ຂ່າວລະບຸວ່າ: ໂຕເລກສະແດງໃຫ້ເຫັນວ່າ, ໃນໄຕມາດທໍາອິດປີນີ້ການໃຊ້ຈ່າຍໃນການບໍລິໂພກພາກເອກະຊົນຂອງເຂດຮົງກົງເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມີຈັງຫວະການເຕີບໂຕໄວກວ່າເກົ່າເມື່ອທຽບໃສ່ໄຕມາດທີ 4 ຂອງປີ 2025 ທີີ່ມີຈັງຫວະການເຕີບໂຕ 2.5%; ຍອດມູນຄ່າຊັບສິນຄົງທີ່ທ້ອງຖິ່ນໄດ້ເພີ່ມຂຶ້ນ 17.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນດ້ານການຄ້າ, ຖ້າຄິດໄລ່ຕາມນິຍາມບັນຊີເສດຖະກິດແຫ່ງຊາດ, ໃນ 3 ເດືອນຕົ້ນປີ 2026 ນີ້ ຍອດມູນຄ່າການສົ່ງອອກສິນຄ້າທີ່ຈັບຕ້ອງໄດ້ຂອງເຂດຮົງກົງໄດ້ເພີ່ມຂຶ້ນ 23.8% ແລະ ຍອດມູນຄ່າການນຳເຂົ້າສິນຄ້າທີ່ຈັບຕ້ອງໄດ້ກໍໄດ້ເພີ່ມຂຶ້ນ 29.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄໍາເຫັນ