ໃຫ້ເອົາໃຈໃສ່ 10 ບັນຫາ ຕໍ່ການຄົ້ນຄວ້ານະໂຍບາຍພິເສດ ພັດທະນານິຄົມອຸດສາຫະກຳອຳມະຕະ

ໃຫ້ເອົາໃຈໃສ່ 10 ບັນຫາ ຕໍ່ການຄົ້ນຄວ້ານະໂຍບາຍພິເສດ ພັດທະນານິຄົມອຸດສາຫະກຳອຳມະຕະ

ໃຫ້ເອົາໃຈໃສ່ 10 ບັນຫາ ຕໍ່ການຄົ້ນຄວ້ານະໂຍບາຍພິເສດ ພັດທະນານິຄົມອຸດສາຫະກຳອຳມະຕະ
ໃນວັນທີ 20 ມີນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົວວິຫານ

ປະທານສະພາແຫ່ງຊາດ;ວາລະຕອນເຊົ້າຂອງກອງປະຊຸມມື້ດັ່ງກ່າວນີ້ ໄດ້ພິຈາລະນາກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດ ພັດທະນາອຸດສາຫະກຳ ອຳມະຕະ ທີ່ລັດຖະບານໄດ້ນໍາສະເໜີ, ຈາກນັ້ນ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ກັບການສະເໜີດັ່ງກ່າວ ໂດຍໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ 10 ບັນຫາດັ່ງນີ້:

1).ຄົ້ນຄວ້າອອກນິຕິກໍາໃຫ້ເປັນອັນລະອຽດມີຄວາມຊັດເຈນ,ຮັດກຸມແລະແທດເໝາະກັບຈຸດພິເສດຂອງນິຄົມອຸດສາຫະກໍາບົນພື້ນຖານຄວາມສອດຄ່ອງກັບນະໂຍບາຍສົ່ງເສີມພິເສດແລະນິຕິກໍາທີ່ກ່ຽວຂ້ອງ.

2).ຄົ້ນຄວ້າມີກົນໄກຄຸ້ມຄອງ,ໄລ່ລຽງແລະຈັດເກັບພາສີ,ອາກອນ,ຄ່າທໍານຽມແລະຄ່າບໍລິການຈາກຜູ້ພັດທະນາແລະຜູ້ລົງທຶນໃນນິຄົມອຸດສາຫະກໍາໃຫ້ຄົບຖ້ວນ,ຖືກຕ້ອງ,ຮັບປະກັນຄວາມໂປ່ງໃສແລະສອດຄ່ອງກັບນິຕິກໍາກ່ຽວຂ້ອງ.

3).ຊຸກຍູ້ໃຫ້ຜູ້ລົງທຶນເຂົ້າໃນນິຄົມອຸດສາຫະກໍາອໍາມະຕະນໍາທຶນເຂົ້າມາລົງທຶນໃຫ້ບັນລຸຕາມໂຕເລກຄາດໝາຍດຶງດູດການລົງທຶນ5 ຕື້ໂດລາ.

4).ຊຸກຍູ້ຜູ້ລົງທຶນມີການປະກອບສ່ວນໃນການພັດທະນາຂະແໜງອຸດສາຫະກໍາເປັນຕົ້ນອຸດສາຫະກໍາປຸງແຕ່ງຢູ່ພາຍໃນດ້ວຍການສ້າງສູນຄົ້ນຄວ້າຖ່າຍທອດຄວາມຮູ້,ເຕັກໂນໂລຊີແລະນະວັດຕະກໍາໃໝ່ເພື່ອພັດທະນາສິນຄ້າທີ່ຜະລິດຢູ່ໃນນິຄົມອຸດສາຫະກໍາໃຫ້ເປັນຜະລິດຕະພັນລາວ(Made in Laos)ທີ່ໄດ້ຮັບມາດຕະຖານສາກົນ.

5).ຊຸກຍູ້ໃຫ້ຜູ້ພັດທະນາຈັດຕັ້ງປະຕິບັດການຊົດເຊີຍ,ຈັດສັນທີ່ດິນປຸກສ້າງ, ທີ່ດິນທໍາການຜະລິດແລະອາຊີບຄົງທີ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການລວມທັງການປະກອບສ່ວນໃນການພັດທະນາຊຸມຊົນແລະທ້ອງຖິ່ນທີ່ນິຄົມອຸດສາຫະກໍາຕັ້ງຢູ່.

6).ຊຸກຍູ້ໃຫ້ຜູ້ພັດທະນາແລະຜູ້ລົງທຶນໃຫ້ບຸລິມະສິດແລະນໍາໃຊ້ແຮງງານພາຍໃນ,ຍົກລະດັບແລະພັດທະນາສີມືແຮງງານໃນການນໍາໃຊ້ເຕັກໂນໂລຊີໃຫ້ແຮງງານດັ່ງກ່າວຮັບປະກັນທັງປະລິມານແລະຄຸນນະພາບໃນການສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ.

7).ມີກົນໄກການບໍລິການປະຕູດຽວຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສແລະກວດສອບໄດ້;

8).ມີກົນໄກການປະສານງານໃນການຄຸ້ມຄອງນິຄົມອຸດສາຫະກໍາລະຫວ່າງສູນກາງແລະທ້ອງຖິ່ນ,ຂະແໜງການສູນກາງແລະທ້ອງຖິ່ນດ້ວຍກັນໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິພາບແລະມີປະສິດທິຜົນ.

9).ມີກົນໄກຕິດຕາມ, ກວດກາແລະປະເມີນຜົນການເຄື່ອນໄຫວລົງທຶນພັດທະນານິຄົມອຸດສາຫະກໍາໃນທຸກໆປີແລະ7ປີທໍາອິດ,ແລ້ວສະຫຼຸບລາຍງານຜົນການປະເມີນດັ່ງກ່າວຕໍ່ຄະນະປະຈໍາສະພາແຫ່ງຊາດເພື່ອພິຈາລະນາ.

10).ຊຸກຍູ້ໃຫ້ຜູ້ພັດທະນາແລະຜູ້ລົງທຶນໃຫ້ການຮ່ວມມືແລະປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພແລະຄວາມເປັນລະບຽບຮຽບຮ້ອຍພາຍໃນນິຄົມອຸດສາຫະກໍາ.

ທັງໝົດນັ້ນແມ່ນບາງຄວາມເຫັນແລະຂໍ້ສະເໜີຂອງຄະນະປະຈໍາສະພາແຫ່ງຊາດຕໍ່ກັບການສະເໜີນະໂຍບາຍສົ່ງເສີມພິເສດພັດທະນານິຄົມອຸດສາຫະກໍາໂດຍລວມ, ໂດຍສະເພາະການພັດທະນານິຄົມອຸດສາຫະກໍາອໍາມະຕະເພື່ອໃຫ້ກອງປະຊຸມພິຈາລະນາແລະມີຄໍາເຫັນ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