ຢູ່ນະຄອນຫຼວງຮ່າໂນ້ຍ, ສະຫະພາບເອີຣົບ (EU) ປະກາດການລົງທຶນ ຈຳນວນ 560 ລ້ານກວ່າເອີໂຣ ໃຫ້ແກ່ຫວຽດນາມ, ໂດຍສຸມໃສ່ການຫັນປ່ຽນພະລັງງານ, ພັດທະນາລະບົບຄົມມະນາຄົມແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດຂອງພື້ນຖານໂຄງລ່າງ. ໄປຄຽງຄູ່ກັນນັ້ນ, EU ກໍເລີ່ມຕົ້ນກົນໄກໜູນຊ່ວຍທາງດ້ານຄົມມະນາຄົມແບບຍືນຍົງ ລວມມູນຄ່າ 40 ລ້ານເອີໂຣ ແລະ ການລະດົມເງິນ 1 ຕື້ກວ່າເອີໂຣ ໃຫ້ແກ່ບັນດາໂຄງການເສັ້ນທາງລົດໄຟ ແລະ ຄົມມະນາຄົມຕົວເມືອງທີ່ມີຂອບຂະໜາດໃຫຍ່. ໃນເວທີປາໄສດັ່ງກ່າວກໍໄດ້ເປັນສັກຂີພິຍານການປະກາດຂໍ້ຕົກລົງຮ່ວມມືຫຼາຍສະບັບລະຫວ່າງວິສາຫະກິດ EU ແລະ ຫວຽດນາມ ໃນບັນດາຂົງເຂດຂົນສົ່ງ, ໂລຈີສຕິກ, ສາທາລະນະສຸກດີຈີຕອນ ແລະ ອຸດສາຫະກຳ, ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ເສດຖະກິດ ແລະ ເປີດກວ້າງລະບົບມູນຄ່າ.
ການພັດທະນາໃນເວທີປາໄສດ້ວຍຫົວຂໍ້: “ຍຸດທະສາດປະຕູທາງເຂົ້າທົ່ວໂລກ: ການຮ່ວມມືລົງທຶນມຸ່ງໄປເຖິງອະນາຄົດແບບຍືນຍົງ”, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີ ໃຫ້ EU ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໄດ້ສຳຜັດກັບແຫຼ່ງການເງິນສີຂຽວ, ຖ່າຍທອດເຕັກໂນໂລຊີ ແລະ ຊຸກຍູ້ການລົງທຶນທີ່ມີຄຸນນະພາບສູງໃນບັນດາຂົງເຂດ. ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ປະເທດສະມາຊິກ EU ສຳເລັດການໃຫ້ສັດຕະຍາບັນສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA), ສຳເລັດກອບນິຕິກຳ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ວິສາຫະກິດສອງຝ່າຍ.
ຄໍາເຫັນ