ຟຟລ ເຜີຍ 4 ວຽກງານ ທີ່ເປັນແຜນການຮັບມື ແກ້ໄຂໄຟຕົກ, ໄຟມອດ

ຟຟລ ເຜີຍ 4 ວຽກງານ ທີ່ເປັນແຜນການຮັບມື ແກ້ໄຂໄຟຕົກ, ໄຟມອດ
ໃນວັນທີ 17 ພືດສະພາ ນີ້ທີ່ກະຊວງພະລັງງານ ແລະ ບໍ່ແຮ່ (ບພ); ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຮ່ວມກັບ ກະຊວງ ພບ ຈັດພິທີຖະແຫຼງຂ່າວ ເພື່ອຊີ້ແຈງບັນດາຄໍາຖາມທີ່ສັງຄົມໃຫ້ຄວາມສົນໃຈ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຖືກຕ້ອງ ກ່ຽວກັບບັນຫາໄຟຕົກ-ໄຟມອດ ແລະ ບັນຫາອື່ນໆກ່ຽວກັບໄຟຟ້າ; ພິທີຖະແຫຼ່ງຂ່າວຄັ້ງນີ້, ມີ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງ ພບ, ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ ຟຟລ ພ້ອມດ້ວຍບັນດາທ່ານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານຜູ້ອຳນວຍການໃຫຍ່ ຟຟລ ໄດ້ໃຫ້ຮູ້ເຖິງສາເຫດທີ່ພາໃຫ້ເກີດໄຟຕົກ, ໄຟມອດ, ໄຟໄໝ້ສາຍໄຟ ແລະ ໝໍ້ແປງ ທີ່ໄລຍະນີ້ມີຂ້ອນຂ້າງຫຼາຍ ຊຶ່ງມາຈາກປັດໄຈພາຍໃນ ແລະ ພາຍນອກທີ່ກະທົບໃສ່; ພ້ອມນີ້, ກໍໄດ້ເປີດເຜີຍວ່າມີກົນໄກ, ແບບແຜນ ແລະ ແຜນການຮັບມື ເພື່ອແກ້ໄຂບັນຫາດັ່ງກ່າວ ທັງສະເພາະໜ້າ ແລະ ໄລຍະຍາວ  ໂດຍຈະສຸມໃສ່ 4 ວຽກງານ, ໂດຍໄດ້ກ່າວໃຫ້ຮູ້ວ່າ: 
ສະພາບລະບົບຕາຂ່າຍໄຟຟ້າໃນຂອບເຂດທົ່ວປະເທດ ມີຄວາມຍາວໄກ (ເກີນມາດຕະຖານກໍານົດ) ລະບົບເກົ່າແກ່ ເຊື່ອມໂຊມ, ເປ່ເພຕາມອາຍຸການໃຊ້ງານ. ຖ້າອີງໃສ່ມາດຕະຖານສາກົນກໍານົດ ລວງຍາວຕາຂ່າຍ 22 ກວ ທີ່ເຊື່ອມຕໍ່ ອອກຈາກສະຖານີແຕ່ລະຈຸດ ແມ່ນບໍ່ເກີນ 22 ກິໂລແມັດ (ແຕ່ກົງກັນຂ້າມລະບົບຕາຂ່າຍຂອງ ຟຟລ ໃນຂອບເຂດທົ່ວປະເທດຫຼາຍຈຸດມີລວງຍາວສະເລ່ຍຫຼາຍກວ່າ 100 ກິໂລແມັດ) ເຮັດໃຫ້ບໍ່ມີຄວາມສະຖຽນລະພາບ ແລະ ເວລາເກີດເຫດການໄຟຕົກ-ໄຟມອດ ແມ່ນໃຊ້ເວລາດົນໃນການແກ້ໄຂສ້ອມແປງ. ຂະນະທີ່, ສະພາບການຂະຫຍາຍຕົວເສດຖະກິດ-ສັງຄົມ ແມ່ນມີການພັດທະນາຢ່າງກ້າວກະໂດດ ຊຶ່ງສະແດງອອກສະຖິຕິການຊົມໃຊ້ໄຟຟ້າ ເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະປີນີ້ ແມ່ນເພີ່ມຂຶ້ນແບບກ້າວກະໂດດທົ່ວປະເທດ (ສະເພາະນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ປະມານ 28%), ເນື່ອງຈາກສະພາບການຂອງໂລກຮ້ອນຜິດປົກກະຕິ, ບວກກັບສະພາບການລາຄານໍ້າມັນເຊື້ອໄຟມີການເໜັງຕີງບໍ່ປົກກະຕິ(ລາຄາສູງ)ເຮັດໃຫ້ປະຊາຊົນຫັນມາຊົມໃຊ້ລົດໄຟຟ້າ ປ່ຽນແທນລົດທີ່ນໍາໃຊ້ນໍ້າມັນ ຕາມແນວທາງຂອງ ລັດຖະບານວາງອອກ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ຈາກສະຖິຕິການນໍາເຂົ້າລົດໄຟຟ້າແຕ່ປີ 2019- 2023 ມີທັງໝົດ 3.220 ຄັນ ແລະ ຄາດຄະເນຈະເພີ່ມຂຶ້ນເປັນ 500.000 ກວ່າຄັນ ໃນປີ 2030.
