ເມື່ອປຽບທຽບກັບໄຕມາດທີ່ປັບຕາມລະດູການ, GDP ໃນໄຕມາດທີ 1 ປີ 2026 ຂະຫຍາຍຕົວ 1.0% ຊຶ່ງຂັດກັບການຄາດຄະເນໃນບື້ອງຕົ້ນທີ່ຄາດວ່າຈະຫົດຕົວ 0.3%.
ກະຊວງດັ່ງກ່າວຍັງຄົງຄາດຄະເນອັດຕາການເຕີບໂຕທາງເສດຖະກິດໃນປີນີ້ໄວ້ທີ່ 2.0% ຫາ 4.0%, ແຕ່ໄດ້ເຕືອນວ່າຂໍ້ຂັດແຍ່ງໃນຕາເວັນອອກກາງໄດ້ເຮັດໃຫ້ເສດຖະກິດມີຄວາມສ່ຽງຕໍ່ການເຕີບໂຕທີ່ຕໍ່າກວ່າທີ່ຄາດໄວ້ຢ່າງຫຼວງຫຼາຍ.
ສຳລັບດັດຊະນີອັດຕາເງິນເຟີ້ປະຈຳເດືອນເມສາ ມີກຳນົດຈະເປີດເຜີຍໃນວັນທີ 25 ພຶດສະພານີ້. ໂດຍກ່ອນໜ້ານີ້, ໃນເດືອນມີນາ ອັດຕາເງິນເຟີ້ຫຼັກໄດ້ເພີ່ມຂຶ້ນ 1.7% ເມື່ອທຽບກັບປີກ່ອນ ແລະ ນັກເສດຖະສາດຄາດວ່າໂຕເລກເດືອນເມສາຈະຍັງຄົງຢູ່ໃນລະດັບທີ່ຄ້າຍຄືກັນ.
ໃນເດືອນແລ້ວນີ້, ທະນາຄານກາງສິງກະໂປ (MAS) ໄດ້ປະກາດການຄວບຄຸມນະໂຍບາຍການເງິນທີ່ເຂັ້ມງວດກວ່າເກົ່າ. ເນື່ອງຈາກກັງວົນວ່າສົງຄາມອີຣານອາດເປັນປັດໄຈກະຕຸ້ນເຮັດໃຫ້ເກີດເງິນເຟີ້, ຫຼັງຈາກ MAS ຍັງຄົງຮັກສານະໂຍບາຍຂອງຕົນໄວ້ຄືເກົ່າໃນກອງປະຊຸມ 3 ຄັ້ງທີ່ຜ່ານມາ (ມັງກອນ, ຕຸລາ ແລະ ກໍລະກົດ) ແລະ ຫາກໍຜ່ອນຄາຍນະໂຍບາຍຂອງຕົນໃນເດືອນເມສາຂອງປີກາຍນີ້.
ນອກຈາກນັ້ນ, ໃນເດືອນເມສາ, MAS ໄດ້ປັບປຸງການຄາດຄະເນສຳລັບດັດສະນີອັດຕາເງິນເຟີ້ຫຼັກ ແລະ ດັດສະນີອັດຕາເງິນເຟີ້ທົ່ວໄປສຳລັບປີ 2026 ຂຶ້ນເປັນ 1.5% ຫາ 2.5% ຈາກການຄາດຄະເນກ່ອນໜ້ານີ້ທີ່ 1.0% ຫາ 2.0%.
ຄໍາເຫັນ