ໄຟຟ້າລາວຈັດງານແຂ່ງຂັນສີມືແຮງງານ

ໄຟຟ້າລາວຈັດງານແຂ່ງຂັນສີມືແຮງງານ
ງານແຂ່ງຂັນສີມືແຮງງານ ປະຈໍາປີ2024ຂອງລັດວິສາຫະກິດໄຟຟ້າລາວໄດ້ເປີດຂຶ້ນໃນວັນທີ 30 ເມສານີ້ ທີ່ບໍລິເວນເດີ່ນຂອງສໍານັກງານໃຫຍ່ ໂດຍການເຂົ້າຮ່ວມ ຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່(ພບ) ຊຶ່ງມີຄະນະພັກກະຊວງ, ປະທານ ແລະ ຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມແຂກຖືກເຊີນ ພ້ອມດ້ວຍພະນັກງານເຂົ້າຮ່ວມ
    ການຈັດງານແຂ່ງຂັນສີມືແຮງງານຄັ້ງນີ້ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຂະບວນຄໍານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນກໍາມະກອນສາກົນ  1 ພຶດສະພາ 1886 ຄົບຮອບ 138ປີ.
    ໃນພິທີ, ທ່ານ ທອງພັດ ອິນທະວົງ ກ່າວວ່າ: ກ່ອນໜ້ານີ້1 ພຶດສະພາ 1886 ຢູ່ບັນດາໂຮງຈັກ, ໂຮງງານ ຂອງເມືອງຊີກາໂກ  ແລະ ໃນຕົວເມືອງທີ່ສໍາຄັນ ຂອງສະຫະລັດອາເມຣິກາ 5.000 ກວ່າແຫ່ງ ມີຊາວກໍາມະກອນ ແລະ ຜູ້ອອກແຮງງານເກືອບ 400.000ຄົນ ໄດ້ລຸກຂຶ້ນຕໍ່ສູ້ກັບພວກນາຍທຶນ ເພື່ອທວງເອົາສິດໃນດ້ານຕ່າງໆ ແລະ ບັງຄັບໃຫ້ພວກນາຍທຶນຕ້ອງຮັບຮອງ ແລະ ປະຕິບັດຕໍ່ຊົນຊັ້ນກໍາມະກອນ ຄື: ກໍາມະກອນຜູ້ໜຶ່ງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້, ໃຫ້ມີເວລາພັກຜ່ອນ 8ຊົ່ວໂມງ  ແລະ ອີກ 8ຊົ່ວໂມງ  ເພື່ອການສຶກສາ, ຄົ້ນຄວ້າ, ຮໍ່າຮຽນ.  ຕໍ່ມາໝາກຜົນຂອງຂະບວນການຕໍ່ສູ້ດັ່ງກ່າວ ໄດ້ປຸກລະດົມຂະບວນການຕໍ່ສູ້ຂອງຊາວກໍາມະກອນ ຢູ່ໃນປະເທດຕ່າງໆຢ່າງກວ້າງຂວາງ, ຟົດຟື້ນ ສືບເນື່ອງເລື້ອຍໆມາ ແລະ ໄດ້ກາຍມາເປັນມູນເຊື້ອ, ເປັນສັນຍາລັກ ແລະ ເປັນສຽງລະຄັງ  ເພື່ອປ່າວເຕືອນຂະບວນການລຸກຮືຂຶ້ນຕໍ່ສູ້ ຂອງຊົນຊັ້ນກໍາມະກອນ ເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ຈົນມາເຖິງປັດຈຸບັນ.  ສໍາລັບຢູ່ປະເທດລາວ ນັບແຕ່ມີພັກນໍາພາ, ໜໍ່ແໜງຂອງການຕໍ່ສູ້ໄດ້ເກີດຂຶ້ນ ແລະ ໄດ້ກາຍເປັນຂະບວນການຕໍ່ສູ້ຂອງກໍາມະກອນຢູ່ໂຮງຈັກ, ໂຮງງານຫຼາຍບ່ອນໄດ້ເລີ່ມກໍ່ຕົວຂຶ້ນ ແລະ ຂະຫຍາຍຕົວເລື້ອໆມາ.
    ໂອກາດດັ່ງກ່າວ, ທ່ານທອງພັດ ອິນທະວົງ ກ່າວຕື່ມວ່າ: ການຈັດງານແຂ່ງຂັນດັ່ງກ່າວ, ແມ່ນມີຄວາມສໍາຄັນຫຼາຍ, ສະຫະພັນກໍາມະບານກະຊວງພບ ໄດ້ຈັດງານດັ່ງກ່າວຂຶ້ນຕິດຕໍ່ກັນມາເປັນເວລາ ຫຼາຍປີແລ້ວ ແລະ ເຫັນວ່າ ກາຍເປັນຂະບວນການໜຶ່ງທີ່ມີບັນຍາກາດຟົດຟື້ນ, ມີການເຂົ້າຮ່ວມຢ່າງກວ້າງຂວາງ, ຕັ້ງໜ້າ ແລະ ເປັນເຈົ້າການ ຂອງສະມາຊິກກໍາມະບານ ແລະ ພະນັກງານ-ລັດຖະກອນ, ກໍາມະກອນພວກເຮົາ.  ຜ່ານການແຂ່ງຂັນໃນແຕ່ລະປີ  ສາມາດເລືອກເຟັ້ນບຸກຄົນ, ທີມງານ, ກົມກອງ ທີ່ມີສີມືເດັ່ນ, ມີຄວາມຊໍານານງານໃນການເຮັດໜ້າທີ່, ການອອກແຮງງານ ແລະ ມີຫົວຄິດປະດິດສ້າງ ຂອງແຕ່ລະຫົວໜ່ວຍວິຊາສະເພາະ-ວິຊາການ ແລະ ຫົວໜ່ວຍຄຸ້ມຄອງ-ບໍລິຫານ ພາຍໃນຂະແໜງການ ຂອງພວກເຮົາ ພ້ອມດຽວກັນນີ້ ສາມາດຕີລາຄາ ແລະ ປະເມີນໄດ້ລະດັບການເຕີບໃຫຍ່ຂະຫຍາຍຕົວ ຂອງພະນັກງານ, ກໍາມະກອນ ໂດຍຜ່ານຂະບວນການເຄື່ອນໄຫວວຽກງານໃນພາກຕົວຈິງເດັ່ນຊັດຂຶ້ນ. ບັນດາທີມງານທີ່ໄດ້ເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ ແມ່ນມາຈາກໄຟຟ້າທົ່ວປະເທດ ຄື:  ການຄິດໄລ່ພະລັງງານຄືນຫຼັງ-ປັບໃໝ, ການກວດກາ-ທົດສອບໝໍ້ຈໍາໜ່າຍ CT ແລະ VT, ການປ່ຽນດອກກັນໄຟ 115kv, ການເຊື່ອມສາຍFiber optic, ນະວັດຕະກໍາໃໝ່, ການລົງບັນຊີ ສະຫຼຸບປະຈໍາເດືອນ, ການແຂ່ງຂັນພິທີກອນ-ພິທີການ, ການແຂ່ງຂັນຂັບລໍາ-ຮ້ອງເພງ-ຂັບລໍາສຽງດີ,  ລວມທີມທີ່ລົງທະບຽນທັງໝົດ 8ຫົວຂໍ້ 99ທີມ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