Expedia1 ລະບຸວ່າ: ຝູກວັກ ພວມກາຍເປັນສູນຣີສອດຫຼູຫຼາແຫ່ງໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວ. ນີ້ແມ່ນການຄັດເລືອກສຳລັບແຂກທ່ອງທ່ຽວທີ່ຢາກຜັກຜ່ອນຢູ່ບ່ອນທີ່ຫຼູຫຼາ ດ້ວຍລາຄາບໍ່ສູງເກີນໄປ.
ກ່ອນໜ້ານີ້, ປີ 2025, ຝູກວັກ ໄດ້ຮັບການຄັດເລືອກຈາກຜູ້ອ່ານວາລະສານ Condé Nast Traveler ວ່າ ແມ່ນເກາະທີ່ງາມທີ່ສຸດໃນອາຊີ ແລະ ຢູ່ອັນດັບທີ 3 ໃນໂລກ. ຕົ້ນປີ 2026, ເກາະງອກ ສືບຕໍ່ຮັກສາອັນດັບທີ 2 ໃນຈໍານວນໝູ່ເກາະງາມທີ່ສຸດໃນອາຊີ ຂອງ DestinAsian Readers' Choice Awards. ຫວ່າງແລ້ວນີ້, Travel + Leisure Luxury Awards ກໍຈັດ ຝູກວັກ ຢູ່ອັນດັບ 2 ໃນບັນຊີລາຍຊື່ບັນດາໝູ່ເກາະງາມທີ່ສຸດຢູ່ອາຊີ - ປາຊີຟິກ.
ຄໍາເຫັນ