັງ ແລະ ແບ່ງແຍກທາງອອນລາຍ ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງ ແລະ ຍົກລະດັບຄວາມຮັບຜິດຊອບ.
ກ່ຽວກັບການຫ້າມການເຂົ້າເຖິງສື່ສັງຄົມອອນລາຍສຳລັບເດັກນ້ອຍອາຍຸຕ່ຳກວ່າ 16 ປີ, ທ່ານນາຍົກລັດຖະມົນຕີ ໄດ້ອະທິບາຍວ່າ: ເດັກນ້ອຍ ແລະ ຊາວໜຸ່ມໃນປັດຈຸບັນຕ້ອງປະເຊີນກັບຄວາມສ່ຽງທີ່ເພີ່ມຂຶ້ນໃນໂລກອອນລາຍ, ລວມທັງການຕິດສື່ດີຈີຕອນ, ການຖືກລ່ວງລະເມີດ, ການຫຼອກລວງ ແລະ ການເຂົ້າເຖິງເນື້ອຫາທີ່ຮຸນແຮງ ຫຼື ລາມົກ. ໂດຍລັດຖະບານຈະຈັດຕັ້ງປະຕິບັດກົນໄກທີ່ມີປະສິດທິພາບມາໃຊ້ເພື່ອບັງຄັບໃຊ້ຂໍ້ຈຳກັດດ້ານອາຍຸສຳລັບຜູ້ໃຊ້ຢ່າງເຂັ້ມງວດ.
ຄໍາເຫັນ