ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມຢູ່ ເບີລິນ ປະເທດເຢຍລະມັນ, ບັນດາລັດຖະມົນຕີກະຊວງການເງິນຂອງ ເຢຍລະມັນ, ຝຣັ່ງ, ອີຕາລີ, ໂຮນລັງ, ໂປໂລຍ ແລະ ແອັດສະປາຍ, ທີ່ເອີ້ນວ່າກຸ່ມ “E6” ໃຫ້ຮູ້ວ່າ: ບັນດາປະເທດເຫຼົ່ານີ້ ສະໜັບສະໜູນເລື່ອງມອບໂອນຄວາມຮັບຜິດຊອບຕິດຕາມກວດກາໃຫ້ແກ່ອົງການຕິດຕາມກວດກາການຕະຫຼາດ ແລະ ອະສັງຫາລິມະຊັບ ເອີຣົບ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ. ເຖິງຢ່າງໃດກໍຕາມ ບາງພື້ນຖານເສດຖະກິດຂະໜາດໜ້ອຍກວ່າ ຂຶ້ນກັບ EU ຄື: ອຽກລັງ ແລະ ລຸກຊຳບວກ ພັດຊັ່ງຊາຕໍ່ຂໍ້ສະເໜີດັ່ງກ່າວ.
ໃນຖະແຫຼງການຮ່ວມ, ບັນດາລັດຖະມົນຕີການເງິນ E6 ເນັ້ນໜັກວ່າ: ບັນດາຂໍ້ສະເໜີທີ່ກ່ຽວຂ້ອງເຖິງການຕິດຕາມກວດກາຕະຫຼາດ ແລະ ບາງຂົງເຂດທີ່ແຕກຕ່າງກັນ ແນໃສ່ປະກອບສ່ວນມຸ່ງໄປເຖິງ “ສະຫະພັນປະຢັດ ແລະ ການລົງທຶນທີ່ແທດຈິງ”. ຖະແຫຼງການໃຫ້ຮູ້ວ່າ: ບັນດາຝ່າຍໄດ້ພະຍາຍາມຊອກຫາການປະນິປະນອມທີ່ດຸ່ນດ່ຽງ ດ້ວຍການສ່ອງແສງຫຼັກໝັ້ນຂອງກຸ່ມ E6 ແລະ ອາດຈະປະກອບສ່ວນເຂົ້າໃນບັນດາວາລະປຶກສາຫາລືຕໍ່ໄປໃນສະພາເອີຣົບ.
ຄໍາເຫັນ