ຂ່າວລະບຸວ່າ: ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ EU ແລະ ອັງກິດ ພາຍຫຼັງອັງກິດຖອນຕົວອອກຈາກ EU ຫຼື Brexit, ບັນດາດ່ານກວດຊາຍແດນລະຫວ່າງ Gibraltar ຊຶ່ງເປັນເຂດດິນແດນຂອງ ອັງກິດ ແລະ ແອັດສະປາຍ ໄດ້ຮັບການຍົກເລີກ, ຊ່ວຍໃຫ້ປະຊາຊົນ, ຊາວຜູ້ອອກແຮງງານ ແລະ ວິສາຫະກິດສອງຝ່າຍໄດ້ໄປມາຢ່າງສະດວກກວ່າເກົ່າ.
ຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ແມ່ນໝາກຜົນຂອງການເຈລະຈາໃນຫຼາຍປີ ພາຍຫຼັງທີ່ ອັງກິດ ອອກຈາກ EU ໃນປີ 2020. ເປົ້າໝາຍຂອງຂໍ້ຕົກລົງແມ່ນຮັບປະກັນສິດເສລີໃນການໄປມາ, ຮັກສາການເຄື່ອນໄຫວດ້ານການຄ້າຂ້າມຊາຍແດນ, ພ້ອມທັງແກ້ໄຂບັນດາບັນຫາທີ່ເກີດຂຶ້ນຈາກເລື່ອງ Gibraltar ບໍ່ໄດ້ນອນຢູ່ໃນຂອບເຂດນິຕິກຳຂອງ EU ອີກ ພາຍຫຼັງ Brexit.
ຄໍາເຫັນ