ຟຟລຫຼຸດລາຍຈ່າຍ-ເພີ່ມລາຍຮັບ-ປັບກົງຈັກການຈັດຕັ້ງ

ໂດຍ: ຣັດສະໝີ ດວງສັດຈະ 
ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງພັກ ແລະແຜນຍຸດທະສາດຂອງລັດຖະບານ; ເປັນຄວາມຮັບຜິດຊອບໜ້າທີ່ການເມືອງກໍຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະເຊິ່ງປັດຈຸບັນທົ່ວປະເທດ ມີ 95,30% ຂອງຈໍານວນຄົວເຮືອນທັງໝົດ ໄດ້ນໍາໄຟຟ້າໃຊ້ແລ້ວ; ຂະນະນີ້ ຟຟລ ພວມສືບຕໍ່ສ້າງຄວາມຍືນຍົງ, ເຂັ້ມແຂງໂດຍເລັ່ງປັບປຸງຕົນເອງ ຕາມມະຕິກົມການເມືຶອງສູນກາງພັກໂດຍສະເພາະມະຕິ 10/ລບ ຂອງລັດຖະບານກ່ຽວກັບແຜນປະຕິຮູບແຕ່ປີ 2021-2025ກໍຄືມະຕິຂອງອົງຄະນະພັກກະຊວງພະລັງງານ ແລະບໍ່ແຮ່,ດ້ວຍຄວາມຮັບຜິດຊອບຂອງຄະນະປະຕິຮູບ ແລະການບໍລິຫານງານຂອງທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ພ້ອມຄະນະຜູ້ບໍລິຫານແລະພະນັກງານ-ກໍາມະກອນໃນໄລຍະກາງສະໄຫມຜ່ານມາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ.
ວຽກຫຼຸດລາຍຈ່າຍ: ໄດ້ສໍາເລັດການດັດແກ້ສັນຍາ ຊື້-ຂາຍໄຟ ກັບຜູ້ຜະລິດໄຟຟ້າຫຼາຍສັນຍາໂດຍຫຼຸດລາຍຈ່າຍຄ່າກະແສໄຟຟ້າຈາກເດີມໄດ້ປະມານ 5% ແລະໄລ່ລຽງສະເພາະໄລຍະປີ 2021-2030 ຈະຫຼຸດລາຍຈ່າຍໄດ້ປະມານ 11,93%;ສໍາເລັດການເຈລະຈາຄືນສັນຍາທີ່ບໍ່ເໝາະສົມ ສາມາດຫຼຸດຜ່ອນມູນຄ່າໂຄງການກໍ່ສ້າງສາຍສົ່ງ-ສະຖານີ ແລະສັນຍາຈັດຊື້-ຈັດຈ້າງໄດ້ມະຫາສານ; ປັບປຸງລະບຽບການຈັດຊື້-ຈັດຈ້າງ,ກຳນົດຫົວໜ່ວຍລາຄາກາງ ບັນດາອຸປະກອນຕ່າງໆໃຫ້ມີຄວາມໂປ່ງໃສ ແລະກວດສອບໄດ້ທຸກໆການຈັດຊື້-ຈັດຈ້າງ; ສໍາເລັດການສ້າງກົນໄກການປະມູນຮັບຊື້ໄຟຟ້າໂຄງການໂຊລາຟາມຂະໜາດນ້ອຍແບບເປີດກວ້າງ 9 ຈຸດໃນລາຄາຕໍ່າກວ່າລາຄາທີ່ເຄີຍຊື້ຜ່ານມາ 30-40%; ສໍາເລັດການເຈລະຈາປັບໂຄງສ້າງໜີ້ເງິນກູ້ກັບບັນດາທະນາຄານ ສາມາດປັບໂຄງສ້າງໜີ້ໄລຍະສັ້ນ-ຍາວນັບແຕ່ປີ 2021 ຮອດປັດຈຸບັນຫຼຸດລົງຈໍານວນໜຶ່ງ; ຫັນມານໍາໃຊ້ລົດໄຟຟ້າເຂົ້າໃນວຽກງານບໍລິຫານ-ບໍລິການສ້ອມແປງຢູ່ເຂດຕົວເມືອງໃຫຍ່; ສ້າງລະບົບການຄວບຄຸມທາງໄກສໍາລັບ LBS ເພື່ອຫຼຸດຜ່ອນເວລາ ແລະການນໍາໃຊ້ບຸກຄະລາກອນເຂົ້າໃນວຽກງານການຄຸ້ມຄອງລະບົບຕາຂ່າຍ.
