ຮອງປະທານ ສພຊ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງສາລະວັນ

ຮອງປະທານ ສພຊ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງສາລະວັນ

ຮອງປະທານ ສພຊ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງສາລະວັນ
ວັນທີ 20 ສິງຫານີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ຈັດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຢູ່ທີ່ສະໂມສອນແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ.
ຮອງປະທານ ສພຊ ຕດຕາມການຈດຕງປະຕບດກດໝາຍ ຢແຂວງສາລະວນ - image 1
 

ທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ ໄດ້ລາຍງານຫຍໍ້ ກ່ຽວກັບສະພາບລວມການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ທ່ານ ຈະເລີນ ເຍຍປາວເຮີ ໄດ້ກ່າວເປີດກອງປະຊຸມ ແລະ ສະເໜີຈຸດປະສົງ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດບາງກົດໝາຍ ແລະ ຕິດຕາມຊຸກຍູ້ວຽກງານໂຄສະນາເຜີຍແຜ່ ລັດຖະທຳມະນູນ ສະບັບປັບປຸງປີ 2025 ຢູ່ຂັ້ນທ້ອງຖິ່ນ ກໍຄືຢູ່ແຂວງສາລະວັນ ໃນຈໍານວນ 4 ກົດໝາຍ ຄື: ກົດໝາຍວ່າດ້ວຍການສ້າງນິຕິກຳ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ກົດໝາຍ ວ່າດ້ວຍການຈັດສັນພູມລາເນົາ ແລະ ອາຊີບ. ພ້ອມນັ້ນ, ທ່ານໄດ້ສະເໜີໃຫ້ຜູ້ແທນກອງປະຊຸມຈົ່ງພ້ອມກັນປະກອບຄໍາຄິດຄໍາເຫັນ ເຮັດໃຫ້ກອງປະຊຸມບັນລຸຜົນສໍາເລັດຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມ, ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ ແລະ ຂໍ້ຄົງຄ້າງ ແລະ ປະກອບຄໍາເຫັນຕໍ່ກັບການຈັດຕັ້ງປະຕິບັດ 4 ກົດໝາຍ ດັ່ງກ່າວຕາມການເຈາະຈີ້ມຂອງທ່ານປະທານກອງປະຊຸມ ຈາກ 6 ພາກສ່ວນຂອງແຂວງ ບົນພື້ນຖານຄວາມຮັບຜິດຊອບຢ່າງກົງໄປກົງມາ ຊຶ່ງເຫັນໄດ້ຜົນສໍາເລັດອັນພົ້ນເດັ່ນ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງບັນຫາທີ່ຈະຕ້ອງເພີ່ມທະວີການປັບປຸງແກ້ໄຂ.

ໃນຕອນທ້າຍ, ທ່ານ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ປະກອບຄໍາຄິດເຫັນອັນເປັນປະໂຫຍດ ແລະ ເຕັມໄປດ້ວຍເນື້ອໃນສໍາຄັນ ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ຊຶ່ງຄໍາຄິດຄໍາເຫັນ, ຂໍ້ມູນ ແລະ ຂໍ້ສະເໜີ ຕ່າງໆ ຂອງທຸກພາກສ່ວນ, ຄະນະຮັບຜິດຊອບຈະນໍາໄປຄົ້ນຄວ້າເພື່ອເປັນຂໍ້ມູນປັບປຸງກົດໝາຍໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ທ່ານໄດ້ສະເໜີໃຫ້ບັນດາທ່ານການນໍາອົງການປົກຄອງແຂວງ, ສະພາປະຊາຊົນແຂວງ, ພະແນກການ-ກົມກອງອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີຄວາມເອົາໃຈໃສ່ການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບດັ່ງກ່າວ. ເອົາໃຈໃສ່ຄວາມຮັບຜິດຊອບ ຂອງບັນດາພະແນກ ການທີ່ກ່ຽວຂ້ອງ ເພື່ອສ້າງແຜນການ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຂອງແຂວງ ແລະ ຂອງເມືອງ ເປັນແຕ່ລະໄລຍະ, ເອົາໃຈໃສ່ຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ, ມະຕິ, ດໍາລັດ, ຄໍາສັ່ງ ແລະ ນິຕິກຳໃຕ້ກົດໝາຍອື່ນໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງ, ນໍາໃຊ້ທີ່ດິນ ໃຫ້ມີຄວາມເຂັ້ມງວດ ແລະ ເອົາໃຈໃສ່ປະສານສົມທົບກັບບໍລິສັດຜູ້ລົງທຶນ ເພື່ອຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ແລະ ນິຕິກຳໃຕ້ກົດໝາຍອື່ນໆທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ. ສືບຕໍ່ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການຂົນສົ່ງທາງບົກ ແລະ ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ແລະ ມອບໃຫ້ສະພາປະຊາຊົນແຂວງ ແລະ ການນໍາຂອງແຂວງ ເອົາໃຈໃສ່ຕິດຕາມກວດກາ ຊີ້ນໍາຢ່າງໃກ້ຊິດ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ເຄົາລົບກົດໝາຍ;

(ພາບ-ຂ່າວ: ດີລໍາພົນ ພົມມະຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