ທ່ານ ໂທມັສ ເຣີນິເຍ ໂຄສົກຂອງຄະນະກຳມາທິການເອີຣົບ ກ່າວວ່າ: ມີການປະສານງານໂດຍກົງກັບບັນດາປະເທດສະມາຊິກ ແລະ ເຈົ້າໜ້າທີ່ແຫ່ງຊາດທີ່ກ່ຽວຂ້ອງ, ລວມທັງຈັດກອງປະຊຸມສອງຄັ້ງໃນວັນທີ 3 ພະຈິກ ຜ່ານມາ. ທ່ານເນັ້ນໜັກວ່າ, ເຫດການດັ່ງກ່າວໄດ້ເນັ້ນຢໍ້າເຖິງຄວາມຈຳເປັນໃນເສີມສ້າງຄວາມເຂັ້ມແຂງ ແລະ ການກຽມຄວາມພ້ອມຮ່ວມກັນ, ຍ້ອນວ່າການໂຈມຕີທາງໄຊເບີສົ່ງຜົນກະທົບຕໍ່ການບໍລິການທີ່ຈຳເປັນ ແລະ ການດຳລົງຊີວິດປະຈຳວັນຂອງປະຊາຊົນ.
ກອງປະຊຸມຄັ້ງທຳອິດໄດ້ເຕົ້າໂຮມຄະນະເຮັດວຽກລະຫວ່າງສະຖາບັນຂອງ EU, ອົງການຈັດຕັ້ງຕ່າງໆຂອງ EU ລວມທັງ ອົງການຕຳຫຼວດເອີຣົບ (Europol) ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຄະນະກຳມະການເອີຣົບ. ໃນຂະນະທີ່, ກອງປະຊຸມຄັ້ງທີສອງແມ່ນການຮ່ວມມືລະຫວ່າງອົງການຈັດຕັ້ງລະດັບຊາດຈາກບັນດາປະເທດຕ່າງໆທີ່ໄດ້ຮັບຜົນກະທົບ, ໂດຍຜ່ານເຄືອຂ່າຍປະສານງານວິກິດການທາງໄຊເບີແຫ່ງເອີຣົບ.
ທ່ານ ເຣີນິເຍ ກ່າວວ່າ: ໜ້າວຽກຫຼັກແມ່ນການແລກປ່ຽນຂໍ້ມູນກ່ຽວກັບເຫດການດັ່ງກ່າວ ແລະ ກຳນົດແນວທາງການຮັບມືຮ່ວມກັນ.
ທັງນີ້, ການໂຈມຕີທາງໄຊເບີໃນວັນທີ 2 ພະຈິກ ຜ່ານມາ ໄດ້ສົ່ງຜົນກະທົບຕໍ່ລະບົບເຮັດຄວາມເຢັນໃນຫຼາຍປະເທດເອີຣົບ, ເປັນຕົ້ນແມ່ນອຽກລັງ, ແບນຊິກ, ລຸກຊຳບວກ, ໂຮນລັງ, ຊູແອດ, ແອັດສະໂຕນີ ແລະ ແຟງລັງ, ເຮັດໃຫ້ຜູ້ຂາຍຍ່ອຍບາງແຫ່ງຕ້ອງຖິ້ມຜະລິດຕະພັນອາຫານທີ່ເສຍຫາຍ.
ຄໍາເຫັນ