ທ່ານ ສຸລິກາ ຈັນທະຄໍາເມີ ໄດ້ກ່າວວ່າ: ສື່ມວນຊົນມີບົດບາດສຳຄັນ ໃນການເປັນກະບອກສຽງ ແລະ ເປັນຂົວຕໍ່ໃນການເຜີຍແຜ່ຄວາມຮູ້, ສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ ແກ່ສັງຄົມ. ນອກຈາກນັ້ນ ສື່ມວນຊົນຍັງມີໜ້າທີ່ສຳຄັນໃນການກຳນົດທິດທາງຫາງສຽງສັງຄົມ, ສ້າງຄວາມເຂົ້າໃຈອັນດີ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.
ທ່ານ ກົງຈັກ ສີສະຫວາດ ໄດ້ກ່າວວ່າ: ໃນຍຸກປັດຈຸບັນ ເປັນຍຸກແຫ່ງການພັດທະນາດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ສື່ມວນຊົນຈຶ່ງມີບົດບາດສຳຄັນໃນການສະໜອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ໂດຍສະເພາະການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ, ກົດໝາຍຂອງລັດ ໃຫ້ສັງຄົມໄດ້ຮັບຮູ້ ແລະ ຮ່ວມກັນປະຕິບັດ. ດັ່ງນັ້ນ, ສື່ມວນຊົນຈຳເປັນຕ້ອງພັດທະນາຄວາມຮູ້, ທັກສະ ແລະ ວິຊາຊີບຂອງຕົນຢ່າງຮອບດ້ານ, ໃຫ້ທັນກັບຍຸກສະໄໝ ເພື່ອສາມາດປະຕິບັດພາລະບົດບາດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ບັນລຸຜົນສຳເລັດ.
ຊຸດອົບຮົມຄັ້ງນີ້ ຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດ, ເຊິ່ງພາກທິດສະດີຈະເນັ້ນໃສ່ທັດສະນະຂອງພັກຕໍ່ວຽກງານສື່ມວນຊົນ, ຈັນຍາບັນຂອງສື່ມວນຊົນ, ພື້ນຖານທິດສະດີວຽກງານສື່ມວນຊົນ, ການວິເຄາະ-ວິຈານຂ່າວ, ຫຼັກການພື້ນຖານການຂຽນຂ່າວ, ການສຳພາດ ແລະ ຫຼັກການຖ່າຍພາບປະກອບຂ່າວ.
ສ່ວນພາກປະຕິບັດ ສຳມະນາກອນຈະໄດ້ລົງສຳພາດ ແລະ ຖ່າຍພາບຈາກສະຖານະການຈິງ ເພື່ອເກັບກຳຂໍ້ມູນມາຮຽບຮຽງ ແລະ ຂຽນເປັນຂ່າວ, ອັນເປັນການຍົກລະດັບທັກສະວຽກງານໂຄສະນາຜ່ານສື່ໃຫ້ມີຄຸນນະພາບສູງຂຶ້ນ.
ຂ່າວ: ພຸດປະສົງ
ຄໍາເຫັນ