ວຽກເພີ່ມລາຍຮັບ:ໄດ້ນໍາໃຊ້ຫຼາຍມາດຕະການເພື່ອຫຼຸດຜ່ອນພະລັງງານຕົກເຮ່ຍໃນປີ 2022ປະຕິບັດໄດ້ 7,02%  ທຽບໃສ່ 2021 ຫຼຸດລົງ 2,29% ແລະສູ້ຊົນໃຫ້ຫຼຸດລົງຕື່ມອີກໃນປີ 2023 ເນື່ອງຈາກນໍາໃຊ້ມາດຕະການເດັດຂາດຕໍ່ຜູ້ລັກໃຊ້ໄຟຟ້າ ໂດຍການດໍາເນີນຄະດີທາງແພ່ງ ແລະອາຍາຕໍ່ຜູ້ລະເມີດລວມທັງການປັບປຸງທາງເຕັກນິກ. ປີ 2022 ສາມາດເກັບກູ້ຄືນເງິນຄ່າພະລັງງານ ແລະຄ່າປັບໄໝທັງໝົດ 68 ຕື້ກີບໃນ 211 ລູກຄ້າ, ຮ້ອງຟ້ອງສານຕັດສິນສໍາເລັດ 2 ລູກຄ້າ; ມີນະໂຍບາຍປະກອບທຶນໃຫ້ບັນດາສາຂາທົ່ວປະເທດເພື່ອນໍາໃຊ້ເຂົ້າວຽກງານໃຫ້ບໍລິການກໍ່ສ້າງ-ຕິດຕັ້ງໄຟຟ້າຮັບເໝົາພາຍນອກ ສາມາດສ້າງລາຍຮັບເພີ່ມ; ໄດ້ຮັບເໝົາກໍ່ສ້າງ 3 ສະຖານີໄຟຟ້າ ສາມາດສ້າງລາຍຮັບປະມານ 3,15 ລ້ານໂດລາ(ກໍາໄລ 1,2 ລ້ານໂດລາ), ສ້າງລາຍຮັບຈາກການເຮັດການທົດສອບລະບົບໄຟຟ້າສາຍສົ່ງ, ສະຖານີແລະເຂື່ອນປະມານ 5 ຕື້ກີບ,ໃຫ້ບໍລິການວຽກງານບໍາລຸງຮັກສາ ສາມາດສ້າງລາຍຮັບເພີ່ມໄດ້ 34 ຕື້ກີບ.
ວຽກສ້ອມແປງ-ບໍາລຸງຮັກສາ: ພາກສາຍສົ່ງ-ສະຖານີ ແລະ ພາກລະບົບຈໍາໜ່າຍ, ປັດຈຸບັນໄດ້ຫັນມາໃຫ້ພະນັກງານ ຟຟລ ປະຕິບັດເອງ; ເຊັນສັນຍາຮ່ວມທຸລະກິດກັບບໍລິສັດໂທລະຄົມເພື່ອໝູນໃຊ້ພື້ນຖານໂຄງລ່າງລະບົບສື່ສານສາຍໄຍແກ້ວຂອງ ຟຟລ ເຂົ້າໃນການບໍລິການດ້ານໂທລະຄົມໃຫ້ເກີດປະໂຫຍດສູງສຸດ;ສໍາເລັດການຄົ້ນຄວ້າ ແລະ ຮັບຮອງການນໍາໃຊ້ໂຄງສ້າງລາຄາໄຟຟ້າ ທີ່ບໍ່ແມ່ນພາກທີ່ຢູ່ອາໄສໃນປີ 2023 ຈາກລັດຖະບານ, ພາຍໃຕ້ຫຼັກການລາຄາຈໍາໜ່າຍສົມຄູ່ກັບຕົ້ນທຶນ ເພື່ອຫຼຸດຜ່ອນການເກື້ອກູນລົງເທື່ອລະກ້າວ; ສໍາເລັດການຄົ້ນຄວ້າ ແລະ ຮັບຮອງການອະນຸຍາດເກັບເງິນຄ່າກະແສໄຟຟ້າເປັນເງິນຕາຕ່າງປະເທດນໍາທຸລະກິດສົ່ງອອກ ເພື່ອແກ້ໄຂບັນຫາຂາດດຸນອັດຕາແລກປ່ຽນ.
ສໍາລັບການປັບປຸງໂຄງຮ່າງການຈັດຕັ້ງ:ໄດ້ປະເມີນຄືນຜົນການປັບປຸງເປັນແຕ່ລະໄລຍະໂດຍໄດ້ສໍາເລັດການຄັດເລືອກ ແລະ ສັບຊ້ອນຄືນໃໝ່ ຍຶດຖືຄວາມສາມາດ, ຄວາມຊໍານານງານ ຫຼື ສາຍວິຊາສະເພາະເປັນຫຼັກ ໂດຍນໍາໃຊ້ຫຼາຍກົນໄກເຊັ່ນ:ການສອບເສັງສໍາພາດ, ການປະເມີນຜົນການປະຕິບັດງານ KPI, ການຈັດກຸ່ມປະເພດພະນັກງານແຕ່ລະລະດັບເພື່ອຄັດຈ້ອນບຸກຄະລາກອນທີ່ມີປະສິດທີພາບ;ປັບປຸງລະບຽບດ້ານບຸກຄະລາກອນໃຫ້ສອດຄ່ອງກັບກົດໝາຍແຮງງານ; ອະນຸຍາດໃຫ້ຜູ້ອາວຸໂສໃກ້ກະສຽນສາມາດອອກກະສຽນໄດ້ຕາມຄວາມສະໝັກໃຈ ເຮັດໃຫ້ພະນັກງານຫຼຸດລົງຈາກ 6.200 ກວ່າຄົນ ໃນປີ 2020 ມາເປັນ 5.605 ຄົນ ໃນປີ 2023;