ໃນໄລຍະມີການຊົມໃຊ້ໄຟຟ້າຫຼາຍຈະເຮັດໃຫ້ລະບົບຈໍາໜ່າຍຈຸດບໍລິເວນນັ້ນ ແລະ ເຂດໃກ້ຄຽງ ເກີດມີບັນຫາແຮງດັນຕົກ ຫຼື ໄຟຟ້າບໍ່ພໍໃຊ້ ຊຶ່ງເປັນສິ່ງທ້າທາຍໜຶ່ງຕໍ່ກັບລະບົບຈໍາໜ່າຍໄຟຟ້າຂອງ ໄຟຟ້າລາວ ກໍລະນີການເພີ່ມຂຶ້ນຂອງເຄື່ອງປັບອາກາດ ແລະ ການນໍາໃຊ້ເຄື່ອງສາກ ໃນເວລາດຽວກັນ ຈະສົ່ງຜົນກະທົບຕໍ່ລະບົບຈໍາໜ່າຍພາກທີ່ຢູ່ອາໄສ ຖ້າຫາກການສາກລົດໄຟຟ້າ EV ຈໍານວນຫຼາຍ ຈະເຮັດໃຫ້ການຊົມໃຊ້ກໍາລັງໝໍ້ແປງເຕັມ ຫຼື ເກີນກໍາລັງທີ່ຈະຈ່າຍໄຟໃຫ້ໄດ້ ເຮັດໃຫ້ເກີດມີກະແສໄຟຟ້າລັດວົງຈອນ, ຄຽງຄູ່ກັນນັ້ນ ບັນຫາການຕິດຕັ້ງສາຍເກາະຫ້ອຍໂທລະຄົມ ແລະ ບັນດາອຸປະກອນສື່ສານຕ່າງໆ ທີ່ເກາະຫ້ອຍໃສ່ເສົາຕາຂ່າຍໄຟຟ້າເປັນຈໍານວນຫຼາຍ, ບໍ່ເປັນໄປຕາມມາດຕະຖານ (ມີຊຸມສາຍເກາະຫ້ອຍຈໍານວນຫຼາຍທີ່ບໍ່ໄດ້ນໍາໃຊ້ ແຕ່ບໍ່ໄດ້ຮັບການຮື້ຖອນ) ສ່ຽງຕໍ່ເສົາຫັກ-ເສົາລົ້ມ ມີຄວາມສ່ຽງຕໍ່ເຫດອັກຄີໄພຕ່າງໆເກີດຂຶ້ນ ດັ່ງທີ່ພົບເຫັນໃນໄລຍະຜ່ານມາ. ນອກຈາກນີ້, ເກີດຈາກປັດໄຈພາຍນອກ ໂດຍສະເພາະບັນຫາໄພທໍາມະຊາດ, ພາຍຸລົມແຮງ ທີ່ກະທົບພັດເອົາວັດຖຸ ແລະ ສິ່ງປຸກສ້າງຕ່າງໆ ໄປພາດໃສ່ສາຍໄຟຫຼາຍຈຸດ ກໍເປັນເຫດ ເຮັດໃຫ້ລະບົບໄຟຟ້າໄດ້ຮັບຄວາມເສຍຫາຍ ເປ່ເພ. ນອກຈາກນັ້ນ ອຸບັດເຫດທີ່ເກີດຈາກລົດຕໍາເສົາໄຟ ຕົ້ນໄມ້ລົ້ມ/ຫັກທັບສາຍໄຟ, ເສົາໄຟລົ້ມ, ສາຍໄຟຂາດ, ໝໍ້ແປງໄຟຟ້າລະເບີດ ຊຶ່ງສະຖິຕິໄຟດັບ-ໄຟມອດ ພາກລະບົບຈໍາໜ່າຍ ສະເພາະໃນນະຄອນຫຼວງວຽງຈັນ ເດືອນ 1-4/2024 ປະມານ 373 ຄັ້ງ ເຫັນວ່າຫຼາຍພໍສົມຄວນ ແລະ ເປັນສະຖິຕິໃໝ່ ທີ່ເກີດຂຶ້ນ ຊຶ່ງລະບົບໄຟຟ້າຂອງພວກເຮົາບໍ່ເຄີຍມີມາກ່ອນ.
