ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ
​ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້​ຕ້ອນ​ຮັບ​ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະອຳລາ ໃນວັນທີ 21 ສິງຫາ ນີ້ ທີ່ສໍານັກງານສູນກາງແນວລາວສ້າງຊາດ (ສນຊ) ເນື່ອງໃນ​ໂອ​ກາດ​ທີ່ທ່ານ​ທູດ ຈະສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ.

 

ປະທານ ສນຊ ຕອນຮບທດໄທ ເຂາຢຽມພບປະອຳລາ - image 1
 

 

ໃນໂອກາດນີ້, ທ່ານປະທານ ສນຊ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງທ່ານເອກອັກຄະຣາຊະທູດ ທີ່ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ໃນການສະໜັບສະໜູນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຕະຫຼອດໄລຍະຜ່ານມາ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆໃນຫຼາຍດ້ານ. ນອກນັ້ນ, ທ່ານ ປະທານ ສນຊ ຍັງໄດ້ອວຍພອນໃຫ້ ທ່ານເອກອັກຄະຣາຊະທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານໃໝ່ ແລະ ສະແດງຄວາມຫວັງວ່າທ່ານທູດ ຈະສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ໃນໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ການຮ່ວມມືຊ່ວຍເຫຼືອໃນການປະຕິບັດໜ້າທີ່ການທູດຂອງຕົນຕະຫຼອດໄລຍະຜ່ານມາ ແລະ ສະແດງຄວາມຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ ຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.

(ຂ່າວ-ພາບ: ລີ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 28 ກັນຍາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ວັນທີ 25 ກັນຍາຜ່ານມາ, ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ແລະ ວິທະຍຸ-ໂທລະ ພາບສູນກາງຈີນປະຈຳລາວ ໄດ້ຈັດງານ "ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ຂຶ້ນທີ່ໂຮງລະຄອນສາກົນຫຼວງພະບາງ, ມີທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງພາກເໜືອຂອງລາວ, ພະນັກງານ, ນັກຮຽນ-ນັກສຶກສາ ໃນນະຄອນ-ຫຼວງພະບາງ, ລວມທັງນັກທຸລະກິດຊາວຈີນ ແລະ ຊາວຈີນຕ່າງດ້າວ ທີ່ອາໄສຢູ່ແຂວງຫຼວງພະບາງເຂົ້າຮ່ວມຮັບຊົມ.
ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ບໍລິສັດທາງລົດໄຟລາວ-ຈີນ ໄດ້ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດ ຂອງຂະບວນລົດໄຟຖ້ຽວ C95 ໃນວັນທີ 28 ກັນຍາ ນີ້, ໂດຍມີ ທ່ານ ລູ່ ຫາຍໂຈວ (Lu haizhou) ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວຈີນຮ່ວມເດີນທາງໃນຂະບວນລົດໄຟ ທ່ຽວທຳອິດໄດ້ເຄື່ອນອອກຈາກສະຖານີບໍ່ເຕ່ນ ເພື່ອມຸ້ງໜ້າໄປສູ່ສະຖານີນະຄອນຫຼວງວຽງຈັນ, ນີ້ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງມິດຕະພາບລະຫວ່າງສອງຊາດລາວ-ຈີນຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.
ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ວັນທີ 26 ກັນຍາຜ່ານມາ, ທີ່ໂຮງແຮມເມືອງຫຼວງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງ ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານສື່ມວນຊົນແຂວງ ແລະ ທ່ານ ຊະວະຣົງ ລີ້ມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງຊາດ ປະເທດໄທ ພ້ອມດ້ວຍສື່ມວນຊົນທັງສອງຝ່າຍເຂົ້າຮ່ວມ.
ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊີ້ນໍາກອງທຶນພັດທະນານໍ້າເທີນ 2ໄດ້ຈັດຂຶ້ນໃນວັນທີ 24 ກນຍາຜ່ານມາທີ່ຫ້ອງວ່າການແຂວງຄໍາມ່ວນ ເພື່ອທົບທວນຜົນການດໍາເນີນງານ, ຮັບຮອງແຜນງານ ແລະ ກໍານົດທິດທາງພັດທະນາກອງທຶນໃນໄລຍະຕໍ່ໜ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະປົກຄອງແຂວງຄໍາມ່ວນ ແລະ ທ່ານ ມາກ-ອັງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.
ເພີ່ມເຕີມ