ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກ ແລະ ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 10 ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສສ ຫວຽດນາມ ຂອງ ສະຫາຍ ຫງວຽນແມ້ງເກືອງ, ພ້ອມທັງ ສະແດງຄວາມປິຕິຍິນດີທີ່ໄດ້ຕ້ອນຮັບຄະນະຜູ້ແທນມາຢ້ຽມຢາມຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນ ປະຕິວັດລາວ ໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ກາານຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ ສອງອົງການທີ່ເຮັດໜ້າທີ່ວຽກງານພົວ ພັນຕ່າງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ.
ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນ ການພົວພັນຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນ ກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໃນເມື່ອກ່ອນ ກໍຄືກະຊວງການຕ່າງປະເທດຫວຽດນາມ ໃນປັດຈຸບັນ, ໂດຍໄດ້ເຫັນດີເປັນເອກະພາບ ໃນການ ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ສອງພັກ, ສອງລັດ ກໍຄືທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການປະສານສົມທົບໃຫ້ແໜ້ນແຟ້ນ ໃນການກະກຽມໃຫ້ແກ່ ການຢ້ຽມຢາມທາງການ, ການພົບປະຂອງການນໍາຂັ້ນສູງ; ການຮ່ວມກັນ ຈັດກິດຈະກໍາການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງວັນສໍາຄັນຂອງສອງພັກ, ສອງປະເທດ; ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນ ຖອດຖອດບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ຈັດຊຸດບໍາລຸງ ແລະ ຝຶກອົບຮົມ ໃຫ້ແກ່ພະນັກງານ ລາວຂັ້ນຕ່າງໆ; ລວມທັງການປະສານສົມທົບຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ລາວ-ຫວຽດນາມ ໃຫ້ເປັນຮູບປະທໍາ.
(ຂ່າວ: ຄຕພ, ພາບ: ສຳນານ)
ຄໍາເຫັນ