ໃນວັນທີ 17 ເມສາ ຜ່ານມາ, ອົງການພະລັງງານສາກົນ (IEA) ໄດ້ເຕືອນວ່າ: ເອີຣົບກຳລັງປະເຊີນກັບຄວາມສ່ຽງຂອງການຂາດແຄນນໍ້າມັນເຊື້ອໄຟເຮືອບິນພາຍໃນສອງສາມອາທິດ ຖ້າຫາກບໍ່ສາມາດຊອກຫານໍ້າມັນເຊື້ອໄຟທົດແທນຈາກຕາເວັນອອກກາງໄດ້ພຽງພໍ. ເອີຣົບອາດຈະມີນໍ້າມັນເຊື້ອໄຟເຮືອບິນເຫຼືອໃຊ້ພຽງແຕ່ 6 ອາທິດແລະສະຖານະການອາດຈະຮອດຈຸດວິກິດໃນເດືອນມິຖຸນາ ແລະ ມີຄວາມສ່ຽງທີ່ຈະຍົກເລີກຖ້ຽວບິນໃນໄລຍະລະດູຮ້ອນ ຖ້າຫາກບໍ່ສາມາດທົດແທນການນໍາເຂົ້າຈາກຕາເວັນອອກກາງໄດ້ຢ່າງໜ້ອຍເຄິ່ງໜຶ່ງ.
ທ່ານ ຟາຕີ ບິຣາລຜູ້ອຳນວຍການບໍລິຫານຂອງ IEAກ່າວວ່າ: ຖ້າເສັ້ນທາງການຂົນສົ່ງຍັງຖືກປິດຕໍ່ໄປ, ການຍົກເລີກຖ້ຽວບິນອາດຈະເລີ່ມຕົ້ນໃນໄວໆນີ້ ເນື່ອງຈາກການສະໜອງນໍ້າມັນເຊື້ອໄຟບໍ່ພຽງພໍ.
IEA ຄາດຄະເນວ່າ: ຖ້າຫາກເອີຣົບບໍ່ສາມາດທົດແທນການສະໜອງໄດ້ເຖິງ 50% ອາດເກີດການຂາດແຄນໃນສະໜາມບິນບາງແຫ່ງ ຊຶ່ງນຳໄປສູ່ການຍົກເລີກຖ້ຽວບິນ ແລະ ສົ່ງຜົນກະທົບຕໍ່ຄວາມຕ້ອງການການເດີນທາງ. ໃນຂະນະດຽວກັນເຖິງແມ່ນວ່າຈະມີການທົດແທນໄດ້ເຖິງ 75%, ແຕ່ຄວາມສ່ຽງນີ້ຍັງອາດຈະເກີດຂຶ້ນພາຍໃນເດືອນສິງຫາ ຖ້າຫາກສະຖານະການບໍ່ດີຂຶ້ນ.
ບົດລາຍງານຂອງ IEA ລະບຸວ່າ: ກ່ອນທີ່ວິກິດການຈະເກີດຂຶ້ນ, ເອີຣົບອາໄສນໍ້າມັນເຊື້ອໄຟເຮືອບິນຈາກຕາເວັນອອກກາງປະມານ 75% ຂອງການນຳເຂົ້າທັງໝົດ. ໃນຂະນະທີ່ຫຼາຍປະເທດກຳລັງພະຍາຍາມຊອກຫາຜູ້ສະໜອງໃໝ່ຈາກສະຫະລັດ ອາເມຣິກາ ແລະ ໄນຈີເຣຍ. ເຖິງແມ່ນວ່າການສົ່ງອອກຈາກສະຫະລັດ ອາເມຣິກາ ຈະເພີ່ມຂຶ້ນຢ່າງໄວວາໃນອາທິດທີ່ຜ່ານມາ, ແຕ່ສາມາດຊົດເຊີຍປະລິມານທີ່ສູນເສຍໄປໄດ້ພຽງເລັກນ້ອຍເທົ່ານັ້ນ - ໜ້ອຍກວ່າເຄິ່ງໜຶ່ງ.
ຄໍາເຫັນ