ກິດຈະກຳທາງເສດຖະກິດກຳລັງຂະຫຍາຍຕົວໃນອັດຕາທີ່ເຂັ້ມແຂງ, ເຖິງວ່າຈະມີຄວາມບໍ່ແນ່ນອນເພີ່ມຂຶ້ນ ຊຶ່ງ ສ່ວນໜຶ່ງແມ່ນຍ້ອນຄວາມຂັດແຍ້ງໃນຕາເວັນອອກກາງ. ໃນຂະນະທີ່ການເຕີບໂຕຂອງຜົນຜະລິດ ແລະ ການລົງທຶນຍັງຄົງແຂງແຮງ, ສ່ວນການເຕີບໂຕຂອງການຈ້າງງານມີຄວາມສອດຄ່ອງກັບຕະຫຼາດແຮງງານ ແລະ ອັດຕາການວ່າງງານໄດ້ສະແດງໃຫ້ເຫັນການປ່ຽນແປງເລັກນ້ອຍ.
ອັດຕາເງິນເຟີ້ຍັງຄົງສູງເມື່ອທຽບກັບເປົ້າໝາຍ 2% ຂອງ FOMC ຊຶ່ງສະທ້ອນເຖິງຜົນກະທົບດ້ານການສະ ໜອງທີ່ເຮັດໃຫ້ລາຄາສິນຄ້າສູງຂຶ້ນໃນບາງຂະແໜງການ, ລວມທັງຂະແໜງພະລັງງານ. ຄະນະກຳມະການຈະດຳເນີນມາດຕະການເພື່ອຮັກສາສະຖຽນລະພາບຂອງລາຄາ.
ຄໍາເຫັນ