ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ
ພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 5 ປີ ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 36 ປີ ປະຈຳປີ 2026 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ), ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະມາຊິກສະມາຄົມຜູ້ອາຍຸສູງ ເຂົ້າຮ່ວມ.
ສະເຫມສະຫອງວນຜອາຍສງແຫງຊາດ ແລະ ວນຜອາຍສງສາກນ - image 1
 

ທ່ານ ສົມພົງ ມົງຄົນວິໄລ ກ່າວວ່າ: ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງ ແລະ ປະ ກາດໃຊ້ນະໂຍບາຍແຫ່ງຊາດ ເພື່ອຜູ້ອາຍຸສູງຢູ່ ສປປ ລາວ ໃນປີ 2004 ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ) ກໍໄດ້ຮັບການສ້າງຂຶ້ນໃນປີ 2011 ມາຮອດປັດຈຸບັນມີອາຍຸໄດ້ 5 ປີແລ້ວ ລວມສະມາຊິກທັງໝົດ 1,301 ຄົນ ຍິງ 841 ຄົນ ຢູ່ຂັ້ນນະຄອນຫຼວງມີ 622 ຄົນ ຍິງ 358 ຄົນ ແລະ ຢູ່ຂັ້ນເມືອງມີ 679 ຄົນ ຍິງ 483 ຄົນ ໃນ 4 ຕົວເມືອງຂອງນະຄອນຫຼວງວຽງຈັນ (ຈັນທະບູລີ, ໄຊເຊດຖາ, ສີໂຄດຕະບອງ ແລະ ສີສັດຕະນາກ) ສະມາຊິກສ່ວນໃຫຍ່ປະກອບດ້ວຍພະນັກງານບຳນານ ທີ່ມາຈາກຂະແໜງການຕ່າງໆ ຜູ້ເຂົ້າຮັບບຳນານທີ່ມາຈາກພາກສ່ວນປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ລວມທັງປະຊາຊົນ ແລະ ພໍ່ຄ້າ-ຊາວຂາຍທີ່ມີອາຍຸແຕ່ 60 ປີຂຶ້ນໄປ, ພາລະບົດບາດຫຼັກຂອງ ສອວ ແມ່ນເສີມສ້າງຄວາມສາມັກຄີພາຍໃນຜູ້ອາຍຸສູງ, ສົ່ງເສີມການຊ່ວຍເຫຼືອເບິ່ງແຍງຊຶ່ງກັນ ແລະ ກັນ ເປັນ ຕົ້ນແມ່ນຢູ່ພາຍໃນສະມາຊິກຜູ້ອາຍຸສູງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອາຍຸສູງ.

