ຟີລິບປິນ ສົ່ງອອກມັນດ້າງມ້ວງ ບັນລຸ 3 ລ້ານກວ່າໂດລາ

ຟີລິບປິນ ສົ່ງອອກມັນດ້າງມ້ວງ ບັນລຸ 3 ລ້ານກວ່າໂດລາ

ຟີລິບປິນ ສົ່ງອອກມັນດ້າງມ້ວງ ບັນລຸ 3 ລ້ານກວ່າໂດລາ
ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງການຄ້າ ແລະ ອຸດສາຫະກຳຟີລິບປິນລາຍງານລາຍຮັບຈາກການສົ່ງອອກມັນດ້າງມ້ວງ (ube) ແລະ ຜະລິດຕະພັນທີ່ປຸງແຕ່ງຈາກມັນດ້າງສີມ່ວງ ບັນລຸ 3.06 ລ້ານໂດລາໃນປີ 2025, ໂດຍໄດ້ຮັບແຮງຂັບເຄື່ອນຈາກສາກົນທີ່ຕ້ອງການລົດຊາດອາຊີທີ່ແທ້ຈິງ, ສານແຕ່ງສີທຳມະຊາດແລະ ສ່ວນປະກອບທີ່ເຮັດໄດ້ຫຼາກຫຼາຍເມນູ.

 

ບົດລາຍງານຊີ້ໃຫ້ເຫັນວ່າ: ການສົ່ງອອກມັນດ້າງມ້ວງ ແລະ ຜະລິດຕະພັນປຸງແຕ່ງຈາກມັນດ້າງມ້ວງທີ່ເຕີບໂຕນີ້ສະທ້ອນໃຫ້ເຫັນເຖິງການຫັນປ່ຽນຂອງມັນດ້າງຈາກອາຫານຫຼັກແບບດັ້ງເດີມໃນທ້ອງຖິ່ນຂອງຟີລິບປິນໄປສູ່ສ່ວນປະກອບທີ່ມີຄຸນນະພາບສູງທີ່ແນໃສ່ຕະຫຼາດສາກົນ. ໂດຍຂໍ້ມູນເບື້ອງຕົ້ນສະແດງໃຫ້ເຫັນວ່າຜະລິດຕະພັນມັນດ້າງມ້ວງທີ່ປຸງແຕ່ງແລ້ວມີການເຕີບໂຕຢ່າງຕໍ່ເນື່ອງ, ບໍ່ວ່າຈະເປັນແປ້ງ, ນໍ້າຊຸບຂຸ້ນ, ສານປຸງລົດຊາດແລະ ຮາລາຍາ ຂອງຫວານຟີລິບປິນທີ່ເຮັດຈາກມັນດ້າງມ້ວງຕົ້ມ ແລະ ບົດ.

ທັງນີ້, ມັນດ້າງມ້ວງ ມີຈຸດເດັ່ນທີ່ຮູ້ຈັກກັນດີໃນລົດຊາດຫວານ ແລະ ມີກິ່ນຫອມຄ້າຍຄືວານິລາ, ຖືເປັນອາຫານຫຼັກຂອງຊາວຟີລິບປິນ ແລະ ມັກຖືກນຳໃຊ້ໃນຂອງຫວານເຊັ່ນ: halaya, ກະແລ້ມແລະ ເຄັກ.

