ເອີຣົບ ນຳເຂົ້າແກັສທາດແຫຼວຈາກຣັດເຊຍຈຳນວນຫຼາຍ ກ່ອນຄຳສັ່ງຫ້າມນຳເຂົ້າ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ໜັງສືພິມ “ຟາຍນັນໂຊທາມ” ຂອງອັງກິດສະບັບວັນທີ 13 ກໍລະກົດ ຜ່ານມາ ລາຍງານວ່າ, ຍ້ອນວ່າບັນດາປະເທດສະມາຊິກເອີຣົບໄດ້ພາກັນຊື້ ແກັສທຳມະຊາດແຮໄວ້ກ່ອນຄຳສັ່ງຫ້າມນຳເຂົ້າຈາກຣັດເຊຍມີຜົນບັງຄັບໃຊ້, 6 ເດືອນຕົ້ນປີນີ້, ປະເທດສະມາຊິກເອີຣົບໄດ້ນຳເຂົ້າແກັສທຳມະຊາດທາດແຫຼວຈາກຣັດເຊຍເຖິງ 9.89 ລ້ານໂຕນ ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ ແລະ ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສະຫະພາບເອີຣົບ ຈະຈ່າຍເງິນສູງເຖິງ 6 ຕື້ເອີໂຣ. ໃນນັ້ນ, ຝຣັ່ງ, ແບນຊິກ ແລະ ແອັດສະປາຍ ໄດ້ນຳເຂົ້າຫຼາຍທີ່ສຸດ ໂດຍໄດ້ນຳເຂົ້າ 3.6 ລ້ານໂຕນ, 2.9 ລ້ານໂຕນ ແລະ 2.7 ລ້ານໂຕນໃນ 6 ເດືອນຕົ້ນປີນີ້ ຕາມລຳດັບ.
ສະຫະພາບເອີຣົບ ໄດ້ຫ້າມບໍ່ໃຫ້ນຳເຂົ້າແກັສທຳມະຊາດທາດແຫຼວຈາກຣັດເຊຍພາຍໃຕ້ຂອບສັນຍາໄລຍະສັ້ນນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ແຕ່ສາມາດນຳເຂົ້າຕໍ່ພາຍໃຕ້ຂອບສັນຍາໄລຍະຍາວ, ຈົນໄປເຖິງວັນທີ 1 ມັງກອນປີ 2027.
ຄໍາເຫັນ