ຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດສະແດງໃຫ້ເຫັນວ່າ: ການສົ່ງອອກສິນຄ້າກະສິກຳຂອງຟີລິບປິນມີມູນຄ່າທັງໝົດ 884.77 ລ້ານໂດລາ ໃນເດືອນທັນວາ 2025 ຊຶ່ງກວມເອົາ 36% ຂອງການຄ້າກະສິກຳທັງໝົດ, ໃນຂະນະທີ່ການນຳເຂົ້າສິນຄ້າກະສິກຳມີມູນຄ່າ 1.55 ຕື້ໂດລາ, ຫຼື 64%. ສົ່ງຜົນເຮັດໃຫ້ຟີລິບປິນຂາດດຸນການຄ້າກະສິກຳ ມູນຄ່າ 668.35 ລ້ານໂດລາ, ຫຼຸດລົງ 27% ເມື່ອທຽບກັບເດືອນທັນວາ 2024.
ທ່ານ ຟຣານຊິສໂກ ຕິວ ລໍເຣລ ຈູເນຍ ລັດຖະມົນຕີກະຊວງກະສິກຳ ກ່າວວ່າ: ຟີລິບປິນກໍາລັງເກັບກ່ຽວຜົນປະໂຫຍດຈາກຄວາມພະຍາຍາມໃນການຂະຫຍາຍປະເພດສິນຄ້າກະສິກຳສົ່ງອອກ ແລະ ເປີດຕະຫຼາດສົ່ງອອກໃໝ່.
ນອກຈາກນັ້ນ, ເພື່ອຂະຫຍາຍຖານການສົ່ງອອກໃຫ້ກວ້າງຂຶ້ນ, ກະຊວງກະສິກຳຟີລິບປິນໄດ້ຄັດເລືອກຜະລິດຕະພັນກະສິກຳທີ່ມີມູນຄ່າສູງ ຈຳນວນ 12 ຊະນິດ ເພື່ອສົ່ງອອກໄປຍັງຕະຫຼາດໂລກເຊັ່ນ: ໝາກກ້ວຍ, ໝາກມ່ວງ, ໝາກນັດ ແລະ ໝາກທຸລຽນ, ໂດຍແນໃສ່ຕະຫຼາດອາຊີ ແລະ ເອີຣົບ ຊຶ່ງມີຄວາມຕ້ອງການສູງ ແລະ ກຳໄລສູງ.
ຄໍາເຫັນ