ຂ່າວລະບຸວ່າ: ໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ຕັ້ງຢູ່ແຂວງບັກນິງ. ໃນໄລຍະທີ 1 (2026 - 2027) ໂຮງງານມີເນື້ອທີ່ 1,600 ຕາແມັດ ແລະ ໄລຍະທີ 2 (2028 – 2030) ຄາດວ່າຈະເປີດກວ້າງຂອບຂະໜາດຂອງໂຮງງານຂຶ້ນປະມານ 6,000 ຕາແມັດ.
ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ: FPT ລົງທຶນສ້າງໂຮງງານດັ່ງກ່າວເພື່ອປະກອບສ່ວນສ້າງລະບົບຊີວະພາບຊິບເຄິ່ງຊັກນຳໄຟຟ້າແບບຄົບວົງຈອນ ແລະ ກໍ ຄ່ອຍໆຫັນພູມປັນຍາ ຫວຽດນາມ ອອກສູ່ໂລກໃຫ້ປະກົດຜົນເປັັນຈິງ ແລະ ນຳ ຫວຽດນາມ ໃຫ້ປະກົດໃນແຜນທີ່ເຄິ່ງຊັກນຳໄຟຟ້າທົ່ວໂລກ.
ການປະກາດການກໍ່ສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ແມ່ນການສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ FPT ໃນການປະຕິບັດມະຕິເລກທີ 57 ຂອງສູນກາງພັກ ກ່ຽວກັບການບຸກທະລຸວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດເປັນດີຈີຕອນ ແລະ ຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
ຄໍາເຫັນ