![]() |
ເຂົ້າຮ່ວມພິທີດັ່ງກ່າວ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາບໍລິຫານງານພັກແຂວງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງ ແຂວງໄຊຍະບູລີ.
ການສະໜັບສະໜູນຄັ້ງນີ້, ເປັນສ່ວນໜຶ່ງຂອງການດໍາເນີນງານພາຍໃຕ້ຫຼັກການພັດທະນາຢ່າງຍືນຍົງ (ESG) ໂດຍສະເພາະທາງດ້ານສັງຄົມ (Social) ທີ່ບໍລິສັດໃຫ້ຄວາມສໍາຄັນກັບການຍົກລະດັບຄຸນນະພາບຊີວິດ ແລະ ສຸຂະພາບຂອງປະຊາຊົນໃນພື້ນທີ່ໂຄງການ ແລະ ແຂວງໄຊຍະບູລີ ຢ່າງຕໍ່ເນື່ອງ
ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຍັງຄົງມຸ່ງໝັ້ນດໍາເນີນທຸລະກິດຄວບຄູ່ກັບການເບິ່ງແຍງ ແລະ ພັດທະນາຊຸມຊົນ ໂດຍເຊື່ອໝັ້ນວ່າ: ການເຂົ້າເຖິງບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບເປັນຮາກຖານສໍາຄັນຂອງການພັດທະນາສັງຄົມຢ່າງຍືນຍົງ ແລະ ສ້າງຄຸນຄ່າຮ່ວມລະຫວ່າງອົງກອນ, ຊຸມຊົນ ແລະ ພາກລັດ.
(ແຫຼ່ງຂ່າວ: ແຂວງໄຊຍະບູລີ)

ຄໍາເຫັນ