ງົບປະມານດັ່ງກ່າວມີຈຸດປະສົງເພື່ອໃຫ້ອົງການທີ່ກ່ຽວຂ້ອງສາມາດຈັດຕັ້ງປະຕິບັດມາດຕະການປ້ອງກັນກ່ອນທີ່ໄພພິບັດຈະເກີດຂຶ້ນ, ໂດຍບໍ່ຈຳເປັນຕ້ອງລໍຖ້າໃຫ້ລະດັບນໍ້າສູງຂຶ້ນແລ້ວຈຶ່ງຄ່ອຍລົງມື ຊຶ່ງເປົ້າໝາຍແມ່ນເພື່ອກຳນົດພື້ນທີ່ທີ່ມີຄວາມສ່ຽງ, ມີໃຜແນ່ທີ່ຈະໄດ້ຮັບຜົນກະທົບ ແລະ ມາດຕະການທີ່ຈຳເປັນກ່ອນທີ່ຈະເກີດໄພພິບັດ.
ທັງນີ້, ຟີລິບປິນ ມີຄວາມສ່ຽງສູງຕໍ່ການເກີດນໍ້າຖ້ວມ, ໂດຍຝົນຈາກລົມມໍລະສຸມປະຈຳປີ ແລະ ພາຍຸໄຕ້ຝຸ່ນ ມັກຈະເຮັດໃຫ້ເກີດນໍ້າຖ້ວມຢ່າງກວ້າງຂວາງ. ລັດຖະບານຈຶ່ງໃຫ້ຄວາມສຳຄັນກັບພື້ນຖານໂຄງລ່າງການຄວບຄຸມນໍ້າຖ້ວມ ເພື່ອປົກປ້ອງຊຸມຊົນ ແລະ ຫຼຸດຜ່ອນການສູນເສຍທາງເສດຖະກິດຈາກໄພພິບັດທາງທຳມະຊາດທີ່ເກີດຂຶ້ນເລື້ອຍໆເຫຼົ່ານີ້.
ຄໍາເຫັນ