ຄໍາເຫັນ

ຂ່າວຕ່າງປະເທດ

ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ວັນທີ 6 ສິງຫາ ຜ່ານມາ, ພະແນກການຄ້າ, ການພັດທະນາ ແລະ ການປະຕິຮູບ, ພະແນກອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພະແນກພະລັງງານຂອງເຂດປົກຄອງຕົນເອງມົງໂກລີທາງພາກເໜືອຂອງ ສປ ຈີນ ຮ່ວມກັນຈັດງານສົ່ງເສີມການລົງທຶນຢູ່ເມືອງ Lianyungang, ແຂວງ Jiangsu ທາງພາກຕາເວັນອອກຂອງ ສປ ຈີນ, ໂດຍສຸມໃສ່ການຊອກຫາວິທີດຶງດູດອຸດສາຫະກຳທີ່ໃຊ້ພະລັງງານສູງ ແລະ ກ້າວໜ້າ ໂດຍການນຳໃຊ້ປະໂຫຍດຈາກພະລັງງານສີຂຽວຂອງພາກພື້ນ.
ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທະນາຄານກາງມາເລເຊຍລາຍງານວ່າ,ເສດຖະກິດມາເລເຊຍໃນໄຕມາດທີສອງ (ເມສາ-ມິຖຸນາ) ຂອງປີ 2026 ຂະຫຍາຍຕົວ 6% ຕໍ່ປີ, ເພີ່ມຂຶ້ນຈາກ 5.4% ໃນໄຕມາດທຳອິດ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ແລະ ການສົ່ງອອກທີ່ເພີ່ມຂຶ້ນ.
ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ສິງຫາ ຜ່ານມາວ່າ: ການສົ່ງອອກນ້ຳມັນຂອງອີຣັກໄດ້ເພີ່ມຂຶ້ນນັບຕັ້ງແຕ່ຕົ້ນເດືອນສິງຫາ 2026, ໂດຍສະເລ່ຍປະມານ 2 ລ້ານບາເຣວຕໍ່ມື້ ຊຶ່ງເປັນຜົນມາຈາກການຂະຫຍາຍປະລິມານການສົ່ງອອກຢ່າງຕັ້ງໜ້າຂອງລັດຖະບານ, ການເປີດເສັ້ນທາງຂົນສົ່ງນໍ້າມັນ ແລະ ອາຍແກ໊ສເພີ່ມເຕີມ.
ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ສິງຫານີ້ວ່າ: ໃນວັນທີ 16 ສິງຫາ ຜ່ານມາ,ອົງການຫຼຸດຜ່ອນໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ແຜ່ນດິນໄຫວຂະໜາດ 7,7 ຣິກເຕີທີ່ເກີດຂຶ້ນຢູ່ແຂວງນູຊາ ເຕງກາຣາ ຕາເວັນອອກ ເຮັດໃຫ້ 5,000 ກວ່າຄົນຕ້ອງໄດ້ຍົກຍ້າຍເພື່ອລີ້ໄພ. ປັດຈຸບັນ, ໜຶ່ງໃນບຸລິມະສິດຂອງວຽກງານກູ້ໄພສຸກເສີນແມ່ນການຮັບປະກັນຄວາມຕ້ອງການດ້ານການດຳລົງຊີວິດປະຈຳວັນຂອງຜູ້ປະສົບໄພຢູ່ບ່ອນພັກທີ່ຈັດສັນໄວ້ ແລະ ການສະໜອງເຄື່ອງບັນເທົາທຸກ.
ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກອງບັນຊາການນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 23 ມິຖຸນາ ມາຮອດປັດຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ຕາແສງຮວ່າຮຶງ ນະຄອນໂຮ່ຈິມິນ ໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ.
ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ວິທະຍຸ,ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 13 ສິງຫານີ້ວ່າ: ແຫຼ່ງຂ່າວຈາກສະມາຄົມອຸດສາຫະກຳລົດຈີນໃຫ້ຮູ້ໃນວັນທີ 12 ສິງຫາ ຜ່ານມາວ່າ, ການສົ່ງອອກລົດຂອງຈີນຍັງສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນຢ່າງແຂງແຮງ, ສະເພາະເດືອນກໍລະກົດຜ່ານມາ ໄດ້ສົ່ງອອກລົດຫຼາຍກວ່າ 1.04 ລ້ານຄັນ, ເພີ່ມຂຶ້ນ 81.3% ເມື່ອທຽບໃສ່ເດືອນກໍລະກົດປີກາຍ. ໃນນັ້ນ, ລົດໃຊ້ພະລັງງານໃໝ່ມີເຖິງ 553,000 ກວ່າຄັນ, ເພີ່ມຂຶ້ນ 145.5%.
ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ການຄົ້ນຄວ້າໃໝ່ທີ່ດຳເນີນຮ່ວມກັນໂດຍມະຫາວິທະຍາໄລ Adelaide ຂອງອົສຕຣາລີ ແລະ ມະຫາວິທະຍາໄລຮ່ອງກົງ (ຈີນ) ເປີດເຜີຍວ່າ, ຄື້ນຄວາມຮ້ອນໃນມະຫາສະໝຸດກຳລັງກາຍເປັນໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ສຸຂະພາບຂອງມະນຸດ, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະກາລັງທີ່ກຳລັງຈະສູນພັນ ຫຼື ປະລິມານສັດນໍ້າທີ່ຫຼຸດລົງເທົ່ານັ້ນ. ໂດຍທີມນັກຄົ້ນຄວ້າກຳລັງຮຽກຮ້ອງໃຫ້ຄື້ນຄວາມຮ້ອນໃນມະຫາສະໝຸດເປັນບັນຫາສາທາລະນະສຸກທີ່ສຳຄັນ, ໂດຍເຕືອນບໍ່ໃຫ້ມອງຂ້າມຜົນກະທົບຂອງມັນຕໍ່ມະນຸດເຖິງວ່າຈະມີຫຼັກຖານທີ່ເພີ່ມຂຶ້ນຂອງຜົນກະທົບຢ່າງກວ້າງຂວາງ.
ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ສິງຫາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາໂລກ (WMO) ອ້າງອີງຂໍ້ມູນຈາກອົງການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ, ໂລກໄດ້ປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ. ອຸນຫະພູມພື້ນຜິວໂລກໂດຍສະເລ່ຍໃນເດືອນກໍລະກົດສູງກວ່າ 1.47 ອົງສາ ເມື່ອທຽບກັບຄ່າສະເລ່ຍກ່ອນຍຸກອຸດສາຫະກຳໃນປີ 1850-1900, ຍ້ອນວ່າພື້ນທີ່ສ່ວນໃຫຍ່ຂອງຊີກໂລກເໜືອໄດ້ປະສົບກັບຄື້ນຄວາມຮ້ອນທີ່ຮຸນແຮງ, ໄພແຫ້ງແລ້ງທີ່ຍາວນານ ແລະ ໄຟໄໝ້ປ່າ, ໃນຂະນະທີ່ພາກພື້ນອື່ນໆມີຝົນຕົກໜັກ ແລະ ນໍ້າຖ້ວມ.
ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຍີ່ປຸ່ນໄດ້ເປີດເຜີຍຂໍ້ມູນໃນວັນທີ 13 ສິງຫາ ນີ້ວ່າ, ດັດຊະນີລາຄາຜູ້ຜະລິດ (PPI) ຂອງຍີ່ປຸ່ນ ຊຶ່ງເປັນມາດຕະການວັດແທກຕົ້ນທຶນສິນຄ້າຢູ່ໜ້າໂຮງງານ, ໄດ້ເພີ່ມຂຶ້ນ 7.2% ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງເລັກນ້ອຍຈາກລະດັບ 7.3% ໃນເດືອນມິຖຸນາ ແລະ ຕໍ່າກວ່າຄວາມຄາດຫວັງຂອງນັກວິເຄາະ ທີ່ 7.4%.
ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ດ້ວຍຂອບຂະໜາດ, ພື້ນຖານອຸດສາຫະກຳ, ໂຄງປະກອບປະຊາກອນ ແລະ ຕະຫຼາດບໍລິໂພກ ນັບມື້ນັບເປີດກວ້າງ, 5 ພື້ນຖານເສດຖະກິດ ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟີລິບປິນ ພວມກຳນົດຖານະບົດບາດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນແຜນທີ່ທຶນທົ່ວໂລກກໍຄືວົງຈອນເຕີບໂຕຕໍ່ໄປຂອງອາຊຽນ. ໃນນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືໜຶ່ງໃນບັນດາກຳລັງໜູນຢ່າງແຮງທີ່ສຸດໃນການເຕີບໂຕເສດຖະກິດ. ໂດຍໄດ້ຮັບການຕີລາຄາຂອງນັກເສດຖະກິດທົ່ວໂລກ.
ເພີ່ມເຕີມ