ເຖິງຢ່າງໃດກໍຕາມ, CICC ລະບຸວ່າ: ເຖິງແມ່ນການຫ້າມດັ່ງກ່າວໄດ້ຖືກຍົກເລີກ, ແຕ່ອົງການດັ່ງກ່າວຈະສືບຕໍ່ຕິດຕາມກວດກາການໃຊ້ງານຂອງ Grok ຢ່າງໃກ້ຊິດ ເພື່ອຮັບປະກັນວ່າການດຳເນີນງານສອດຄ່ອງກັບກົດໝາຍ ແລະ ກົດລະບຽບ ຂອງປະເທດ.
ກ່ອນໜ້ານີ້, ຟີລິບປິນໄດ້ບລັອກ Grok ໃນອາທິດທີ່ຜ່ານມາ ຫຼັງຈາກມີຄວາມກັງວົນວ່າ chatbot ດັ່ງກ່າວສາມາດສ້າງຮູບພາບ ແລະ ເນື້ອຫາທີ່ບໍ່ເໝາະສົມທາງເພດ ລວມທັງເນື້ອຫາທີ່ອາດຈະເຮັດໃຫ້ເກີດຄວາມສ່ຽງດ້ານຄວາມປອດໄພຕໍ່ເດັກນ້ອຍ.
ການບລັອກ Grok ເກີດຂຶ້ນໃນຂະນະທີ່ລັດຖະບານ ແລະ ອົງການຄຸ້ມຄອງໃນຫຼາຍປະເທດ, ຕັ້ງແຕ່ເອີຣົບຈົນເຖິງອາຊີ, ກຳລັງເລັ່ງມາດຕະການເພື່ອແກ້ໄຂເນື້ອຫາລາມົກທີ່ສ້າງຂຶ້ນໂດຍ Grok ໃນແພລັດຟອມ X, ລວມທັງການເປີດການສືບສວນ, ການອອກຄຳສັ່ງຫ້າມ ແລະ ການຮຽກຮ້ອງໃຫ້ມີມາດຕະການປ້ອງກັນຄວາມສ່ຽງ.
ຄໍາເຫັນ