ດັດຊະນີຄວາມສຸກພິຈາລະນາຈາກຫຼາຍປັດໃຈເຊັ່ນ: ລວມຍອດຜະລິດຕະພັນພາຍໃນປະເທດຕໍ່ຫົວຄົນ, ສະຫວັດດີການສັງຄົມ, ການເບິ່ງແຍງສຸຂະພາບ ແລະອາຍຸຍືນສະເລ່ຍ,ໂດຍບົດລາຍງານປະຈຳປີນີ້ ປະກອບດ້ວຍປະເທດ ຫຼື ເຂດແຄວ້ນ ລວມທັງໝົດ 147 ແຫ່ງ ຊຶ່ງ ແຟງລັງຄອງອັນດັບສູງສຸດ. ຕິດຕາມມາດ້ວຍ ດານມາກ, ໄອສແລນ ແລະ ຊູແອດ.
ສໍາລັບການຈັດອັນດັບຂອງສະຫະລັດ ອາເມຣິກາ ໄດ້ຫຼຸດລົງເປັນສະຖິຕິຕໍ່າສຸດ ຢູ່ທີ່ອັນດັບ 24, ຫຼັງຈາກເຄີຍຢູ່ອັນດັບທີ 11 ໃນປີ 2012 ຊຶ່ງເປັນປີທີ່ມີການເຜີຍແຜ່ບົດລາຍງານເປັນຄັ້ງທໍາອິດ.
ຄໍາເຫັນ