ສໍາເລັດການຫັນຈາກລະບົບ “ພະນັກງານຖາວອນ”ທີ່ມີການຄຸ້ມຄອງ ຄ້າຍຄືກັບພະນັກງານ-ລັດຖະກອນ ແຕ່ມີສັນຍາແຮງງານລວມໝູ່ ໄປເປັນລະບົບ “ວ່າຈ້າງຕາມສັນຍາແຮງງານ ແລະ ມີການກຳນົດການປະຕິບັດສັນຍາໃນແຕ່ລະໄລຍະໂດຍອີງໃສ່ການປະເມີນຜົນງານການປະຕິບັດວຽກງານKPI ເປັນຫຼັກໃນການຕໍ່ສັນຍາ”; ສ້າງກົນໄກການວ່າຈ້າງພະນັກງານຈາກພາຍນອກ.
ສ້າງ ແລະ ເລີ່ມນໍາໃຊ້ຖານຂໍ້ມູນລະບົບການຄຸ້ມຄອງອຸປະກອນໄຟຟ້າພາກລະບົບຈໍາໜ່າຍ ແລະ ລະບົບສາຍສົ່ງໄຟຟ້າ; ສືບຕໍ່ດຳເນີນໂຄງການການນໍາໃຊ້ໝໍ້ນັບໄຟທັນສະໄໝໄລຍະ2 ໃຫ້ສາມາດນໍາໃຊ້ທົ່ວປະເທດ; ສ້າງ ແລະ ທົບທວນຄືນລະບຽບທີ່ຈໍາເປັນໃຫ້ຄວບຄຸມການດໍາເນີນທຸລະກິດ ແລະ ຫັນການຄຸ້ມຄອງບໍລິຫານອົງກອນໄປຕາມກົດໝາຍວ່າດ້ວຍວິສາຫະກິດ; ສໍາເລັດການພັດທະນາ ແລະ ຂໍອະນຸມັດນໍາໃຊ້ຮູບແບບໃບຮຽກເກັບເງິນ (Tax invoice) ຄ່າກະແສໄຟຟ້າຮູບແບບໃໝ່. ນອກນີ້, ຍັງມີອີກຫຼາຍໂປຣແກຣມທີ່ກໍາລັງພັດທະນາ ໂດຍບຸກຄະລາກອນຂອງ ຟຟລ ເອງ.
ປັບປຸງການບໍລິການໃຫ້ຜູ້ຊົມໃຊ້ໄຟຟ້າໂດຍໄດ້ເພີ່ມການເອົາໃຈໃສ່ແກ້ໄຂບັນຫາໄຟຕົກ-ໄຟມອດ ໂດຍປັບປຸງລະບົບຕາຂ່າຍໄຟຟ້າ, ບໍາລຸງຮັກສາສ້ອມແປງ ແລະ ອານາໄມແລວສາຍ ເປັນປະຈໍາ ເຮັດໃຫ້ສະຖິຕິຂອງໄຟຕົກ-ໄຟມອດ ຫຼຸດລົງຈາກປີ 2020 ຈໍານວນ 285.770 ນາທີ ມາເປັນ 277.451 ນາທີໃນປີ 2022; ປັບປຸງແບບແຜນວິທີເຮັດວຽກຂອງລະບົບ Call center 1199 ແລະ ປັບປຸງຕໍ່ຍອດ EDL Application ໃຫ້ທັນສະໄໝ;ກຳນົດມາດຕະການຕໍ່ພະນັກງານໃຫ້ເພີ່ມຄວາມຮັບຜິດຊອບສູງ ໂດຍສະເພາະການຈົດເລກໝໍ້ນັບໄຟ ແລະ ການຜະລິດໃບບິນໃຫ້ຖືກຕ້ອງ;ເພີ່ມທະວີການບໍລິການລູກຄ້າຂໍຊົມໃຊ້ໄຟໃໝ່ ໃຫ້ວ່ອງໄວ; ເພີ່ມຊ່ອງທາງບໍລິການແຈ້ງເຫດໄຟຟ້າບໍ່ພໍ, ໄຟຕົກ-ໄຟມອດ ຜ່ານຊ່ອງທາງສື່ອອນລາຍ ແລະ ເບີໂທສາຍດ່ວນ 1199.
     ພ້ອມນັ້ນ; ຟຟລ ມີນະໂຍບາຍສົ່ງເສີມການພົວພັນຮ່ວມມືກັບພາຍໃນ ແລະ ຕ່າງປະເທດໂດຍໃນໄລຍະ 3 ປີຜ່ານມາ ໄດ້ສໍາເລັດການຮ່ວມມືກັບຫຼາຍຂະແໜງການເຊັ່ນ:ສໍາເລັດການເຊັນ MOU ຮ່ວມກັບຫຼາຍບໍລິສັດໃນການສຶກສາທຸລະກິດທີ່ມີທ່າແຮງຮ່ວມກັນ; ຮ່ວມມືກັນດ້ານເຕັກນິກວິຊາການ; ຮ່ວມກັນນໍາໃຊ້ທ່າແຮງຂອງຕົນເຂົ້າໃນການປັບປຸງກົນໄກການຄຸ້ມຄອງ-ບໍລິຫານຈັດການລະບົບໄຟຟ້າສາທາລະນະແລະສໍານັກງານລັດຄຸ້ມຄອງ;ຮ່ວມມືທາງການສຶກສາ; ການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊັນສັນຍາຮັບເໝົາກໍ່ສ້າງ ເສັ້ນທາງຫຼວງແຫ່ງຊາດ ເລກ 5A ແຕ່ ຂົວນໍ້າຍອນ ແຂວງໄຊສົມບູນ

