![]() |
ທ່ານ ບຸນສວນ ໄຊຍະສິນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການປຶກສາຫາລືລະຫວ່າງບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານດ້ານການປະມົງຂອງ ສ ເກົາຫຼີ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບ ສ ເກົາຫຼີ ເປັນການຮ່ວມມືໃນການຮັບເອົາແຮງງານ ສປປ ລາວ ໄປເຮັດວຽກທີ່ ສ ເກົາຫຼີ ແລະ ເປັນຄວາມຫວັງຂອງແຮງງານລາວທີ່ຢາກໄປເຮັດວຽກທີ່ ສ ເກົາຫຼີ ເປັນຈໍານວນຫຼາຍ. ສະນັ້ນ, ສປປ ລາວ ຈຶ່ງພະຍາຍາມສ້າງສາຍພົວພັນ ແລະ ສ້າງໂອກາດໃຫ້ແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ໃຫ້ຫຼາຍຂຶ້ນໃນຫຼາຍໆລະບົບ ຫຼ້າສຸດໄດ້ມີການປຶກ ສາຫາລືໃນການສົ່ງແຮງງານລາວໄປເຮັດວຽກການປະມົງ ຊຶ່ງທາງກະຊວງ ຮສສ ໄດ້ມີການປະສານງານ, ພົວພັນ ແລະ ເຮັດວຽກຮ່ວມກັບສະມາຄົມການບໍລິຫານຈັດການໆປະມົງຂອງ ສ ເກົາຫຼີ ນັບຕັ້ງແຕ່ປີ 2023 ເປັນຕົ້ນມາ. ຫຼັງຈາກນັ້ນວິຊາການທັງສອງຝ່າຍໄດ້ມີການປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ແລະ ກໍານົດກົນໄກວິທີການຮ່ວມກັນ ເພື່ອໃຫ້ສາມາດຈັດສົ່ງແຮງງານລາວໄປເຮັດວຽກຕາມກໍານົດເວລາ.
ຂະນະດຽວກັນ, ຕາງໜ້າຈາກບໍລິສັດຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ປຶກສາຫາລືລະຫວ່າງ 2 ຝ່າຍໃນການສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ ເພື່ອສ້າງເງື່ອນໄຂໃຫ້ແຮງງານລາວທີ່ຈະໄປ ຊຶ່ງຈະມີການຝຶກອົບຮົມພື້ນຖານໃນເຮືອ, ວັດທະນະທໍາ ສ ເກົາຫຼີ ແລະ ກົດໝາຍວ່າດ້ວຍການປະມົງຂອງ ສ ເກົາຫຼີ ປະມານ 2 ອາທິດໂດຍກໍານົດແຮງງານລະຫວ່າງອາຍຸ 20-45 ປີ ໃນໄລຍະ 3 ປີ (ສາມາດເພີ່ມໄດ້ 1 ປີກັບ 10 ເດືອນ), ໂດຍອີງຕາມທີ່ກະຊວງມະຫາສະໝຸດ ແລະ ການປະມົງ ສ ເກົາຫຼີ ອອກແຈ້ງການໃນທ້າຍປີຂອງແຕ່ລະປີ. ສໍາລັບປີ 2025 ໂດຍຄ່າແຮງງານຕໍ່າສຸດຂອງຊາວປະມົງຈະໄດ້ 2,614,810 ວອນຕໍ່ເດືອນ ເມື່ອທຽບໃສ່ປີ 2024 ເພີ່ມຂຶ້ນ 2.1%. (ຂ່າວສານຮສສ)
ຄໍາເຫັນ