ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ
ວັນທີ 1 ຕຸລາ 2026, ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼູບວຽກ ງານ ປະຈຳ 9 ເດືອນ ແລະ ຜ່ານທິດທາງແຜນການ 3 ເດຶອນ ທ້າຍປີ 2026, ໂດຍມີ ທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຂົງເຂດປົກປ້ອງກົດໝາຍ, ມີທ່ານ ວິໄລວັນ ແກ້ວເຮຶອງສີ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື, ມີຄະນະອົງການໄອຍະການປະຊາຊົນ, ພະນັກງານ-ວິຊາການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ອງການໄອຍະການປະຊາຊນແຂວງອດຕະປ ສະຫບຜນງານ 9 ເດອນ - image 1
 

ທ່ານ ວິໄລວັນ ແກ້ວເຮຶອງສີ ໄດ້ລາຍງານວ່າ: ໃນ 9 ເດຶອນຜ່ານມາ ວຽກງານຕິດ ຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ການຕິດຕາມກວດກາການປະຕິບັດກົດໝາຍ,ໃດ້ຮັບຄຳຮ້ອງ 11ສະບັບ ແກ້ໄຂແລ້ວ 9 ສະບັບ ຍັງຄ້າງ 2 ສະບັບ.ພ້ອມນີ້ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຮ່ວມກັບທະນາຄານການຄ້າ ແລະ ໄດ້ລົງນາມຄັ້ງທີ 2, ສໍາເລັດການລົງນາມບົດບັນທຶກຮ່ວມໃນປະສານງານກັບອົງການກວດກາລັດແຂວງ. ນອກນັ້ນຍັງໄດ້ເຂົ້າໃນການຕິດຕາມກວດກາການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ເຂົ້າ ຮ່ວມເປັນຄະນະກໍາມະການຕີລາຄາຊັບ ຈໍານວນ 3 ຄັ້ງ, ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຕໍ່ຜູ້ກະທຳຜິດມີ ຄື: ອອກຄໍາສັ່ງຈັບຕົວ 54 ສະບັບ, ອອກຄຳສັ່ງກັກຂັງພາງ 207 ສະບັບ, ອອກຄໍາສັ່ງປ່ອຍຕົວພາງ 21 ສະບັບ, ອອກຄໍາສັ່ງປ່ອຍຕົວ 50 ສະບັບ, ໄດ້ຮັບສຳ ນວນຄະດີອາຍາມາຄົ້ນຄ້ວາ 145 ເລື່ອງ, ແກ້ໄຂແລ້ວ 142 ເລື່ອງ, ໃນນັ້ນ: ປະເດັນສົ່ງເຈົ້າໜ້າທີ່ມີ 33 ເລື່ອງ, ສັ່ງຟ້ອງຂຶ້ນສານ 109 ເລື່ອງ, ຊັດມ້ຽນ 0 ເລື່ອງ, ສືບຕໍ່ຄົ້ນຄວ້າ 3 ເລື່ອງ, ຄະດີອາຍາທີ່ພົ້ນເດັ່ນແມ່ນ: ການຄ້າ-ຂາຍຢາເສບຕິດ, ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍດັດສ້າງ, ຜູ້ຖືກຫາ 192 ຄົນ, ຍິງ 26 ຄົນ, ຄົນຕ່າງປະເທດ 16 ຄົນ, ຍິງ 1 ຄົນ, ນັກໂທດ 425 ຄົນ, ຍິງ 40 ຄົນ, ຄົນຕ່າງປະເທດ 7 ຄົນ, ການຕິມດຕາມກວດກາການປະຕິບັດກົດໝາຍ ໃນການດຳເນີນຄະດີຢູ່ສານ, ເຂົ້າຮ່ວມປະຊຸມສານອາຍາຂັ້ນຕົ້ນ 39 ຄັ້ງ, ຈໍານວນຄໍາຖະແຫຼງທີໄດ້ຖະແຫຼງທັງໝົດ 71 ເລື່ອງ, ສານເອົາຕາມຄຳຖະແຫຼງຂອງໄອຍະການປະ ຊາຊົນ 71 ເລື່ອງ, ເທົ່າກັບ 100%, ຄະດີແພ່ງຂັ້ນອຸທອນ 3 ເລື່ອງ, ແກ້ໄຂແລ້ວ 3 ເລື່ອງ, ໄດ້ສົມທົບກັບຂະແໜງປະຕິບັດຄໍາຕັດສິນຂອງສານ ເພື່ອເກັບກໍາສະຖິຕິການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ສະແດງອອກເປັນຕົວເລກດັ່ງນີ້:

