ສຳນັກຂ່າວສານຊິນຮວາລາຍງານວ່າ: ຕາມການໃຫ້ຂໍ້ມູນຂອງຜູ້ໃຫ້ບໍລິການທາງລົດໄຟຂອງຈີນໃນວັນທີ 1 ກັນຍາ ຜ່ານມາໃຫ້ຮູ້ວ່າ, ໃນໄລຍະ 62 ວັນຂອງລະດູການເດີນທາງໃນໄລຍະລະດູຮ້ອນໃນປີນີ້, ທາງລົດໄຟຂອງຈີນໄດ້ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງ, ຂະນະທີ່ການຂົນສົ່ງສິນຄ້າຍັງຄົງດຳເນີນໄປຢ່າງໝັ້ນຄົງ ແລະ ປອດໄພ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 1 ກັນຍາ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ຄັ້ງທີ 26 ຢູ່ນະຄອນຫຼວງບິສເຄັກ ປະເທດກຽກກິດສະຖານ ພ້ອມທັງກ່າວຄຳປາໄສໃນຫົວຂໍ້ “ຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮ້ບັນລຸການພັດທະນາທີ່ມີຄຸນນະພາບສູງກວ່າເກົ່າ”.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ກັນຍາ ຜ່ານມາ, ມະຕິເລກທີ 36/2026/QH ຂອງສະພາແຫ່ງຊາດ ຫວຽດນາມ ກ່ຽວກັບການສ້າງຕັ້ງນະຄອນກວາງນິງ ມີຜົນສັກສິດຢ່າງເປັນທາງການ. ສະນັ້ນ, ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ, ທົ່ວປະເທດຫວຽດນາມ ມີ 8 ນະຄອນ, ລວມມີ: ຮ່າໂນ້ຍ, ໂຮ່ຈິມິນ, ຫາຍຟ່ອງ, ດ່ານັ້ງ, ເກິນເທີ, ເຫວ້, ດົ່ງນາຍ ແລະ ກວາງນິງ.
ຫວ່າງມໍ່ໆມານີ້, ທ່ານ ໂຮນັນດ ຊາໂກສກີ ເພື່ອນມິດຊາວອາເມຣິກາໄດ້ກັບຄືນມາທ່ຽວຊົມເຂດດິນຊາຍເມົາອູສູ້, ການນັດກັນທີ່ຜ່ານເວລາຫຼາຍກວ່າສອງທົດສະວັດໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍໃນໂລກອອນລາຍ ແລະ ໄດ້ນຳເອົາຄວາມມະຫັດສະຈັນທາງນິເວດວິທະຍາ "ໂຄງການປ່າປ້ອງກັນ 3 ເໜືອ" ຂອງຈີນກັບມາສູ່ສາຍຕາຂອງສາທາລະນະອີກຄັ້ງ. ເປັນເວລາດົນນານມາແລ້ວ, ທີ່ວຽກງານຕ້ານການກາຍເປັນທະເລຊາຍທີ່ຈີນດຳເນີນຢ່າງຕໍ່ເນື່ອງ, ການປ່ຽນແປງຂອງພູດອຍ ແລະ ແມ່ນ້ຳໄດ້ພິສູດໃຫ້ເຫັນແລ້ວວ່າ: ຫຼັງຈາກການຟື້ນຟູລະບົບນິເວດທີ່ດຳເນີນມາເປັນເວລາຫຼາຍທົດສະວັດ, ຜົນງານການປົວແປງທະເລຊາຍຂອງຈີນໄດ້ຮັບການກວດສອບທາງວິທະຍາສາດ, ເຫັນໄດ້ຊັດເຈນຈາກການປ່ຽນແປງອັນໃຫຍ່ຫຼວງຂອງພູດອຍ ແລະ ແມ່ນ້ຳພ້ອມທັງໄດ້ຮັບການຍອມຮັບຈາກທົ່ວໂລກ ແລະ ກາຍເປັນຮູບແບບທີ່ຫຼາຍປະເທດໃນໂລກພະຍາຍາມຖອດຖອນເອົາໄປປະຍຸກໃຊ້ໃນການຄຸ້ມຄອງລະບົບນິເວດ.
ຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ: ຜົນຜະລິດຂະແໜງອຸດສາຫະກຳຂອງຍີ່ປຸ່ນໃນເດືອນກໍລະກົດເກືອບຈະຄົງທີ່, ໂດຍເພີ່ມຂຶ້ນພຽງແຕ່ 0.1% ຈາກເດືອນກ່ອນ. ເນື່ອງຈາກການເພີ່ມຂຶ້ນຂອງການສົ່ງອອກທີ່ກ່ຽວຂ້ອງກັບເຄມິຄອນດັກເຕີໄດ້ຊົດເຊີຍການຫຼຸດລົງຂອງການຜະລິດອຸປະກອນການຂົນສົ່ງ.
ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເຈົ້າໜ້າທີ່ອຸທະຍານແຫ່ງຊາດ Grand Canyon ໃນລັດອາຣິໂຊນາ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍໃນວັນທີ 30 ສິງຫາ ຜ່ານມາວ່າ, ນ້ຳຖ້ວມກະທັນຫັນໃນຫ້ວຍນໍ້າ Bright Angel Creek ແລະ ບ່ອນພັກແຮມ Phantom Ranch ໃນວັນ 29 ສິງຫາ ຜ່ານມາ ອາດຈະເຮັດໃຫ້ມີຜູ້ຫາຍສາບສູນ ຫຼື ຍັງບໍ່ຮູ້ຊະຕາກຳ ຫຼາຍກວ່າ 20 ຄົນ. ພ້ອມທັງຂໍໃຫ້ຜູ້ທີ່ມີຂໍ້ມູນກ່ຽວກັບນັກປີນພູ ຫຼື ນັກທ່ອງທ່ຽວແບກເປ້ໃນເຂດຮ່ອມພູພາຍໃນບໍລິເວນ Bright Angel Creek ໃນມື້ທີ່ເກີດນ້ຳຖ້ວມ, ພ້ອມທັງຜູ້ທີ່ມີບ່ອນຕັ້ງແຄ້ມໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ໃຫ້ແຈ້ງຂໍ້ມູນຕໍ່ນັກສືບສວນຂອງອຸທິຍານ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ສະມາຄົມຜູ້ຜະລິດ ແລະ ສົ່ງອອກໝາກອາໂວກາໂດ ຂອງມຽນມາ ເປີດເຜີຍວ່າ, ມຽນມາມີໝາກອາໂວກາໂດທີ່ມີຄຸນນະພາບສູງປະມານ 20,000 ໂຕນ ທີ່ກຽມພ້ອມສຳລັບການສົ່ງອອກໄປຍັງຕະຫຼາດສາກົນໃນລະດູການ 2026-2027 (ເດືອນພະຈິກ 2026 - ມັງກອນ 2027). ປັດຈຸບັນສະມາຄົມດັ່ງກ່າວກຳລັງເຮັດວຽກຮ່ວມກັບປະເທດໄທ ແລະ ສຳຫຼວດຕະຫຼາດສາກົນແຫ່ງອື່ນໆເພື່ອຊຸກຍູ້ການສົ່ງອອກ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ອີງຕາມຂໍ້ມູນຈາກອົງການພາສີແຫ່ງຊາດຈີນໃຫ້ເຫັນວ່າ: ໃນ 7 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ ແລະ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ບັນລຸເຖິງ 2,420 ຕື້ຢວນ, ເພີ່ມຂຶ້ນ 14.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຮ່ວມມືສອງຝ່າຍມີຄວາມເຂັ້ມແຂງ ແລະ ພະລັງຊີວິດອັນໃຫຍ່ຫຼວງ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເພື່ອຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 81 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ໃນຕອນຄ່ຳວັນທີ 30 ສິງຫາ ຜ່ານມາ ຢູ່ໂຮງລະຄອນໂຮ່ເກືອມ ນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດໄດ້ປະສານສົມທົບກັບວາລະສານກອມມູນິດ ຈັດລາຍການສະແດງສິລະປະການເມືອງ “ດວງກາວເອກະລາດ” ປີ 2026. ມີທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ, ທ່ານ ເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຜູ້ປະສານງານດ້ານມະນຸດສະທຳ ອົງການສະຫະປະຊາຊາດ ປະຈຳເນປານ ກ່າວວ່າ: ຢູ່ເຂດປະສົບໄພນ້ຳຊຸທັ່ງດິນພູເຈື່ອນຂອງເນປານ ມີເສັ້ນທາງປະມານ 40 ກິໂລແມັດຖືກທຳລາຍ. ຕາມການປະເມີນຜົນເບື້ອງຕົ້ນ, ມີປະຊາຊົນປະສົບໄພຢ່າງໜ້ອຍ 93,000 ຄົນ ແລະ ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ.
ຄໍາເຫັນ