ເຊັນສັນຍາຮັບເໝົາກໍ່ສ້າງ ເສັ້ນທາງຫຼວງແຫ່ງຊາດ ເລກ 5A ແຕ່ ຂົວນໍ້າຍອນ ແຂວງໄຊສົມບູນ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກ 5A ແຕ່ ຂົວນໍ້າຍອນ ຫາ ບ້ານນໍ້າຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຂຶ້ນໃນວັນທີ 19 ສິງຫາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ.
ສື່ມວນຊົນແຂວງຫຼວງພະບາງ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກຕໍ່ການປະຕິບັດວຽກງານໃຫ້ສໍາເລັດ

ສື່ມວນຊົນແຂວງຫຼວງພະບາງ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກຕໍ່ການປະຕິບັດວຽກງານໃຫ້ສໍາເລັດ

ໃນວັນທີ 20 ສິງຫາຜ່ານມາ, ທີ່ຫ້ອງປະຊຸມ ສະຖານີວິທະຍຸ-ໂທລະພາບແຂວງຫຼວງພະບາງ, ທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ພົບປະໂອ້ລົມ ພະນັກງານ ຂະແໜງຖະແຫຼງຂ່າວ ແລະ ກອງວິຊາການ ສະຖານີວິທະຍຸ-ໂທລະພາບແຂວງ, ພາຍຫຼັງທີ່ໄດ້ໂຮມການຈັດຕັ້ງ ແລະ ວຽກງານສື່ມວນຊົນຂຶ້ນກັບຄະນະໂຄສະນາອົບຮົມແຂວງ.
ຄອສພ ປາຖະກະຖາວັນສໍາຄັນຕ່າງໆຂອງຊາດ

