ຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ

ຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ

ຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ
ໃນວັນທີ 16 ຜ່ານມານີ້ ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມກຽມຄວາມພ້ອມປັບຕົວຕໍ່ສະພາບອາກາດ ແລະ ສຸຂະພາບ, ໂດຍການເປັນປະທານຂອງ ທ່ານ ພູວົງ ມະນິສິດ ປະທານກຸ່ມຄໍາພູວົງ ປະທານມູນນິທິຮ່ວມໃຈພັດທະນະລາວ, ທ່ານ ພູທອນ ເມືອງປາກ ທີ່ປຶກສາມູນນິທິຮ່ວມໃຈພັດທະນາລາວ ຜູ້ຊີ້ນໍາໂຄງການ.
ຝກອບຮມກຽມຄວາມພອມປບຕວຕສະພາບອາກາດ ແລະ ສຂະພາບ - image 1
 

ທ່ານ ບຸນເລີດ ສີຫາປັນຍາ ຮັກສາການເຈົ້າເມືອງທຸລະຄົມ ໄດ້ລາຍງານຫຍໍ້ກ່ຽວກັບສະພາບລວມຂອງເມືອງ, ສະພາບດິນຟ້າອາກາດ ແລະ ໄພພິບັດໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ພູທອນ ເມືອງປາກ ໄດ້ນໍາສະເໜີຄວາມເປັນມາຂອງໂຄງການ, ຈຸດປະສົງ, ກິດຈະກໍາ, ເປົ້າໝາຍ ແລະ ຄາດຄະເນຜົນໄດ້ຮັບ. ໃນໄລຍະທີ່ຜ່ານມາ ກໍຄືປັດຈຸບັນ ສະພາບດິນຟ້າອາກາດໃນທົ່ວໂລກມີການປ່ຽນແປງກໍໃຫ້ເກີດມີໄພພິບັດທາງທຳມະຊາດເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຮ້າຍແຮງຂຶ້ນກວ່າເກົ່າເປັນຕົ້ນ: ແຜ່ນດິນໄຫວ, ພູເຂົາເກີດດິນຖະຫຼົ່ມ, ນໍ້າຖ້ວມກະທັນຫັນ, ໄຟໄໝ້ປ່າ, ພະຍາດລະບາດ ແລະ ອື່ນໆ ອັນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ. ສະນັ້ນ, ຄວາມຮຽກຮ້ອງຕ້ອງການໃນການຊ່ວຍເຫຼືອຍິ່ງເພີ່ມຂຶ້ນທຸກວັນ, ຈຶ່ງເປັນເຫດຜົນຫຼັກອັນໜຶ່ງທີ່ມູນນິທິຮ່ວມໃຈພັດທະນາລາວ ຕ້ອງການມີສ່ວນຮ່ວມໃນການແກ້ໄຂບັນຫາດັ່ງກ່າວຊ່ວຍເຫຼືອພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ.

ທ່ານ ບຸນຖອງ ພິມມະຈັກ ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ໄດ້ນໍາສະເໜີຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນ ແລະ ຄຸ້ມຄອງໄພພິບັດ, ຊຶ່ງໄດ້ນໍາສະເໜີ 3 ບັນຫຼັກເຊັ່ນ: ວຽກງານຄຸ້ມຄອງໄພພິບັດ ຢູ່ ສປປ ລາວ, ບົດບາດຄວາມຮັບຜິດຊອບໃນການຄຸ້ມຄອງໄພພິບັດແຕ່ລະຂັ້ນ (ເມືອງ, ບ້ານ), ບາງຄວາມຮູ້ໃນການຮັບມືກັບໄພພິບັດໃນຫົວໜ່ວຍຂັ້ນຄອບຄົວ, ບຸກຄົນ. ຄວາມຮູ້ຟື້ນຖານການຄຸ້ມຄອງໄພພິບັດ ທີ່ເປັນອັນຕະລາຍ ແລະ ອາດຈະເປັນສາເຫດແກ່ການສູນເສຍຊີວິດ, ບາດເຈັບ ຫຼື ມີຜົນກະທົບອື່ນໆ ຕໍ່ສຸຂະພາບ, ຄວາມເສຍຫາຍດ້ານຊັບສິນ, ສູນເສຍການດໍາລົງຊີວິດ ແລະ ການບໍລິການ, ກີດຂວາງກິດຈະກໍາດ້ານເສດຖະກິດ ແລະ ສັງຄົມ ຫຼື ຄວາມເສຍຫາຍທາງດ້ານສິ່ງແວດລ້ອມ ແລະ ເຫດການທີ່ເປັນອັນຕະລາຍຮ້າຍແຮງທີ່ເກີດຂຶ້ນຈາກທຳມະຊາດ ຫຼື ມະນຸດສ້າງຂຶ້ນ ຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ ແລະ ການດຳລົງຊີວິດຂອງຄົນໃນສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ.

(ແຫຼ່ງຂ່າວ: ເມືອງທຸລະຄົມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