ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບ ບໍລິສັດ ເມືອງເງິນ ເອັນເຕີໄພ ຈໍາກັດ ແລະ ບໍລິສັດ ໄທອີວີ ຈໍາກັດ ຈັດພິທີສົ່ງມອບລົດຫົວລາກພະລັງງານໄຟຟ້າ ສໍາລັບຂົນສົ່ງຫີນປູນ ພາຍໃນໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເພື່ອຕອບສະໜອງນະໂຍບາຍທາງດ້ານການຮັກສາສິ່ງແວດລ້ອມຂອງໂຄງການ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ອາຄານຫົງຄໍາໄຊຍາຄານ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເມືອງຫົງສາ ແຂວງໄຊຍະບູລີ.
ການຜະລິດກະແສໄຟຟ້າ ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຊຶ່ງເປັນສ່ວນສໍາຄັນໃນການສ້າງຄວາມໝັ້ນຄົງທາງດ້ານພະລັງງານຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ. ນອກຈາກນີ້, ບໍລິສັດຍັງໃຫ້ຄວາມສໍາຄັນກ່ຽວກັບນະໂຍບາຍທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ຄວາມເປັນທໍາໃນການປະຕິບັດງານ ຫຼື ESG (Environment, Social, and Governance) ໂດຍໄດ້ສຶກສາ ແລະ ເລີ່ມຕົ້ນໂຄງການຕ່າງໆ ທີ່ສອດຄ່ອງກັບນະໂຍບາຍດັ່ງກ່າວ ເພື່ອການດໍາເນີນງານທີ່ດີ ແລະ ມີປະສິດທະພາບໃນລະດັບສາກົນ ແລະ ເປັນທີ່ຮູ້ດີແລ້ວວ່າ ບໍລິສັດ ໄດ້ມີການດໍາເນີນງານຕາມມາດຕະຖານສາກົນ ຈົນໄດ້ຮັບການຮັບຮອງມາດຕະຖານດ້ານສິ່ງແວດລ້ອມສາກົນ ຫຼື ISO 14001 ເວີຊັ່ນ 2015 ແລະ ມາດຕະຖານການຈັດການຄວາມປອດໄພ ອາຊີວະອະນາໄມ ແລະ ສະພາບແວດລ້ອມໃນການເຮັດວຽກ ຫຼື ISO 45001 ເວີຊັ່ນ 2018 ແລະ ຍັງໄດ້ຮັບໃບປະກາດຈາກ ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໃຫ້ເປັນ Green Factory ແຫ່ງທໍາອິດໃນ ສປປ ລາວ ອີກດ້ວຍ ຊຶ່ງທັງໝົດນີ້ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຢຶດໝັ້ນ ແລະ ດໍາເນີນງານໂດຍເລັ່ງເຫັນຄວາມສໍາຄັນໃນດ້ານສິ່ງແວດລ້ອມມາໂດຍຕະຫຼອດ.
ການນໍາໃຊ້ລົດຫົວລາກພະລັງງານໄຟຟ້າສໍາລັບຂົນສົ່ງຫີນປູນ ຈໍານວນ 11 ຄັນ ໃນໄລຍະເລີ່ມຕົ້ນນີ້ ຈະເປັນການເລີ່ມຕົ້ນເພື່ອການສຶກສາການນໍາລົດພະລັງງານໄຟຟ້າມາທົດແທນ ແລະ ນໍາໃຊ້ພາຍໃນໂຄງການຕໍ່ໄປໃນອະນາຄົດ ແລະ ເປັນການມຸ່ງສູ່ສັງຄົມຄາບອນຕໍ່າ (Low Carbon Society) ທີ່ເປັນມິດກັບສິ່ງແວດລ້ອມ ທັງນີ້, ເພື່ອໃຫ້ສອດຄ່ອງກັບວິໄສທັດຂອງອົງກອນ ຄື: “ຜູ້ຜະລິດພະລັງງານໄຟຟ້າທີ່ດີທີ່ສຸດ ໃນ ສປປ ລາວ ດ້ວຍການດໍາເນີນງານທີ່ດີເລີດ ນໍາຄວາມສຸກມາສູ່ທຸກຄົນ”
ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ (Hongsa Power Company Limited) ດໍາເນີນທຸລະກິດພະລັງງານໄຟຟ້າ ມີຜູ້ຖືຮຸ້ນ 3 ບໍລິສັດ ໄດ້ແກ່: ບໍລິສັດ ບ້ານປູ ພາວເວີ ຈໍາກັດ (ມະຫາຊົນ), ບໍລິສັດ ຣາດກຣຸບ ຈໍາກັດ (ມະຫາຊົນ) ໂດຍເປັນບໍລິສັດລູກຂອງ ບໍລິສັດ ອາເອດຊ ອິນເຕີເນຊັນແນວ (ສິງກະໂປ) ຄໍປໍເລຊັນ ຈໍາກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ມີກໍາລັງການຜະລິດທັງໝົດ 1,878 ເມກາວັດ ພາຍໃຕ້ຊື່ທີ່ເອີ້ນກັນທົ່ວໄປວ່າ “ໂຮງໄຟຟ້າຫົງສາ” ຕັ້ງຢູ່ ເມືອງຫົງສາ ແຂວງໄຊຍະບູລີ.
ຂ່າວ-ພາບ: ໄຊຍະບູລີ
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ
ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ຄໍາເຫັນ