![]() |
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ຈາກນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານສ່ວຍສາອາກອນໃນການນຳໃຊ້ລະບົບ TaxRISເຂົ້າໃນການດຶງຂໍ້ມູນການແຈ້ງມອບ ອມພ, ອັດຊ່ອງວ່າງໃນການແຈ້ງມອບ, ຮັບປະກັນຄວາມເປັນເອກະພາບ ຕະຫຼອດການອຳນວຍຄວາມສະດວກໃນການຄິດໄລ່ ແລະ ຈັດສັນງົບປະມານໃຫ້ມີປະສິດທິພາບສູງສຸດ.
ພາຍໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີໃນຫຼາຍຫົວຂໍ້ທີ່ສຳຄັນ ຈາກ ທ່ານ ລຳເງິນ ແລະ ທ່ານ ວ່າເຊັງ ພ້ອມດ້ວຍທີມງານຊ່ຽວຊານ ໂດຍມີເນື້ອໃນສຳຄັນກ່ຽວກັບ ກົນໄກ ແລະ ກົດໝາຍ ອມພ, ການນຳໃຊ້ລະບົບ Input-Output ສໍາລັບການກວດກາໃນລະບົບ TaxRIS, ພ້ອມທັງແຜນການດຳເນີນງານການກວດກາ ອມພ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີຄໍາຖາມ ແລະ ແລກປ່ຽນຄຳຄິດຄຳເຫັນ ອີກດ້ວຍ.ຂ່າວ-ພາບ: ຈັນທະວີສັກ

ຄໍາເຫັນ