1). ຄໍາຕັດສິນຄະດີອາຍາຄ້າງມາແຕ່ເດືອນກ່ອນ ຈໍານວນ 1,414 ເລື່ອງ, ເຂົ້າໃໝ່ໃນເດືອນ ຈຳນວນ 119 ເລື່ອງ, ລວມທັງໝົດ 1,533 ເລື່ອງ, ຈັດຕັ້ງປະຕິບັດສໍາເລັດແລ້ວ 29 ເລື່ອງ, ສົ່ງຕ່າງແຂວງ ປະຕິບັດ 1 ເລື່ອງ, ພວມຈັດຕັ້ງປະຕິບັດ 1,404 ເລື່ອງ, ບໍ່ສາມາດປະຕິບັດໄດ້ 100 ເລື່ອງ.

2). ຄໍາຕັດສິນຄະດີແພ່ງຄ້າງມາແຕ່ເດືອນກ່ອນ ຈໍານວນ 173 ເລື່ອງ, ເຂົ້າໃໝ່ໃນເດືອນ ຈຳນວນ 23 ເລື່ອງ, ລວມທັງໝົດ 196 ເລື່ອງ, ຈັດຕັ້ງປະຕິບັດສໍາເລັດແລ້ວ 16 ເລື່ອງ, ສົ່ງໃຫ້ເມືອງປະຕິບັດ 1 ເລື່ອງ, ພວມຈັດຕັ້ງປະຕິບັດ 164 ເລື່ອງ, ບໍ່ສາມາດປະຕິບັດໄດ້ 16 ເລື່ອງ, ພ້ອມນີ້ກອງປະຊຸມຍັງໄດ້ຜ່ານທິດທາງແຜນການ 3 ເດຶອນທ້ານປີ 2026, ເພື່ອເພີ່ມທະວີການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານຢ່າງປົກະຕິ-ຕໍ່ເນື່ອງ, ແນ່ໃສ່ຍົກສູງບົດບາດ ແລະຄວາມສາມາດນໍາພາ-ຊີ້ນຳຂອງຄະນະພັກ ແລະຄະນະນຳແຕ່ລະຂັ້ນ, ເຄົາລົບຫຼັກການນໍາພາຂອງພັກ, ມີການຊຸກຍູ້ຕິດຕາມກວດກາ, ປະເມີນຜົນ, ສະຫຼຸບຕີລາຄາດ້ານດີ, ອອ່ນເປັນປົກກະຕິ; ພ້ອມທັງປັບປຸງກົນໄກການປະສານງານຢ່າງກົມກຽວ ໂລ່ງລ່ຽນ ແລະ ມີຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດກົດໝາຍ,ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີ ແລະ ປະ ສົບຜົນສຳເລັດໃນທຸກດ້ານ.

ອງການໄອຍະການປະຊາຊນແຂວງອດຕະປ ສະຫບຜນງານ 9 ເດອນ - image 2
 

ໃນກອງປະຊຸມຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານລັດຖະດຳລັດປະທານປະເທດເລກທີ 315 ວ່າດ້ວຍປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ແລະ ປະທານຄະນະກຳມະການປົກຄອງແຂວງຕາງໜ້າລັດຖະບານເປັນກຽດປະດັບຫຼຽນ,ສຳລັບອົງການໄອຍະການປະຊາຊົນແຂວງ, ມີໃຫ້ພະນັກງານ-ລັັດຖະກອນ,ພະນັກງານບຳນານໄດ້ຮັບທັງໝົດມີ 21 ທ່ານ, ຍິງ 5 ທ່ານ, ພະນັກ ງານບຳນານ 5 ທ່ານ, ເປັນກຽດມອບໂດຍ ທ່ານ ພູວັນ ພົມມະຈັນ ຄະນະປະຈຳແຂວງ ຮອງປະທານສະພາປະຊາຊົນແຂວງ ຢ່າງສົມກຽດ.ຂ່າວ: ທິດປະສົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