ຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ ຕິດຈອດລາວ-ຫວຽດນາມ-ກໍາປູເຈຍ

ຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ ຕິດຈອດລາວ-ຫວຽດນາມ-ກໍາປູເຈຍ

ຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ  ຕິດຈອດລາວ-ຫວຽດນາມ-ກໍາປູເຈຍ
ອີງຕາມ ການຕົກລົງຂອງການນຳສູງສຸດ ໃນກອງປະຊຸມພົບປະຂອງ 3 ພັກ-ລັດຖະບານ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງວັນທີ 25 ກັນຍາ 2021 ຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນຕອນເຊົ້າຂອງວັນທີ 8 ກໍລະກົດ ນີ້ ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງປ້ອງກັນປະເທດ,​ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໄດ້ພ້ອມກັນຈັດພິທີເປີດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ມີສະຫາຍຄະນະນໍາ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ພ້ອມທັງນັກສໍາມະນາກອນຂອງ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າຮ່ວມ.

 

ຝກອບຮມຫວຂສະເພາະ ສາລບພະນກງານການນາໜມ ບນດາແຂວງທມຊາຍແດນ ຕດຈອດລາວ-ຫວຽດນາມ-ກາປເຈຍ - image 1
 

ໃນພິທີ, ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນລາຍງານກ່ຽວກັບແຜນການຝຶກອົບຮົມຄັ້ງນີ້ ຊຶ່ງຈະໃຊ້ເວລາ 8 ວັນ,ແຕ່ວັນທີ 8-15 ກໍລະກົດ 2025, ໂດຍມີຜູ້ເຂົ້າຮ່ວມຈາກ ລາວ ຈໍານວນ 20 ສະຫາຍ, ຫວຽດນາມ 15 ສະຫາຍ ແລະ ກໍາປູເຈຍ 15 ສະຫາຍ, ລວມທັງໝົດ 50 ສະຫາຍ (ຍິງ 1 ສະຫາຍ). ບັນດານັກສໍາມະນາກອນຂອງ 3 ປະເທດ ຈະໄດ້ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດ; ໂດຍຈະລົງເລິກແລກປ່ຽນ 6 ຫົວຂໍ້ສໍາຄັນຄື: 1) ບົດບາດຂອງ ພັກປະຊາຊົນ ປະຕິວັດລາວ ໃນເວທີສາກົນ; 2) ການພົວພັນທີ່ເປັນມູນເຊື້ອ ລາວ-ຫວຽດນາມ-ກໍາປູເຈຍ; 3) ການກໍ່ສ້າງ ແລະ ປ້ອງກັນຊາຍແດນມິດຕະພາບ, ສັນຕິພາບ ແລະ ການຮ່ວມມື ຂອງ 3 ປະເທດ; 4) ຍຸດທະສາດການພັດທະນາເສດຖະກິດ-ການຄ້າ ຂອງ 3 ປະເທດ ໃນສະພາບການເຊື່ອມໂຍງພາກພື້ນ ແລະ ສາກົນ; 5) ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນສະພາບການເຊື່ອມໂຍງສາກົນ; 6) ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທໍາຂອງ 3 ປະເທດ. ນອກນີ້, ນັກສໍາມະນາກອນ ຍັງຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ພື້ນຖານການຜະລິດສໍາຄັນຈໍານວນໜຶ່ງຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ.

ຝກອບຮມຫວຂສະເພາະ ສາລບພະນກງານການນາໜມ ບນດາແຂວງທມຊາຍແດນ ຕດຈອດລາວ-ຫວຽດນາມ-ກາປເຈຍ - image 2
 

ໃນພິທີດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຊຸດຝຶກອົບຮົມດັ່ງກ່າວ, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຝຶກອົບຮົມຄັ້ງນີ້ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການພົບປະຂອງການນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ໃນເດືອນກັນຍາ 2021, ຍົກໃຫ້ເຫັນມູນເຊື້ອການພົວພັນອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າທີ່ມີລັກສະນະພິເສດຂອງ 3 ພັກ ທີ່ມີມາແຕ່ດົນນານ, ເຄີຍຄ່ຽງບ່າຄ່ຽງໄຫຼ່ກັນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄື ການປະສານສົມທົບ ແລະ ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນພາລະກິດແຫ່ງການສ້າງສາ-ພັດທະນາປະເທດຊາດ ໃນປັດຈຸບັນ ຊຶ່ງໃນຕອນທ້າຍ, ສະຫາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ເນັ້ນໃຫ້ນັກສໍາມະນາກອນທັງ 3 ປະເທດ ເອົາໃຈໃສ່ແລກປ່ຽນກັນຢ່າງກົງໄປກົງມາ, ພ້ອມທັງ ອວຍພອນໃຫ້ການຝຶກອົບຮົມຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ຄຕພ, ພາບ: ສຳນານ

ຄໍາເຫັນ

ຂ່າວການຮ່ວມມື

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ກອງປະຊຸມຂັ້ນສູງລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ຝ່າຍແຂວງຮ່າຕິ່ງນໍາ ໂດຍສະຫາຍ ຫງວຽນ ຢຸຍ ເລີມ ເລຂາຄະນະບໍລິຫານງານພັກແຂວງຮ່າຕິ່ງ , ມີບັນດາຕາງໜ້າຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ວັນທີ 9 ເດືອນ ພະຈິກ ປີ 2025, ແຂວງຄຳມ່ວນ ສປປ ລາວ ມີແສງແດດສົດໃສ ແລະ ບັນຍາກາດຄຶກຄື້ນ, ພິທິວາງສີລາລຶກໂຄງການກໍ່ສ້າງບໍ່ແຮ່ຫີນອ່ອນຢູ່ແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍຢູແຂວງຄຳມ່ວນສປປລາວ.
ເພີ່ມເຕີມ