ສະເຫມສະຫອງວນຜອາຍສງແຫງຊາດ ແລະ ວນຜອາຍສງສາກນ - image 2
 

ການສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນໃນປີນີ້ ແມ່ນໃນທ່າມກາງທີ່ປະຊາກອນໃນທົ່ວໂລກ ເວົ້າລວມທັງຢູ່ສປປລາວຂອງພວກເຮົາ ເວົ້າສະເພາະມີອາຍຸຍືນສະເລ່ຍນັບມື້ນັບເພີ່ມຂຶ້ນ ຫຼາຍປະເທດໃນກຸ່ມອາຊຽນພວກເຮົາ ສັງຄົມໄດ້ກ້າວເຂົ້າສູ່ສັງຄົມໄວຜູ້ອາຍຸສູງ ຊຶ່ງໄດ້ສອດຄ່ອງກັບຫົວຂໍ້ຂອງວັນຜູ້ອາຍຸສູງສາກົນປີ 2026 ທີ່ສະຫະປະຊາຊາດໄດ້ກຳນົດອອກວ່າ: ເປັນ “ຍຸກແຫ່ງອາຍຸຍືນ” ໃຫ້ຄິດທົບທວນລະບົບຕ່າງໆ ເພື່ອຮອງຮັບຊີວິດທີ່ຍືນຍາວຂຶ້ນ "The Age of Longevity: Rethinking Systems for Longer Lives“ ຄໍາຖະແຫຼງດັ່ງ ກ່າວ ໄດ້ໝາຍເຖິງການເຊີນຊວນໃຫ້ພວກເຮົາ “ຄິດໃໝ່ກ່ຽວກັບສັງຄົມລາວເຮົາທີ່ຄົນກໍາລັງມີອາຍຸຍືນຂຶ້ນ. ການມີອາຍຸຍືນຂຶ້ນແມ່ນຄວາມສໍາເລັດອັນໜຶ່ງຂອງມະນຸດ ແຕ່ອາຍຸຍືນຈະມີຄວາມໝາຍຢ່າງແທ້ຈິງ ກໍຕໍ່ເມື່ອຄົນສາມາດມີຊີວິດຍືນຍາວຂຶ້ນຢ່າງມີສຸຂະພາບ ມີສັກສີ ມີຄວາມປອດໄພ ມີລາຍໄດ້ພໍພຽງ ແລະ ມີສ່ວນຮ່ວມໃນສັງຄົມ. ດັ່ງນັ້ນ, ຄໍາຂວັນຂອງຜູ້ອາຍຸສູງປີນີ້ ບໍ່ໄດ້ຖາມພຽງວ່າ: “ຈະດູແລຜູ້ອາຍຸສູງແນວໃດ” ແຕ່ຖາມພວກເຮົາວ່າ: ເມື່ອຄົນມີອາຍຸຍືນຂຶ້ນ ລະບົບຂອງຄອບຄົວ ຊຸມຊົນ ສຸຂະພາບ ສັງຄົມ ເສດຖະກິດ ການເງິນ ການເຮັດວຽກ ແລະ ເຕັກໂນໂລຊີຂອງເຮົາພ້ອມແລ້ວບໍ່ ທີ່ຈະຮອງຮັບຊີວິດທີ່ຍືນຍາວຂຶ້ນຂອງປະຊາຊົນພວກເຮົາ ນີ້ຄືຫົວໃຈຂອງຄໍາຂວັນໃນປີນີ້. ຄໍາຂັວນຍັງໄດ້ຊີ້ໃຫ້ເຫັນວ່າ ສັງຄົມລາວພວກເຮົາຕ້ອງເລີ່ມຈາກ “ການມີອາຍຸຍືນ” ໄປສູ່ “ການມີອາຍຸຍືນຢ່າງມີຄຸນຄ່າ” ພວກເຮົາຄວນພູມໃຈວ່າມະນຸດສາມາດມີອາຍຸຍືນຂຶ້ນ ແຕ່ການມີອາຍຸຍືນບໍ່ຄວນໝາຍເຖິງການມີຈໍານວນປີໃນອາຍຸຫຼາຍຂຶ້ນເທົ່ານັ້ນ ແຕ່ເຮົາຕ້ອງການມີ: ອາຍຸຍືນ+ສຸຂະພາບດີ+ຄວາມມີອິດສະຫຼະ+ມີສັກສີ+ຄວາມປອດໄພ+ການມີສ່ວນຮ່ວມໃນສັງຄົມ ແລະ ມີຄວາມໝາຍໃນຊີວິດ. ດັ່ງນັ້ນ, ຜູ້ອາຍຸສູງບໍ່ຄວນຖືກເບິ່ງເປັນພຽງ “ຜູ້ຮັບການດູແລ” ແຕ່ຄວນຖືກເບິ່ງເປັນຜູ້ມີສິດສຽງ ເປັນຜູ້ມີປະສົບການ ຜູ້ມີສ່ວນຮ່ວມ ແລະ ຜູ້ສ້າງຄຸນຄ່າໃຫ້ສັງຄົມ.

ສະເຫມສະຫອງວນຜອາຍສງແຫງຊາດ ແລະ ວນຜອາຍສງສາກນ - image 3
 

ໂອກາດນີ້, ທ່ານປະທານໄດ້ຮຽກຮ້ອງເຖິງລັດຖະບານໃຫ້ພິຈາລະນາບາງບັນຫາທີ່ສໍາຄັນດັ່ງນີ້: 1. ອະນຸມັດການຍົກລະດັບສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ຂຶ້ນເປັນສະມາຄົມຜູ້ອາຍຸສູງລາວ (ລະດັບຊາດ) ເພື່ອສ້າງເງື່ອນໃຫ້ສາມາດໄດ້ມີການເຄື່ອນໄຫວກ້ວາງຂວາງຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ; 2. ໃຫ້ປະເດັນຜູ້ອາຍຸສູງຖືກບັນຈຸເຂົ້າໃນແຜນ ແລະ ນະໂຍບາຍຂອງພັກ-ລັດ ແລະ ທຸກຂະແໜງການ; 3. ເສີມສ້າງລະບົບສຸຂະພາບ ແລະ ການດູແລປິ່ນປົວສຸຂະພາບຜູ້ອາຍຸສູງ ເປັນຕົ້ນແມ່ນໃນສະຖານທີ່ໂຮງໝໍ ແລະ ໃນສະຖານທີ່ຕ່າງໆ ສ້າງສິ່ງອໍານວຍຄວາມສະດວກໃນການເດີນທາງຂອງຜູ້ອາຍຸສູງ ບ່ອນອອກກໍາລັງກາຍ ບ່ອນສະແດງສິລະປະວັນນະຄະດີ ແລະ ອື່ນໆ 4.ເສີມສ້າງລະບອບປະກັນສັງຄົມໃຫ້ຜູ້ອາຍຸສູງ ສາມາດດໍາລົງຊີວິດຢ່າງມີສັກສີ ແລະ 5. ເຮັດແນວໃດໃຫ້ຜູ້ອາຍຸສູງຢູ່ດີ ມີຄວາມສຸກ ຢູ່ມີສັກສີ ແລະ ຍັງສາມາດມີສ່ວນຮ່ວມໃນສັງຄົມ.

ຂ່າວ: ຊີລິການດາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