ເຫດການໄຟຕົກ-ໄຟມອດ ແມ່ນມີຫຼາຍສາເຫດ ຊຶ່ງສາເຫດພາຍໃນ ກໍແມ່ນຖ້າເຫດການໄຟຕົກ-ໄຟມອດ ເກີດຈາກລະບົບພາຍໃນຂອງໄຟຟ້າລາວ ບໍ່ວ່າຈະເປັນການມອດໄຟສຸກເສີນ, ບໍາລຸງຮັກສາ, ສ້ອມແປງ, ປ່ຽນຖ່າຍອຸປະກອນ, ມອດໄຟໃຫ້ບັນດາບໍລິສັດ ຜູ້ປະກອບການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ເພື່ອຂະຫຍາຍການຊົມໃຊ້ໄຟຟ້າໃຫ້ກັບລູກຄ້າ ໃນກໍລະນີນີ້ ຟຟລ ຈະມີແຈ້ງການເປັນທາງການ ໂດຍຜ່ານສື່ອອນລາຍ ຫຼື ສ່ອງທາງແອັບພິເຄຊັນ, Facebook Page EDL LAO ຂອງ ຟຟລ ເພື່ອໃຫ້ລູກຄ້າ ໄດ້ຮັບຊາບຢ່າງທົ່ວເຖິງ ແລະ ແຜນການມອດໄຟຈະມີກໍານົດເວລາຢ່າງຊັດເຈນ ໃນການມອດໄຟແຕ່ລະຄັ້ງ. ພາຍນອກແມ່ນໃນກໍລະນີເກີດຈາກພາຍນອກກະທົບໃສ່ລະບົບຂອງໄຟຟ້າລາວ ໂດຍສະເພາະເຫດການໄພພິບັດທາງທໍາມະຊາດ ເຊັ່ນ: ພາຍຸ, ລົມແຮງ, ຝົນຕົກ, ຟ້າຜ່າ, ນໍ້າຖ້ວມ, ຕົ້ນໄມ້ຫັກລົ້ມທັບສາຍໄຟ, ສາຍໄຟຂາດ ຕໍ່ກັບບັນຫາເຫຼົ່ານີ້ ໄຟຟ້າລາວບໍ່ສາມາດຫຼີກລ່ຽງໄດ້ ທຸກບັນຫາທີ່ເກີດຂຶ້ນ ແມ່ນສ້າງຄວາມເສຍຫາຍ, ຜົນກະທົບຕໍ່ກັບໄຟຟ້າລາວ ແລະ ຜູ້ຊົມໃຊ້ໄຟຟ້າ. 
