ທ່ານ ມາຣກອສ ກ່າວວ່າ: ໂຄງການດັ່ງກ່າວມີຂຶ້ນເພື່ອເປັນກຽດແກ່ສາຍພົວພັນທາງການຄ້າ ແລະ ການແລກປ່ຽນວັດທະນະທຳທີ່ມີມາດົນນານລະຫວ່າງຟີລິບປິນ ແລະ ຈີນ. ໂດຍບິນນອນໂດ ສ້າງຕັ້ງຂຶ້ນໃນປີ 1594, ຖືວ່າເປັນໄຊນ່າທາວທີ່ເກົ່າແກ່ທີ່ສຸດໃນໂລກ, ທັງຍັງມີຄວາມເປັນເອກະລັກສະເພາະໃນປະຫວັດສາດອັນຍາວນານຂອງການຄ້າ, ສັດທາ ແລະ ວັດທະນະທຳ ລະຫວ່າງຊຸມຊົນຟີລິບປິນ ແລະ ຈີນ.
ໂຄງການທີ່ໄດ້ກ່າວມາຂ້າງເທິງແມ່ນສຸມໃສ່ຄວາມສຳຄັນຕໍ່ປະຫວັດສາດທີ່ມີຮ່ວມກັນ, ໂດຍອີງໃສ່ຄວາມສຳເລັດໃນໄລຍະທຳອິດ ຊຶ່ງມີການບູລະນະ ແລະ ຕິດຕັ້ງໄຟປະດັບຂົວໂຈນສ ທີ່ເປັນສັນຍະລັກສຳຄັນ, ສ່ວນໃນໄລຍະທີສອງນີ້ຈະພັດທະນາບິນນອນໂດໃຫ້ກາຍເປັນສູນກາງວັດທະນະທຳ ແລະ ເສດຖະກິດທີ່ມີຊີວິດຊີວາ.
ຄໍາເຫັນ