ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກໍລະກົດ ຜ່ານມາວ່າ: ຄະນະກຳມາທິການເອີຣົບ (EU) ໄດ້ປັບ ໃໝ Google ເປັນຈຳນວນເງິນ 890 ລ້ານເອີໂຣ ສຳລັບການລະເມີດກົດໝາຍຕະຫຼາດດີຈີຕອນຂອງສະຫະພາບເອີຣົບ ໂດຍການໃຫ້ບໍລິການໆຄົ້ນຫາຂອງຕົນໄດ້ຮັບຜົນປະໂຫຍດໃນໜ້າສະແດງຜົນການຄົ້ນຫາ ແລະ ປ້ອງກັນບໍ່ໃຫ້ນັກພັດທະນາແອັບພິເຄເຊິນເຂົ້າເຖິງຜູ້ໃຊ້ເພື່ອແນະນຳທາງເລືອກທີ່ລາຄາຖືກກວ່າ Play Store.
ບົດລາຍງານລະບຸວ່າ: ຄະນະກຳມາທິການເອີຣົບ ກຳນົດປັບໃໝ 430 ລ້ານເອີໂຣ ສຳລັບການຈຳກັດການເຂົ້າເຖິງຂອງນັກພັດທະນາແອັບພິເຄເຊິນ ແລະ 460 ລ້ານເອີໂຣ ສຳລັບການໃຫ້ບໍລິການໆຄົ້ນຫາຂອງຕົນໄດ້ຮັບຜົນປະໂຫຍດໃນໜ້າສະແດງຜົນການຄົ້ນຫາ, ພ້ອມກັບອອກຄຳສັ່ງໃຫ້ Google ຢຸດຕິການປະຕິບັດທັງສອງຢ່າງພາຍໃນ 60 ວັນ.
ຄໍາເຫັນ