ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ສະຫຼຸບວຽກງານ ປະຈໍາປີ 2026

ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ສະຫຼຸບວຽກງານ ປະຈໍາປີ 2026

ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ສະຫຼຸບວຽກງານ ປະຈໍາປີ 2026
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ2026 ຂອງຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ຈັດຂຶ້ນໃນວັນທີ 9-10 ກຸມພານີ້ ທີ່ສະໂມສອນສະພາປະຊາຊົນແຂວງເຊກອງ ໂດຍການເປັນປະທານ ຂອງທ່ານ ອາຄົມເດດ ວົງໄຊ ກໍາມະການສໍາຮອງສູນກາງພັກຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ.
ຝາຍຄມຄອງລະບບໄຟຟາພາກໃຕສະຫບວຽກງານ ປະຈາປ 2026 - image 1
 

ທ່ານ ສຸຂິໂຕ ຫົງວັນທອງ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ໄດ້ໃຫ້ຮູ້ວ່າ: ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ແມ່ນຝາຍໜຶ່ງທີ່ຂຶ້ນກັບລັດວິສາຫະກິດໄຟຟ້າລາວ ປະກອບມີ 6 ສາຂາແຂວງຂຶ້ນກັບ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ອັດຕະປື ແລະ ແຂວງເຊກອງ, ມີພະນັກງານສົມບູນ ແລະ 90% ຈໍານວນ 1,499 ຄົນຍິງ 264 ຄົນ, ມີແຫຼ່ງຜະລິດ 29 ເຂື່ອນ, ມີສະຖານີໄຟຟ້າ 230/115/22 ກິໂລໂວນ 2 ແຫ່ງ, ສະຖານີ 115/22 ກິໂລໂວນ 18 ແຫ່ງ, ຕາຂ່າຍແຮງດັນສູງ 115 ກິໂລໂວນ 2,783 ກິໂລແມັດ/ວົງຈອນ, ຕາຂ່າຍແຮງດັນກາງ 15,036 ກິໂລແມັດ/ວົງຈອນ, ຕາຂ່າຍແຮງດັນຕໍ່າ 10,054 ກິໂລແມັດ/ວົງຈອນ, ມີໝໍ້ແປງໄຟຟ້າ 14,159 ໜ່ວຍ ແລະ ມີໝໍ້ນັບໄຟ 649,291 ໜ່ວຍ.

ໃນປີ 2025 ຜ່ານມາ, ຄະນະພັກ, ຄະນະນໍາຂອງຝ່າຍ ແລະ ສາຂາ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາພະນັກງານ-ກໍາມະກອນຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍຖືເອົາການບໍລິການສະໜອງໄຟຟ້າຮັບໃຊ້ສັງຄົມ, ການຄຸ້ມຄອງລະບົບ ແລະ ຜັນຂະຫຍາຍແຜນການປະຕິຮູບໃນ 7 ກຸ່ມວຽກ 26 ແຜນງານ ທີ່ຕິດພັນກັບການດໍາເນີນທຸລະກິດຂອງຝ່າຍ ເພື່ອເພີ່ມປະສິດທິພາບໃນການບໍລິຫານໜີ້ສິນ, ການຈັດຕັ້ງປະຕິບັດແຜນ ແລະ ວິໄສທັດ, ວາງນະໂຍບາຍບໍລິການ ແລະ ຄຸ້ມຄອງລະບົບໄຟຟ້າທັງສາຍສົ່ງ-ສະຖານີ ເພື່ອຮັບປະກັນການຮັບ-ສົ່ງພະລັງງານໄຟຟ້າ ຈາກແຫຼ່ງຜະລິດໄປສູ່ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມຕໍ່ເນື່ອງ ແລະ ມີຄຸນນະພາບ; ຮັບພະລັງງານໄຟຟ້າຈາກການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼືEGAT (3 ຈຸດພາກໃຕ້) ທັງໝົດ 782 ຈີກະວັດໂມງ ທຽບໃສ່ປີ 2024ຫຼຸດລົງ 428 ຈີກະວັດໂມງ; ສົ່ງພະລັງງານໄຟຟ້າ ໃຫ້ EGAT ທັງໝົດ 1,065 ຈີກະວັດໂມງ ທຽບໃສ່ປີ 2024 ເພີ່ມຂຶ້ນ 341 ຈີກະວັດໂມງ; ສົ່ງພະລັງງານໄຟຟ້າໃຫ້ປະເທດກໍາປູເຈຍ (3 ຈຸດພາກໃຕ້) ຈໍານວນ 2,988 ຈີກະວັດໂມງ ທຽບໃສ່ປີ 2024 ເພີ່ມຂຶ້ນ 116 ຈີກະວັດໂມງ; ປະຊາຊົນໃນ 6 ແຂວງ ໄດ້ຊົມໃຊ້ໄຟຟ້າກວມເອົາ 98.37%. ໃນນີ້, ມີເມືອງໄດ້ໃຊ້ໄຟຟ້າ 52 ເມືອງ ກວມເອົາ 100%, ມີບ້ານໄດ້ໃຊ້ໄຟຟ້າ 3,072 ບ້ານ ກວມເອົາ 97.09% ແລະ ມີຄອບຄົວໄດ້ໃຊ້ໄຟຟ້າ 561,915 ຄອບຄົວ ກວມເອົາ 98.02%.

ທ່ານ ສຸຂິໂຕ ຫົງວັນທອງ ໃຫ້ຮູ້ຕື່ມວ່າ: ໃນປີ 2026 ຄະນະພັກ, ຄະນະນໍາຝ່າຍ ແລະ ສາຂາ ຈະສືບຕໍ່ນໍາພາ-ຊີ້ນໍາພະນັກງານ, ກໍາມະກອນ ປະຕິບັດວຽກງານວິຊາສະເພາະ ຕາມແຜນສູ້ຊົນ 7 ຕົວຊີ້ວັດ, ຖືເອົາວຽກງານບໍລິການ-ຄຸ້ມຄອງລະບົບເປັນສໍາຄັນ ເພື່ອສ້າງຮາກຖານທີ່ເຂັ້ມແຂງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ເພີ່ມປະສິດທິພາບໃນດ້ານວຽກງານ ພ້ອມການບໍລິການສະໜອງໄຟຟ້າໃຫ້ສັງຄົມໄດ້ຊົມໃຊ້ຢ່າງທົ່ວເຖິງ ແລະ ມີຄວາມປອດໄພ.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ເພີ່ມເຕີມ