ການແກ້ໄຂບັນຫາດັ່ງກ່າວ ໃນໄລຍະຜ່ານມາ ໄຟຟ້າລາວໄດ້ສຸມໃສ່ທຸກເຫື່ອແຮງ ໃນການລະດົມ ພະນັກງງານພາຍໃນສາຂາ ຫຼື ສູນບໍລິການທີ່ໃກ້ຄຽງ ເພື່ອມາຊ່ວຍແກ້ໄຂເລັ່ງສ້ອມແປງລະບົບໄຟຟ້າ ໃຫ້ສາມາດກັບມາສະໜອງໄຟໃຫ້ກັບສັງຄົມໄດ້ເປັນປົກກະຕິໂດຍໄວ. ດັ່ງເຫດການທີ່ເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະ 2-3 ອາທິດ ຜ່ານມາ ເກີດມີພາຍຸລະດູຮ້ອນ ກະທົບໃສ່ຫຼາຍຕົວເມືອງໃນຂອບເຂດນະຄອນຫຼວງວຽງຈັນ ສົ່ງຜົນກະທົບໃຫ້ລະບົບໄຟຟ້າໄດ້ຮັບຄວາມເສຍຫາຍຈໍານວນຫຼາຍ ແລະ ເກີດເຫດການໄຟດັບ ເປັນບໍລິເວນກວ້າງ ເນື່ອງຈາກສາຍໄຟຖືກຕັດຂາດຫຼາຍຈຸດ, ເສົາຫັກ-ເສົາລົ້ມ, ອຸປະກອນເປ່ເພເສຍຫາຍຈໍານວນຫຼາຍຕໍ່ກັບເຫດການດັ່ງກ່າວອາດໃຊ້ເວລາດົນພໍສົມຄວນໃນການສ້ອມແປງແກ້ໄຂ ເກັບກູ້ລະບົບໃຫ້ສາມາດກັບມາສະໜອງໄຟເປັນປົກກະຕິ. ສະນັ້ນ, ຕໍ່ກັບເຫດການທີ່ເກີດຂຶ້ນໃນໄລຍະຜ່ານມາ ໃນນາມຄະນະພັກ, ຄະນະນໍາຜູ້ບໍລິຫານລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍອ້າຍເອື້ອຍນ້ອງພະນັກງານກໍາມະກອນ ຂໍຮຽກຮ້ອງມາຍັງສັງຄົມ ຖ້າພົບເຫັນເຫດການໄຟຕົກ-ໄຟມອດ, ເຫດການໄຟຟ້າຂັດຂ້ອງ ຕ່າງໆ ຫຼື ປະກົດການຄົນລັກໄຟ ທ່ານສາມາດແຈ້ງສູນບໍລິການໃກ້ບ້ານທ່ານ ຫຼື ຜ່ານສາຍດ່ວນ 1199, EDL APP, Facebook Page EDL LAO, ເພື່ອເຮັດໃຫ້ໄຟຟ້າລາວ ສາມາດແກ້ໄຂບັນຫາໄດ້ຢ່າງທັນການ.
    ບັນຫາດັ່ງກ່າວຂ້າງເທິງລັດວິສາຫະກິດໄຟຟ້າລາວ ມີກົນໄກ, ແບບແຜນ ແລະ ແຜນການຮັບມື ແກ້ໄຂໃນສະເພາະໜ້າ ແລະ ໄລຍະຍາວ ຊຶ່ງຜ່ານມາຟຟລ ໄດ້ມີການຄົ້ນຄວ້າຫຼາກຫຼາຍແນວທາງແກ້ໄຂ ລວມທັງໄດ້ມີການແລກປ່ຽນບົດຮຽນກັບປະເທດເພື່ອນບ້ານ ທີ່ມີປະສົບການ ແລະ ມີຜົນສໍາເລັດ ໃນການບໍລິຫານຈັດການ ລະບົບຈໍາໜ່າຍ ຢ່າງມີປະສິດທິຜົນ ເພື່ອຍົກສູງຂີດຄວາມສາມາດໃນການດໍາເນີນວຽກງານຄຸ້ມຄອງລະບົບຈໍາໜ່າຍ ຂອງໄຟຟ້າລາວ ໃຫ້ມີຄວາມຮັບປະກັນໃນການສະໜອງໄຟໃຫ້ກັບສັງຄົມ. ປັດຈຸບັນ ຟຟລ ໄດ້ສຸມໃສ່ວຽງານການບໍາລຸງຮັກສາ, ປ່ຽນຖ່າຍອຸປະກອນເກົ່າແກ່, ເສີມກໍາລັງໝໍ້ແປງ, ປ່ຽນສາຍຂະໜາດນ້ອຍເປັນສາຍຂະໜາດໃຫຍ່ ເພື່ອຍົກສູງການບໍລິການສະໜອງໄຟໃຫ້ກັບສັງຄົມ ທີ່ມີຄຸນນະພາບ ແລະ ພຽງພໍໃນແຕ່ລະໄລຍະ:1)ສຸມໃສ່ວຽກງານການປັບປຸງລະບົບຈໍາໜ່າຍໃນຂອບເຂດທົ່ວປະເທດ ໂດຍສະເພາະນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນສູງຂຶ້ນ ເພື່ອຫຼຸດຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ) ໂດຍແນໃສ່ການປັບປຸງປ່ຽນສາຍຈາກສາຍຂະໜາດນ້ອຍ ເປັນສາຍຂະໜາດໃຫຍ່, ເສີມໝໍ້ແປງໄຟຟ້າ ເພື່ອໃຫ້ແທດເໝາະກັບສະພາບຂອງການຊົມໃຊ້ໄຟຟ້າຕົວຈິງ ໃນແຕ່ລະເຂດ ຊຶ່ງໃນປີ 2023 ຜ່ານມາໄດ້ສໍາເລັດການເສີມໝໍ້ແປງໄຟຟ້າ ລວມຈໍານວນທັງໝົດ 993 ໜ່ວຍ, ລວມກໍາລັງຕິດຕັ້ງໝໍ້ແປງໄຟຟ້າ ເພີ່ມຂຶ້ນທັງໝົດ 43.359 kVA (ກິໂລໂວນອຳແປ) ເພີ່ມຂຶ້ນຫຼາຍກວ່າ 50% ເມື່ອທຽບໃສ່ການຈັດຕັ້ງປະຕິບັດ ໃນປີ 2022 (ຈໍານວນ 440 ໜ່ວຍ, ເປັນກໍາລັງຕິດຕັ້ງ 27.565 kVA) ເຮັດໃຫ້ການສະໜອງໄຟມີຄວາມສະຖຽນລະພາບຂຶ້ນ ແລະ ຫຼຸດຜ່ອນບັນຫາແຮງດັນຕົກໄດ້ຫຼາຍໃນຂອບເຂດຕົວເມືອງ;2) ສໍາເລັດການຄົ້ນຄວ້າຮ່ວມກັບ ພາກສ່ວນກ່ຽວຂ້ອງຂອງລັດ ແລະ ບັນດາບໍລິສັດໂທລະຄົມຕ່າງໆ ໃນການອອກລະບຽບການເກາະຫ້ອຍສາຍໂທລະຄົມ ແລະ ອຸປະກອນສື່ສານ ໃສ່ລະບົບຕາຂ່າຍໄຟຟ້າ ໃຫ້ເປັນໄປຕາມມາດຕະຖານ ເພື່ອຮັບປະກັນຄວາມປອດໄພ ແລະ ຫຼີກລ່ຽງບັນຫາການເກີດອັກຄີໄພຄືໃນໄລຍະຜ່ານມາ; 3) ເລັ່ງຄົ້ນຄວ້າອອກລະບຽບການ ໃນການກໍານົດມາດຕະຖານການຕິດຕັ້ງສະຖານີສາກລົດໄຟຟ້າ (EV) ສໍາລັບທີ່ຢູ່ອາໄສ, ອາຄານທີ່ພັກ ແລະ ສໍານັກງານອົງການຕ່າງໆ ເພື່ອກໍານົດເປັນຫຼັກການໃນການຈັດຕັ້ງປະຕິບັດໃຫ້ມີຄວາມສະດວກໃນການໃຊ້ງານ ເປັນໄປຕາມມາດຕະຖານກໍານົດ ແລະ ສືບຕໍ່ຄົ້ນຄວ້າຂໍ້ກໍານົດເງື່ອນໄຂການເຊື່ອມຕໍ່ສະຖານີສາກ ແລະ ເຄື່ອງສາກລົດໄຟຟ້າ ເຂົ້າກັບຕາຂ່າຍໄຟຟ້າຂອງ ຟຟລ ລວມທັງການກໍານົດກົນໄກດ້ານລາຄາແບບ (Time of Use) TOU ໂດຍການກໍານົດລາຄາຖືກໃນໄລຍະເວລາທີ່ມີການຊົມໃຊ້ໄຟຟ້າບໍ່ສູງ Off-Peak ເພື່ອເປັນການສົ່ງເສີມການຊົມໃຊ້ພະລັງງານໄຟຟ້າສໍາລັບການສາກລົດ EV ສໍາລັບທີ່ຢູ່ອາໄສ ສາມາດມີທາງເລືອກໃນການສາກຊ່ວງ Of-Peak ໄດ້; 4) ປັດຈຸບັນນີ້ ຟຟລ ແມ່ນໄດ້ນໍາສະເໜີ ລັດຖະບານເລັ່ງດ່ວນ ເພື່ອຂໍອະນຸມັດນໍາໃຊ້ເງິນກູ້ຢືມ ຈໍານວນໜຶ່ງ ເພື່ອມາເລັ່ງປັບປຸງລະບົບຈໍາໜ່າຍໄຟຟ້າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນ ຫຼຸດຜ່ອນບັນຫາໄຟຕົກ-ໄຟມອດ ໃຫ້ຫຼຸດໜ້ອຍຖອຍລົງ. 
(ຂ່າວ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