ບົດລາຍງານລະບຸວ່າ: ການລົງທຶນມູນຄ່າຫຼາຍສິບລ້ານໂດລາຄັ້ງນີ້ເພື່ອເສີມສ້າງທ່າແຮງຂອງປະເທດມານດີວໃນການພັດທະນາຂະແໜງທຸລະກິດໃໝ່ໆເຊັ່ນ: ການບໍລິການຄລາວ, fintech, ເນື້ອຫາດີຈີຕອນແລະ ສະຕາດອັບເຕັກໂນໂລຊີ ລວມເຖິງເປັນຈຸດສຳຄັນໃນຄວາມພະຍາຍາມຂອງລັດຖະບານມານດີວໃນການສ້າງຄວາມຫຼາກຫຼາຍທາງເສດຖະກິດຂອງຕົນນອກເໜືອຈາກການທ່ອງທ່ຽວ.
ບົດຄວາມໃນເວັບໄຊທາງການຂອງ Google Cloud ຊຶ່ງເຜີຍແຜ່ໃນວັນ18 ພະຈິກ ຜ່ານມາ ລະບຸວ່າ: ມານດີວ ມີທີ່ຕັ້ງທີ່ເໝາະສົມເປັນສູນກາງການເຊື່ອມຕໍ່, ຊ່ວຍເສີມຂະຫຍາຍການເຊື່ອມຕໍ່ດີຈີຕອນຂອງພາກພື້ນຕ່າງໆລວມທັງອາຟຣິກາ, ຕາເວັນອອກກາງ, ອາຊີໃຕ້ແລະ ໂອເຊຍເນຍ.
ຄໍາເຫັນ