ຄອສພ ປາຖະກະຖາວັນສໍາຄັນຕ່າງໆຂອງຊາດ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ (15/8/1991-15/8/2025), ວັນຢຶດອໍານາດທົ່ວປະເທດ ຄົບຮອບ 80 ປີ (23/8/1945-23/8/2025) ແລະ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 21 ສິງຫານີ້ ທີ່ ຄອສພ ໂດຍໃຫ້ກຽດປະຖາກະຖາໃນຄັ້ງນີ້ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ, ທ່ານ ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າ ຄອສພ ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາຮອງຫົວໜ້າ ຄສອພ, ມີບັນດາຄະນະກົມ-ຮອງກົມ, ພະນັກງານ-ລັດຖະກອນ ອ້ອມຂ້າງ ຄອສພ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຮອງປະທານ ສພຊ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງສາລະວັນ

ຮອງປະທານ ສພຊ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງສາລະວັນ

ວັນທີ 20 ສິງຫານີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຢູ່ທີ່ສະໂມສອນແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ.
ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໄຊຍະບູລີ ປະກາດການປັບປຸງກົງຈັກການຈັດຕັ້ງ

ໃນວັນທີ 20 ສິງຫານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ, ອອກພັກການ ຮັບອຸດໜູນບໍານານ ແລະ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີພະນັກງານການນໍາແຂວງ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ.
ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ຫຼວງພະບາງກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026

ວັນທີ 20 ສິງຫານີ້ ຢູ່ຫ້ອງປະຊຸມພະແນກການເງິນແຂວງຫຼວງພະບາງ ໄດ້ຈັດປະຊຸມປຶກສາຫາລື ກ່ຽວກັບ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026 ຂອງແຂວງຂຶ້ນ, ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ຈິນດາວົງ ໂພສີຄຳ ຫົວໜ້າພະແນການເງິນແຂວງ, ພ້ອມດ້ວຍຄະນະພະແນກ ແລະວິຊາການຂອງພະແນກ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ວັນທີ 19 ສິງຫານີ້ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດ ເພື່ອລົງແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ແຮ່ທາດ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າຄະນະຊີ້ນໍາລວມຄະນະສະເພາະກິດ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມ.
ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ປກຊ ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຸນນະພາບເປັນຕົ້ນຕໍ

ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບດ້ວຍຫຼາຍຮູບການ ແລະ ວິທີການ ທັງທາງກວ້າງ ແລະ ທາງເລິກ ຢ່າງເປັນປົກກະຕິ, ແທດເຖິງແຕ່ລະເປົ້າໝາຍ ຕິດພັນກັບການສ້າງຂະບວນການຕ່າງໆ. ຄຽງຄູ່ກັນນັ້ນ, ເວລາໃດກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ໃນ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບເປັນຕົ້ນຕໍ.
ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ປາຖະກະຖາວັນລັດຖະທໍາມະນູນ ແລະ ວັນຢຶດອຳນາດ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກຳຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ວັນຢຶດອຳນາດ ຄົບຮອບ 50 ປີ (23/8/1975-23/8/2025) ຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວປາຖະກະຖາ ໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ; ມີບັນດາສະຫາຍພາຍໃນຄະນະພັກ ນະຄອນຫຼວງວຽງຈັນ (ນວ), ກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນຄວາມສະຫງົບ ນວ ພ້ອມດ້ວຍບັນດາສະຫາຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025

ໃນວັນທີ 19 ສິງຫາ ນີ້ ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ດໍາເນີນກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2025, ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການປະທານສະພາບໍລິຫານ ທຫລ ຊຶ່ງມີຮອງປະທານສະພາບໍລິຫານ, ສະມາຊິກສະພາບໍລິຫານ, ຮອງຜູ້ວ່າການ ທຫລ ແລະ ບັນດາກົມທີ່ກ່ຽວຂ້ອງ ທຫລ ເຂົ້າຮ່ວມ.
ເພີ່ມເຕີມ