![]()  | 
        
ຈຸດສົງຂອງພິທີກໍ່ເພື່ອເປັນການພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດຄົບຮອບ 1 ປີຂອງບໍລິສັດ, ທ່ານ ນາງ ແກ້ວສຸດໃຈ ປຣະເສີດ ປະທານບໍລິສັດ ປຣະເສີດ ບໍລິການທຸລະກິດ ຈໍາກັດຜູ້ດຽວ ໃນໂອກາດເຂົ້າຮ່ວມ ແລະ ເປັນວິທະຍາກອນ ໄດ້ກ່າວວ່າ: ພິທີນີ້ຍັງເປັນເວທີສົນທະນາໃນຫົວຂໍ້: "ການປະກອບສ່ວນ ຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຕໍ່ການດຸ່ນດ່ຽງເງິນຕາຕ່າງປະເທດໃນສັງຄົມ" ຊຶ່ງຍົກໃຫ້ເຫັນຜົນປະໂຫຍດ ທີ່ໄດ້ຮັບຈາກການນໍາໃຊ້ຕະຫຼາດ LFX ເຂົ້າໃນການດໍາເນີນທຸລະກິດ, ສິ່ງທ້າທາຍ-ຂໍ້ຈຳກັດ ທີ່ທ່ານປະເຊີນ ໃນການນໍາໃຊ້ ຕະຫຼາດ LFX ເຂົ້າໃນການດໍາເນີນທຸລະກິດ ແລະ ຍົກໃຫ້ເຫັນຜະລິດຕະພັນ, ການບໍລິການ ແລະ ຂໍ້ມູນທີ່ລູກຄ້າ ຢາກໃຫ້ ຕະຫຼາດ LFX ເພີ່ມຕື່ມ ທີ່ອາດເປັນປະໂຫຍດ ຕໍ່ການດໍາເນີນທຸລະກິດ ຫຼື ຊີວິດສ່ວນຕົວ.
![]()  | 
        
ທ່ານ ນາງ ແກ້ວສຸດໃຈ ປຣະເສີດ ໄດ້ກ່າວຕື່ມວ່າ: ໃນການນໍາໃຊ້ຕະຫຼາດ LFX ເປັນແອັບທີ່ທັນສະໄໝ, ວ່ອງໄວ ໃນການແລກປ່ຽນເງິນຕາ, ຖອນ, ຈ່າຍ ແລະ ຊໍາລະຄ່າຕ່າງໆສະດວກສະບາຍຍິ່ງຂຶ້ນກວ່າເກົ່າ ແລະ ຮັບປະກັນຄວາມປອດໄພ ຖືກຕ້ອງຕາມລະບຽບກົດໝາຍສາມາດກວດສອບໄດ້ໃນທຸກຄັ້ງທີ່ມີການເຄື່ອນໄຫວແລກປ່ຽນເງິນຕາ ຜ່ານແອັບ LFX ນີ້.
ຂ່າວ: ອານຸສອນ


ຄໍາເຫັນ