ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ລະບົບຕິດຕາມການເສຍຊີວິດປະຈຳວັນຂອງກະຊວງສາທາລະນະສຸກແອັດສະປາຍລາຍງານວ່າ, ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນຈາກອຸນຫະພູມທີ່ສູງຂຶ້ນໃນຕົ້ນເດືອນກໍລະກົດ, ປັດຈຸບັນແອັດສະປາຍກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີສອງຂອງປີ. ໂດຍໃນເດືອນມິຖຸນາພຽງເດືອນດຽວ, ມີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບອາກາດຮ້ອນເຖິງ 1,029 ຄົນ ຊຶ່ງເປັນຈຳນວນຜູ້ເສຍຊີວິດປະຈຳເດືອນສູງສຸດນັບຕັ້ງແຕ່ລະບົບດັ່ງກ່າວເລີ່ມນໍາໃຊ້ໃນປີ 2015.
ໃນຂະນະດຽວກັນ, ພະນັກງານດັບເພີງກຳລັງຕໍ່ສູ້ກັບໄຟໄໝ້ປ່າຫຼາຍແຫ່ງໃນທົ່ວປະເທດ ຊຶ່ງລວມທັງໄຟໄໝ້ປ່າໃນເມືອງລາບິສບາລ ດາມໂພດາ ທີ່ໄດ້ໄໝ້ພື້ນທີ່ປະມານ 2,200 ເຮັກຕາ ໃນເຂດອະນຸລັກເລສ ຄາວາເຣສ ແລະ ແຜ່ລາມໄປທົ່ວພື້ນທີ່ປະມານ 40 ກິໂລແມັດ.
ຂໍ້ມູນການຄາດຄະເນຈາກດາວທຽມຂອງລະບົບຂໍ້ມູນໄຟໄໝ້ປ່າເອີຣົບ (EFFIS) ລະບຸວ່າ: ໃນປີນີ້, ໄຟໄໝ້ປ່າໄດ້ເຜົາໄໝ້ພື້ນທີ່ປະມານ 56,000 ເຮັກຕາ ໃນແອັດສະປາຍແລ້ວ.
ຄໍາເຫັນ